Ad

Ad

26 December 2016

ອາສາສະໝັກກາແດງແຂວງຈ໋ອງນຳ, ສ.ເກົາຫລີ ເຄື່ອນໄຫວເຮັດກິດຈະກຳຢູ່ແຂວງວຽງຈັນ

ລະຫວ່າງວັນທີ 18-24 ທັນວານີ້ ຂະບວນຊາວໜຸ່ມອາສາສະໝັກກາແດງແຂວງ ຈ໋ອງນາມ, ສ.ເກົາຫຼີ ຮ່ວມກັບ ຊາວໜຸ່ມອາສາສະໝັກກາແດງລາວ, ລົງສົມທົບກັບກາແດງ ແຂວງວຽງຈັນ ເຮັດກິດຈະກໍາປັບປຸງອາຄານຮຽນເຊັ່ນ: ສ້າງເພດານ, ທາສີ, ບູລະນະຫ້ອງສະໝຸດ, ກໍ່ສ້າງຫ້ອງນ້ຳ, ອ່າງລ້າງມື, ຖົມດິນແປງທາງເຂົ້າໂຮງຮຽນປະຖົມ ສົມບູນທ່າລາດ, ເມືອງແກ້ວອຸດົມ ແຂວງວຽງຈັນ, ຕົກເປັນມູນຄ່າ 200 ກວ່າລ້ານກີບ, ຊຶ່ງ ກິດຈະກໍາດັ່ງກ່າວແມ່ນຈັດຂຶ້ນເປັນປີທີ 6 ແລ້ວ, ໂດຍການຮ່ວມມືກັບອົງ
ການກາແດງສາກົນ. ນອກນີ້ ບັນດາອາສາສະໝັກ ຍັງໄດ້ໃຫ້ຄວາມຮູ້ດ້ານການປະຖົມພະຍາ ບານຂັ້ນພື້ນຖານ ແລະ ສຸຂະສຶກສາໃຫ້ນ້ອງນັກຮຽນຢູ່ໂຮງຮຽນປະຖົມ ແລະ ມັດທະ ຍົມຕອນຕົ້ນ ທ່າລາດ ແລະ ມັດທະຍົມສົມບູນໂພນໝີ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ຂະນະດຽວກັນ, ກຸ່ມອາສາສະໝັກ ຍັງໄດ້ມອບອຸປະກອນການສຶກສາທີ່ຈຳເປັນຈຳນວນໜຶ່ງໃຫ້ກັບນ້ອງນັກຮຽນໃນໂຮງຮຽນເຫລົ່ານັ້ນ, ລວມມູນຄ່າຫລາຍກວ່າ 85 ລ້ານກີບ. ພ້ອມທັງ ຈັດກິດຈະກຳເຕະບານສາມັກຄີຮ່ວມກັບຊາວໜຸ່ມໂຮຽຮຽນ ມສ ໂພນໝີ ເພື່ອຜູກແໜ້ນຄວາມສາມັກຄີຮັກແພງຊ່ວຍເຫລືອຊຶ່ງກັນ ແລະ ກັນໃຫ້ຫລາຍຂຶ້ນ.

No comments:

Post a Comment