Ad

Ad

26 December 2016

ການສໍ້ລາດບັງຫຼວງຍັງເປັນສິ່ງທ້າທາຍຕໍ່ການພັດທະນາຂອງຫຼາຍປະເທດໃນໂລກ

           
ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງເປີດເຜີຍໃນພິທີສະເຫຼີມສະຫຼອງວັນສໍ້ລາດບັງຫຼວງສາກົນຄົບຮອບ 13 ປີ ( 9 ທັນວາ 2003-  9 ທັນວາ 2016 ) ເມື່ອມໍ່ໆມານີ້ວ່າ: ການສໍ້ລາດບັງຫຼາດແມ່ນສິ່ງທ້າທາຍ ແລະ ເປັນສິ່ງຫຍໍ້ທໍ້ໜຶ່ງໃນກົນຈັກການຈັດຕັ້ງເປັນໄພອັນຕະລາຍຮ້າຍແຮງທີ່ສົ່ງຜົນກະທົບໂດຍກົງ ແລະ ກົດໜ່ວງເຖິງການພັດທະນາຂອງຫຼາຍປະເທດໃນໂລກບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່ປະເທດທີ່ພັດທະນາແລ້ວ ຫຼື ດ້ອຍພັດທະນາກໍລ້ວນແຕ່ໄດ້ຮັບຜົນກະທົບເຊັ່ນດຽວກັນພ້ອມນັ້ນ ການສໍ້ລາດບັງຫຼວງ
ຍັງເປັນໄພຂົມຂູ່ເຖິງການມີສະຖຽນລະພາບຂອງການຈັດຕັ້ງທັງພາກລັດກໍຄືພາກເອກະຊົນກໍ່ໃຫ້ເກີດຄວາມບໍ່ສະຫງົບຄວາມບໍ່ຍຸຕິທຳໃນສັງຄົມກ້າວໄປເຖິງການຂາດຄວາມເຊື່ອໝັ້ນ ແລະ ເຊື່ອມສັດທາຕໍ່ສະຖາບັນການປົກຄອງທຸກຂັ້ນ,ການສໍ້ລາດບັງຫຼວງເປັນການຕັດຮອນເອົາລາຍຮັບແຫ່ງຊາດຂອງລວມໝູ່ກໍຄືຂອງພົນລະເມືອງທີ່ບໍ່ຖືກຕ້ອງດ້ວຍວິທີການຕ່າງໆມັນເຮັດໃຫ້ລັດ ແລະ ພົນລະເມືອງເສຍຫາຍຊັບສິນ ແລະ ລາຍຮັບເປັນຈຳນວນບໍ່ໜ້ອຍຍ້ອນແນວນັ້ນການສໍ້ລາດບັງຫຼວງຈຶ່ງເປັນການສະແດງອອກຢ່າງຈະແຈ້ງຂອງການຂາດຄຸນນະທຳຂາດຈັນຍາບັນຂອງຜູ້ດຳເນີນງານໃນສັງຄົມພາໃຫ້ເກີດມີສະພາບເປັນກຸ່ມກ້ອນຮ່ວມຜົນປະໂຫຍດທາງເສດຖະກິດການເມືອງ ແລະ ກ້າວໄປເຖິງຄວາມບໍ່ເປັນເອກະພາບເກີດມີສະພາບແຕກແຍກ ແລະ ອື່ນໆຊຶ່ງຜົນຮ້າຍ ແລະ ຄວາມອັນຕະລາຍຂອງການສໍ້ລາດບັງຫຼວງໄດ້ກາຍເປັນບັນຫາຂອງທຸກປະເທດໃນໂລກລວມທັງລາວສະນັ້ນ ຈຶ່ງມີການສ້າງຂອບເຂດຂອງການຮ່ວມມືລະຫວ່າງປະເທດຕ່າງໆເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນຮູບແບບການສ້າງຂໍ້ກຳນົດກົດໝາຍສາກົນຊຶ່ງເປັນຄວາມຕ້ອງການອັນຮີບດ່ວນ ແລະ ຈຳເປັນຂອງວົງຄະນະຍາດສາ ກົນ. ກໍຄືບັນດາປະເທດໃນໂລກຊຶ່ງສະຫະປະຊາຊາດໄດ້ມີມະຕິກຳນົດຄວາມຈຳເປັນຕ້ອງມີກົດ ໝາຍສາກົນທີ່ມີຄວາມສັກສິດໃນການສະກັດກັ້ນການສໍ້ລາດບັງຫຼວງຮ່ວມກັນໃນຂອບເຂດທົ່ວໂລກ ແລະ ກອງປະຊຸມໃຫ້ຂອງອົງການສະຫະປະຊາຊາດໃນປີ 2003 ໄດ້ກຳນົດເອົາວັນທີ 9 ທັນວາຂອງທຸກໆເປັນວັນຕ້ານການສໍ້ລາດບັງຫຼວງສາກົນ.

No comments:

Post a Comment