Ad

Ad

26 December 2016

ຊິ້ງ CBR ຕຳລົດໃຫຍ່ເສຍຊີວິດຄາທີ່

          ຄືນວັນທີ 22 ທັນວາຜ່ານມາ, ຢູ່ເຂດບ້ານໂພນຕ້ອງສະ ຫວາດ, ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ, ໄດ້ເກີດເຫດລົດຈັກ CBR ໝາຍເລກທະບຽນ ຍກ 4739 ສະຫວັນນະເຂດ ຕຳກັບລົດໃຫຍ່ຍີ່ຫໍ້ ແລນໂລເວີ ໝາຍເລກທະບຽນ ຫຜ 8888 ຢ່າງຮຸນແຮງ, ສົ່ງຜົນໃຫ້ຄົນຂັບລົດຈັກຊື່ທ້າວ ຫອມທະວີ, ອາ ຍຸ 24 ປີ, ຢູ່ບ້ານໂພນສີໄຕ້, ເມືອງໂພນໂຮງ, ແຂວງວຽງຈັນ ເສຍຊີວິດຄາທີ່ໃນມື້ຮັບໃປະກາສະນີຍະບັດ.

          ຂ່າວໃຫ້ຮູ້ວ່າ: ເຊົ້າມືດຂອງວັນທີ 23 ທັນວານີ້, ໄດ້ມີລົດຈັກໝາຍເລກທະບຽນ ວດ 9855 ກຳແພງນະຄອນ, ຂັບຂີ່ມາດ້ວຍຄວາມໄວສູງ ເກີດເສຍຫລັກແລ້ວລົ້ມເອງ, ຢູ່ເຂດບ້ານໜອງໜ່ຽງ, ເມືອງ
ໄຊເສດຖາ ສົ່ງຜົນໃຫ້ຜູ້ຂັບຊື່: ທ້າວຜາລົມ ອາຍຸ 20 ປີ ຢູ່ບ້ານຈອມມະນີ, ເມືອງໄຊເສດຖາ ແລະ ຜູ້ຊ້ອນທ້າຍນາງ ແວວ ອາຍຸ 20 ປີ, ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ເສຍຊີວິດຄາທີ່ທັງສອງ ແລະ ເຊົ້າຂອງວັນທີ 24 ທັນວາ, ໄດ້ເກີດເຫດລົດໃຫຍ່ປະທະກັນຢ່າງຮຸນແຮງ, ຢູ່ເຂດບ້ານສີເກີດ, ເມືອງນາຊາຍທອງ, ສົ່ງຜົນໃຫ້ຜູ້ທີ່ນັ່ງມາໃນລົດຊື່: ນາງ ເພັດສະຫວັນ, ອາຍຸ 32 ປີ, ຢູ່ບ້ານດັ່ງກ່າວ ເສຍຊີວິດຄາທີ່ ແລະ ໃນຕອນແລງຂອງວັນດຽວກັນ, ກໍໄດ້ເກີດອຸປະຕິເຫດລົດຈັກຕຳກັນ ຢູ່ເຂດບ້ານຫ້ວຍນ້ຳເຢັນ, ເມືອງນາຊາຍທອງ ສົ່ງຜົນໃຫ້ທ້າວ ສົມລິດ ອາຍຸ 26 ປີ, ຢູ່ບ້ານນາທອນ ເມືອງນາຊາຍທອງ ເສຍຊີວິດ.

No comments:

Post a Comment