Ad

Ad

13 January 2017

ລົດໂດຍສານປິ້ນຢູ່ແຂວງຊຽງຂວາງມີເສຍຊີວິດ 2 ຄົນ

          ຮອງຫົວໜ້າພະແນກຈະລາຈອນ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ເວລາປະມານ 9:30 ໂມງຂອງວັນທີ 11 ມັງກອນຜ່ານມານີ້, ຢູ່ເສັ້ນ ທາງເລກ 7, ເຂດບ້ານຍອດຮວາຍ, ເມືອງໜອງແຮດ, ແຂວງຊຽງຂວາງ, ໄດ້ມີລົດໂດຍສານ ໝາຍເລກທະບຽນ ບກ 0289 ຫລວງພະບາງ ຂັບຂີ່ມາແຕ່ຮ່າໂນຍ ສສ.ຫວຽດນາມ ເພື່ອມຸ້ງໜ້າໄປແຂວງຫລວງພະບາງ ແຕ່ພໍມາຮອດຈຸດເກີດເຫດ, ຊຶ່ງເປັນທາງໂຄ້ງ ແລະ ຄ້ອຍຊັນ ບວກໃສ່ກັບມີລົດບັນທຸກ 12 ລໍ້ ທີ່ສວນທາງມາ, ຊຶ່ງເຮັດໃຫ້ລົດໂດຍສານຄັນດັ່ງກ່າວ ຫັກລ້ຽວບໍ່
ວິດໄປຕຳເອົາທ້າຍລົດບັນທຸກ ແລະ ເສຍຫລັກປິ້ນລົງຂ້າງທາງ, ສົ່ງຜົນໃຫ້ຜູ້ໂດຍສານທີ່ນັ່ງມາໃນລົດ 31 ຄົນໄດ້ຮັບບາດເຈັບ 29 ຄົນ ແລະ ເສຍຊີວິດ 2 ຄົນຄື: ທ້າວ ເຈີຫວ່າງ ອາຍຸ 21 ປີ, ຢູ່ບ້ານສັນນ້ອຍ, ເມືອງຄູນ, ແຂວງຊຽງຂວາງ ແລະ ທ້າວ ແມັກຊິນ, ອາຍຸ 21 ປີ (ສັນຊາດຝຣັ່ງ).

          ເຈົ້າໜ້າທີ່ແຂວງຈຳປາສັກ ໃຫ້ຮູ້ວ່າ: ເວລາປະມານ 12:50 ໂມງຂອງວັນດຽວກັນ, ຢູ່ເມືອງປາກເຊ ແຂວງຈຳປາສັກ, ໄດ້ມີລົດກະບະ ໝາຍເລກທະບຽນ ກກ 2918 ຕຳກັບລົດຈັກ ໝາຍເລກທະບຽນ ຈຈ 7555 ຢ່າງແຮງ ສົ່ງຜົນຜູ້ຊ້ອນທ້າຍລົດຈັກຄື: ນາງ ແກ້ວບົວສາ, ອາຍຸ 16 ປີ, ນັກຮຽນ, ຢູ່ບ້ານໂພນສະອາດ, ເມືອງປາກເຊ ເສຍຊີວິດຄາທີ່. ສ່ວນຜູ້ຂັບລົດໃຫຍ່ຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອດຳເນີນຄະດີຕາມກົດໝາຍ. ນອກນີ້, ເຈົ້າໜ້າທີ່ ຈະລາຈອນ ແຂວງສະຫວັນນະເຂດ ໃຫ້ຮູ້ຕື່ມວ່າ: ປະມານ 10:30 ໂມງຂອງວັນທີ 12 ມັງກອນນີ້, ໄດ້ເກີດເຫດລົດຈັກຕຳເອົາເດັກນ້ອຍນັກຮຽນຊັ້ນມັດທະຍົມ ບ້ານຍາງສູງ, ເມືອງໄກສອນ ແຂວງສະຫວັນນະເຂດ, ເສຍຊີວິດຄາທີ່, ຂະນະທີ່ເດັກນ້ອຍຄົນດັ່ງກ່າວ ພວມຍ່າງໄປໂຮງຮຽນເຂົ້າສອບເສັງພາກຮຽນ 1 ທີ່ໂຮງຮຽນແຫ່ງດັ່ງກ່າວ.

No comments:

Post a Comment