Ad

Ad

13 January 2017

ນະຄອນຫລວງວຽງຈັນຈະສ້າງທາງດ່ວນ 14 ກິໂລແມັດແຕ່ສູນການຄ້າລາວ-ໄອເຕັກຮອດດົງໝາກຄາຍ

       ນັບວ່າເປັນຂ່າວດີ, ພາຍຫລັງທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ແກ້ວພິລາວັນ ອາໄພລາດ ໄດ້ເປີດເຜີຍແຜນກໍ່ສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນ ພົມວິຫານ ນັບແຕ່ສູນການຄ້າລາວ-ໄອເຕັກຫາບ້ານດົງໝາກຄາຍ, ທີ່ມີຂະໜາດກວ້າງ 70 ແມັດ ແລະ ຄວາມຍາວກວ່າ 14 ກິໂລແມັດ, ຊຶ່ງຄາດວ່າຈະມີມູນຄ່າກໍ່ສ້າງຫລາຍກວ່າ 150 ລ້ານໂດລາສະຫະລັດ.
           ການເປີດເຜີຍດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະ ຄອນຫລວງວຽງຈັນຊຸດທີ I ເມື່ອບໍ່ດົນນີ້ວ່າ: ທາງດ່ວນດັ່ງກ່າວສ້າງຂຶ້ນເພື່ອແນ່ໃສ່ແກ້ໄຂບັນຫາການ
ສັນຈອນແອອັດໃນຕົວເມືອງ ແລະ ຊານເມືອງໃນຕໍ່ໜ້າ, ເປັນເສັ້ນທາງເບຕົງເບື້ອງລະ 3 ເລນກວ້າງ 35 ແມັດ, ແລະ ມີເຂດສະຫງວນແລວທາງຟາກລະ 20 ແມັດ, ລວມຄວາມກວ້າງທັງໝົດ 110 ເມັດ. ມີສະຖານີທາງເຂົ້າ 8 ຈຸດ ແລະ ທາງອອກດ່ວນ 3 ຈຸດທີ່ເຊື່ອມຕໍ່ກັບເສັ້ນທາງສາຍສໍາຄັນອື່ນໆໃນຕົວເມືອງ.
           ໂຄງການທາງດ່ວນສາຍນີ້ແມ່ນເລີ່ມແຕ່ສູນການຄ້າລາວ-ໄອເຕັກຕັດຜ່ານຕະຫລາດຫົວຂົວຜ່ານບ້ານໜອງໜ່ຽງຫາຖະໜົນ 450 ປີ, ສະຖານີລົດໄຟ, ຖະໜົນ 13 ໃຕ້ ແລະ ໄປສຸດຢູ່ດົງໝາກຄາຍກວມເອົາ 2 ເມືອງຄື: ເມືອງໄຊເສດຖາ ແລະ ໄຊທານີ. ໃນນີ້ເມືອງໄຊເສດຖາມີ 10 ບ້ານຄື: ບ້ານຮ່ອງແກ, ທາດຫລວງໃຕ້, ຫົວຂົວ, ວັງຊາຍ, ໂນນສະຫວ່າງ, ໜອງໜ່ຽງ, ຮ່ອງສຸພາບ, ໂພນພະເນົາ, ວຽງຈະເລີນ ແລະ ໂຊກໃຫຍ່. ສ່ວນເມືອງໄຊທານີມີ 6 ບ້ານຄື: ນາແຄ, ບ້ານໄຊ, ໄຊສະ ຫວ່າງ, ດົງສ້າງຫີນ, ດອນຕິ້ວ ແລະ ດົງໝາກຄາຍ. ມີດິນຖືກຜົນກະທົບທັງໝົດ 464 ຕອນ ແລະ ອາຄານ 49 ຫລັງ.

  ສໍາລັບການລົງທຶນໃນໂຄງການດັ່ງກ່າວແມ່ນລັດຖືຫຸ້ນ 60%, ບໍລິສັດ ນໍລິນໂກ ສປ ຈີນຮ່ວມກັບບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາ ກັດຜູ້ດຽວ 30% ແລະ ປະຊາຊົນຜູ້ທີ່ຖືກຜົນກະທົບໂຄງການ 10% (ສຳລັບປະຊາຊົນທີ່ມີຈຸດປະສົງຢາກຮ່ວມຫຸ້ນນຳ), ໂດຍເອົາທີ່ດິນຂອງຕົນໄປປ່ຽນເປັນຫຸ້ນ ແລະ ຖືບັນຊີຮ່ວມກັບໂຄງການ, ຊຶ່ງສາມາດແບ່ງກຳໄລໃນແຕ່ລະປີຮ່ວມກັບໂຄງການຕາມກົດໝາຍ.

No comments:

Post a Comment