Ad

Ad

13 January 2017

ປະທານປະເທດຢ້ຽມຢາມພື້ນຖານເສດຖະກິດຢູ່ເມືອງປາກງື່ມ


        ແຫລ່ງຂ່າວ ຂປລ ໃຫ້ຮູ້ວ່າ: ໃນວັນທີ 11 ມັງກອນ 2017 ນີ້, ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ໄດ້ລົງຢ້ຽມຢາມເຂດພັດທະນາກະສິກໍາຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ, ໂດຍ ການຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງ ແລະ ປະຊາຊົນເມືອງດັ່ງກ່າວ.
          ທ່ານ ປະທານປະເທດໄດ້ຢ້ຽມຢາມກຸ່ມຜະລິດພືດອິນຊີບ້ານທ່າຊ້າງ ເຊິ່ງເປັນກຸ່ມຜະລິດຕົວແບບໜຶ່ງທີ່ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2010 ເປັນຕົ້ນມາ, ມີ77 ຄອບຄົວ, ມີເນື້ອທີ່ຜະລິດ 60 ເຮັກ ຕາ, ຊຶ່ງແຕ່ລະອາທິດ ສາມາດສະໜອງພືດຜັກອິນຊີປະເພດຕ່າງໆໃຫ້ນະຄອນຫລວງວຽງຈັນໄດ້ 3-4 ໂຕນ ແລະ ສາມາດສ້າງລາຍຮັບໃຫເຂົາເຈົ້າ
ໄດ້ 30-40 ລ້ານກີບ, ສາມາດພັດທະນາຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກໄດ້ໂດຍພື້ນຖານ, ຈາກນັ້ນກໍໄດ້ໄປຢ້ຽມຢາມຟາມພູຕາເວັນ, ເຊິ່ງເປັນຟາມຕົວແບບອີກແຫ່ງໜຶ່ງ ໄດ້ເລີ່ມມາແຕ່ປີ 2012, ໂດຍການຜະລິດກະສິກໍາທີ່ມີຄວາມປອດໄພ ແລະ ດີຕໍ່ສຸຂະພາບ ພາຍໃນຟາມນອກຈາກປູກພືດຜັກຊະນິດຕ່າງໆແລ້ວ, ຍັງມີຟາມງົວ ແລະ ສັດ ອື່ນໆທີ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດໄດ້ເປັນຢ່າງດີ ແລະ ຍັງໃຫ້ການເຝິກ ອົບຮົມດ້ານການກະເສດ, ສົ່ງເສີມທຸລະກິດຂະໜາດນ້ອຍ-ຂະໜາດກາງ ແລະ ພັດທະນາການທ່ອງ ທ່ຽວສີຂຽວ ແລະ ຢ້ຽມຢາມຟາມລ້ຽງງົວຂອງບໍລິສັດເອັກສພີການຄ້າລາວ-ຈີນຈໍາກັດ ມີເນື້ອທີ່ 100 ເຮັກຕາໄດ້ເລີ່ມບຸກເບີກແຕ່ປີ 2012 ເປັນຕົ້ນມາ ເຊິ່ງເປັນຟາມໜຶ່ງທີ່ໄດ້ ນໍາໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ, ນໍາໃຊ້ລະບົບຝົນຝອຍເພື່ອປູກຫຍ້າ ສາລີ ເປັນອາຫານໃຫ້ງົວ ໂດຍຟາມດັ່ງກ່າວມີແຜນລ້ຽງງົວ 1.500 ແມ່, ນອກນີ້ຍັງມີແຜນລ້ຽງໝູ່ ໂດຍການນໍາໃຊ້ເຕັກນິກທີ່ທັນສະໄໝຕິດພັນກັບການປຸງແຕ່ງ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

          ໂອກາດດັ່ງກ່າວ, ທ່ານ ປະທານປະເທດກໍໄດ້ສະແດງຄວາມຊົມເຊີຍຕໍ່ການບຸກບືນສູ້ຊົນຂອງຜູ້ປະກອບການອັນໄດ້ເຮັດໃຫ້ກິດຈະການມີການເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ປະກອບສ່ວນດ້ານສະ ບຽງອາຫານໃຫ້ ພາຍໃນ ແລະ ສາມາດສົ່ງອອກຕ່າງປະເທດໄດ້ຈຳນວນໜຶ່ງສາມາດປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ເປັນຢ່າງດີ ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ກຸ່ມຜະລິດພືດຜັກອິນຊີ ກໍ່ຄືເຈົ້າຂອງຟາມສືບຕໍ່ຂະຫຍາຍເນື້ອທີ່ການຜະລິດ ແລະ ຍົກສູງຜົນຜະລິດໃຫ້ຫລາຍຂຶ້ນ ຮັບປະກັນໃຫ້ໄດ້ທັງຄຸນະພາບ ແລະ ປະລິມານ, ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດທີ່ນັບມື້ຫລາຍຂຶ້ນ ແລະ ຮອງຮັບການແຂ່ງຂັນໃນອະນາຄົດ, ເພີ່ມທະວີການປຸງແຕ່ງກໍ່ໃຫ້ມີຫລາຍຮູບຫລາຍສີ ຕາມທິດສີຂຽວ ແລະ ຍືນຍົງ; ເນັ້ນໃຫ້ ນະຄອນຫລວງວຽງຈັນ, ເມືອງ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ຊຸກຍູ້ສົ່ງເສີມ ບົນພື້ນຖານລະບຽບ-ກົດໝາຍ ແລະ ຂໍ້ກໍານົດຕ່າງໆຂອງພັກ ແລະ ລັດຖະບານ ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນຕົວແບບທີ່ດີໃນຕໍ່ໜ້າ.

No comments:

Post a Comment