Ad

Ad

13 January 2017

ການຊົດເຊີຍທີ່ດິນຈາກເຂດພັດທະນາກວມລວມໄຊເສດຖາຈະໄດ້ຮັບການແກ້ໄຂອີກບໍ່ດົນ.

           ປະຊາຊົນທີ່ຄອງຄອຍຖ້າຮັບເງິນຊົດເຊິີຍທີ່ດິນຂອງຕົນທີ່ຖືກໂຄງການພັດທະນາກວມລວມໄຊເສດຖາ, ນະຄອນຫລວງວຽງຈັນ ຈະໄດ້ຮັບໃນອີກບໍ່ດົນນີ້, ພາຍຫລັງບໍລິສັດຜູ້ພັດທະນາເຂດດັ່ງກ່າວໄດ້ຍີນດີທີ່ຈະໃຫ້ລັດກູ້ຢືມກ່ອນເພື່ອຈ່າຍໃຫ້ປະຊາຊົນໄດ້ເອົາໄປພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ, ຊຶ່ງ ບັນຫານີ້ໄດ້ເປີດເຜີຍຈາກທ່ານຫົວໜ້າຄະນະບໍລິຫານເຂດພັດທະນາດັ່ງກ່າວໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ລົງຢ້ຽມຢາມໂຄງການເມື່ອບໍ່ດົນມານີ້ວ່າ: ເຂດພັດທະນາ
ກວມລວມແຫ່ງນີ້ແມ່ນໂຄງການຮ່ວມມືລະຫວ່າງລັດຖະບານສອງປະເທດລາວ-ຈີນ, ມີເນື້ອທີ່ທັງໝົດພັນເຮັກຕາ, ໂດຍກວມເອົາດິນຂອງປະຊາຊົນຫລາຍກວ່າ 390 ຕອນ ແລະ ມີມູນຄ່າການລົງທຶນທັງໝົດ 128 ລ້ານໂດລາສະຫະລັດ, ໃນນີ້ຝ່າຍລາວຖືຮຸ້ນ 25% ໂດຍຖືເອົາມູນຄ່າການຊົດເຊີຍທີ່ດິນຈໍານວນພັນເຮັກຕາຕົກເປັນມູນຄ່າ 30 ລ້ານໂດລາສະຫະລັດເປັນຮຸ້ນ, ສ່ວນຝ່າຍຈີນຖືຮຸ້ນ 75% ໂດຍຖືເອົາມູນຄ່າການກໍ່ສ້າງສະໜາມກິລາແຫ່ງຊາດຫລັກ 16 ລວມມີມູນຄ່າ 98 ລ້ານໂດລາສະຫະລັດເປັນຮຸ້ນ, ສ່ວນອັດຕາການຄິດໄລ່ຊົດເຊີຍທີ່ດິນນັ້ນແມ່ນອິງຕາມລະບຽບຫລັກການທີ່ລັດຖະບານກໍານົດຄື: ຕອນດິນທີ່ມີໃບຕາດິນຖືກຕ້ອງ (ຂອບທອງ) ແມ່ນ 20 ພັນກີບຕໍ່ຕາແມັດ, ມີເອກະສານສິດນໍາໃຊ້ 14-16 ພັນກີບຕໍ່ຕາແມັດ, ສ່ວນຕອນດິນປະເພດນາ, ສວນປູກພືດຕ່າງໆແມ່ນຄິດໄລມູນຄ່າລາຄາຜົນຜະລິດຕົວຈິງແລ້ວຄູນໃຫ້ສາມປີ ແລະ ມາຮອດປັດຈຸບັນພາກລັດໄດ້ຈ່າຍຊົດເຊີຍເນື້ອທີ່ດິນໃຫ້ປະຊາຊົນແລ້ວ 243 ຕອນ, ມີເນື້ອທີ່ 570 ເຮັກຕາ, ຕົກເປັນມູນຄ່າ ຫລາຍກວ່າ 109 ຕື້ກວ່າກີບ ແລະ ຍັງຄ້າງຈໍານວນ 152 ຕອນ, ມີເນື້ອທີ່ 369,9 ເຮັກຕາ, ຄິດເປັນມູນຄ່າຫລາຍກວ່າ 11 ລ້ານໂດລາສະຫະລັດ ຫລືປະມານ 84 ຕື້ກວ່າກີບ ແລະ ປັດຈຸບັນພາກລັດແມ່ນຍັງພົບບັນຫາຫຍຸ້ງຍາກທາງດ້ານງົບປະມານຈຶ່ງອາດຈະບໍ່ສາມາດຈ່າຍຊົດເຊີຍສ່ວນຍັງຄ້າງໃຫ້ປະຊາຊົນໄດ້ໂດຍໄວ, ແຕ່ເພື່ອເປັນການຊ່ວຍແກ້ໄຂບັນຫາດັ່ງກ່າວ, ບໍລິສັດຮ່ວມທຶນລາວ-ຈີນຈໍາກັດ, ຊຶ່ງເປັນຜູ້ພັດທະນາເຂດດັ່ງກ່າວໄດ້ຕົກລົງໃຫ້ພາກລັດກູ້ຢືມໃນວົງເງິນຈໍານວນດັ່ງກ່າວ ເພື່ອນໍາໄປຈ່າຍໃຫ້ປະຊາຊົນທີ່ຄອງຄອຍມາດົນນານແລ້ວໄດ້ເອົາໄປພັດທະນາຄອບຄົວ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ.   

No comments:

Post a Comment