Ad

Ad

13 January 2017

ຂະແໜງພະລັງງານ-ບໍ່ແຮ່ມີບົດບາດສໍາຄັນໃນການຍູ້ດັນເສດຖະກິດຂອງຊາດ

ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໄດ້ດໍາເນີນໄປໃນທ່າມກາງວິກິດການດ້ານເສດຖະກິດໂລກທີ່ສົ່ງຜົນສະທ້ອນຕໍ່ການພັດທະນາໃນຫລາຍດ້ານ, ໂດຍສະເພາະການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່, ຊຶ່ງມີຫລາຍໂຄງການໄຟຟ້າຂະໜາດໃຫຍ່ໄດ້ເລື່ອນການພັດທະນາ ແລະ ລາຄາແຮ່ທາດກໍຕົກຕໍ່າໃນບາງປີ.ເຖິງແນວໃດກໍຕາມ, ດ້ວຍຄວາມເອົາໃຈໃສ່ຊຸກຍູ້ົສົ່ງເສີມຂອງພັກ ແລະ ລັດຖະບານຂະແໜງການພະລັງງານ ແລະ ບໍ່ແຮ່ຍັງແມ່ນທ່າ
ແຮງສໍາຄັນໃນການຊຸກຍູ້ເສດຖະກິດຂອງຊາດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຕໍ່ເນື່ອງ. ດ້ານພະລັງງານແມ່ນສາມາດຜະລິດກະແສໄຟຟ້າໄດ້ຫລາຍກວ່າ 74 ພັນລ້ານກິໂລວັດໂມງ, ລວມມີມູນຄ່າຫລາຍກວ່າ 30 ພັນຕື້ກີບເພີ່ມຂຶ້ນສະເລ່ຍ 25% ຕໍ່ປີ, ປັດຈຸບັນທົ່ວປະເທດມີເຂື່ອນທີ່ມີກໍາລັງຕິດຕັ້ງ 1 ເມກາວັດຂຶ້ນໄປ 29 ແຫ່ງ, ໃນນັ້ນລັດວິສາຫະກິດໄຟຟ້າລາວຄຸ້ມຄອງ 10 ແຫ່ງແລະ 19 ແຫ່ງແມ່ນເອກະຊົນຄຸ້ມຄອງ, ສໍາລັບເຂື່ອນທີ່ກໍ່ສ້າງສໍາເລັດໃນ 5 ປີຜ່ານມາລວມມີ 15 ແຫ່ງຄື: ເຂື່ອນນໍ້າຊອງ, ນໍ້າທາ, ນໍ້າຍອນ, ນໍ້າພາວ, ນໍ້າງື່ມ 5, ເທີນຫີນບູນພາກຂະຫຍາຍ 220 ເມກາວັດ, ເຂື່ອນນໍ້າຍວງ, ນໍ້າລອງ, ເຊນໍ້ານ້ອຍ, ນໍ້າສະນາ, ນໍ້າງຽບ, ນໍ້າງື່ມ 2, ເທີນຫີນບູນພາກຂະຫຍາຍ 280 ເມກາວັດ, ໂຮງໄຟຟ້າພະລັງານຄວາມຮ້ອນຫົງສາ ແລະ ເຂື່ອນເຊຂະໝານ ລວມມີກໍາລັງຕິດຕັ້ງທັງໝົດ 3.513 ເມກາວັດ. ນອກຈາກນີ້ຍັງມີປະມານ 45 ໂຄງການແມ່ນໄດ້ເຊັນສັນຍາສໍາປະທານແລ້ວ ແລະ ມີ 24 ໂຄງການແມ່ນພວມກະກຽມກໍ່ສ້າງ, ຊຶ່ງຄາດວ່າມີປະມານ 33 ໂຄງການຈະໄດ້ລົງມືກໍ່ສ້າງກ່ອນປີ 2020. ສ່ວນດ້ານບໍ່ແຮ່ແມ່ນມີຍອດມູນຄ່າການຜະລິດຫລາຍກວ່າ 66 ພັນຕື້ກີບ, ມີອັດຕາການຂະຫຍາຍຕົວສະເລ່ຍ 6,9% ຕໍ່ປີ, ໃນນີ້ສາມາດຜະລິດທອງແຜ່ນໄດ້ຫລາຍກວ່າ 329 ພັນໂຕນ, ແຮ່ຄໍາປະສົມເງິນຫລາຍກວ່າ 58 ພັນໂຕນ, ຖ່ານຫີນລິກໄນ 1,56 ລ້ານໂຕນ, ຖ່ານຫີນແອນຕຼາໄຊຫລາຍກວ່າ 752 ພັນໂຕນ, ຝຸ່ນທອງ 1,77 ລ້ານໂຕນ, ຫີນກາວ 3,06 ລ້ານໂຕນແລະ ແຮ່ທາດອື່ນໆກໍມີຈັງຫວະການຂະຫຍາຍຕົວເພີ່ມຂຶ້ນ, ລວມມູນຄ່າການສົ່ງອອກຜະລິດຕະພັນແຮ່ທາດໄດ້ຫລາຍກວ່າ 4 ຕື້ໂດລາສະຫະລັດ, ກວມປະມານ 60% ຂອງການສົ່ງອອກທັງໝົດ,ປັດຈຸບັນບັນດາບໍລິສັດລົງທຶນຈາກພາຍໃນ ແລະ ຕ່າງປະເທດທີ່ໄດ້ຮັບອະນຸມັດຂຸດຄົ້ນແຮ່ທັງໝົດ 72 ບໍລິສັດ, ໃນນັ້ນ 19 ບໍລິສັດຢູ່ໄລຍະກະກຽມຂຸດຄົ້ນ ແລະ ກໍ່ສ້າງໂຮງງານປຸງແຕ່ງ ແລະ ມີ 50 ບໍລິສັດພວມຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກ, ສ່ວນຫລາຍແມ່ນບໍລິສັດຂະໜາດກາງ ແລະ ນ້ອຍ, ສໍາລັບບໍລິສັດຂະໜາດໃຫຍ່ທີ່ມີມູນຄ່າຜະລິດຕະພັນຫລາຍກວ່າ 500 ລ້ານໂດລາສະຫະລັດຕໍ່ປີມີພຽງບໍລິສັດລ້ານຊ້າງມີນິໂຣນ, ບໍລິສັດພູເບ້ຍມາຍນິງ ແລະ ບໍ່ແຮ່ສໍາຄັນທີ່ເປີດການຂຸດຄົ້ນໃໝ່ແມ່ນເກືອກາລີຢູ່ເຂດບ້ານທົ່ງມັງ, ເມືອງທຸລະຄົມ, ແຂວງວຽງຈັນ ແລະ ເກືອໂປຕັດແຂວງຄໍາມ່ວນ ແລະ ອື່ນໆ. 

No comments:

Post a Comment