Ad

Ad

13 January 2017

ລະວັງ!! ອາກາດຈະໜາວລົງຕື່ມ 2-4 ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 13-15 ມັງກອນນີ້, ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມດ້ວຍກຳລັງປານກາງ ຫາ ແຮງ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຕື່ມອີກ 2-4 ອົງສາ, ໂດຍສະເພາະຢູ່ແຂວງພາກເໜືອຫາພາກກາງ ແລະ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ສຳລັບພາກເໜືອດ້ານ
ຕາເວັນອອກ: ອາກາດຈະໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 7-9 ອົງສາ ແລະ ສູງສຸດ 15-17 ອົງສາ; ສ່ວນພາກເໜືອດ້ານຕາເວັນຕົກ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 25-27 ອົງສາ; ນະຄອນຫລວງວຽງຈັນ: ອຸນຫະພູມອາກາດຈະເຢັນລົງຕື່ມ ແລະ ຈະມີຝົນຕົກກະຈາຍເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 27-29 ອົງສາ; ພາກກາງ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ໜາວຫລາຍຢູ່ແຂວງໄຊສົມບູນ, ຫລັກຊາວ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 13-15 ອງົສາ ແລະ ສູງສຸດ 26-28 ອົງສາ; ພາກໃຕ້: ອາກາດຈະເຢັນລົງຕື່ມ ແລະ ມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສູງສຸດ 28-30 ອົງສາ.

No comments:

Post a Comment