Ad

Ad

12 January 2017

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໂຂງ

ໃນວັນທີ 9 ມັງກອນນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໂຂງ, ແຂວງຈຳປາສັກ ເພື່ອຍົກໃຫ້ເຫັນສະພາບຈຸດພິເສດ ແລະ ບັນດາທ່າແຮງຂອງເມືອງ, ເປັນເມືອງຊາຍແດນມີທາງອອກສູ່ຕ່າງປະເທດ, ເປັນເມືອງທົ່ງພຽງ, ມີສາຍນໍ້າ ແລະ ເກາະດອນ ຈຳນວນຫຼວງຫຼາຍ, ມີປ່າໄມ້ ແລະ ທົ່ງນາ ທີ່ກວ້າງຂວາງ, ສິ່ງແວດ ລ້ອມສົດຊື່ນ, ທໍາມະຊາດສວຍສົດງົດງາມ, ມີແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ລືຊື່ ແລະ ຫຼວງຫຼາຍ...
ຈາກບັນດາເງື່ອນໄຂທ່າແຮງເຫຼົ່ານັ້ນຖືໄດ້ວ່າ ເມືອງໂຂງເປັນໜຶ່ງໃນເມືອງທີ່ມີຄວາມອຸດົມສົມບູນອັນດັບຕົ້ນໆຂອງປະເທດກໍວ່າໄດ້, ທີ່ສຳຄັນເຫັນວ່າ ບັນຍາກາດການທ່ອງທ່ຽວ ຢູ່ໃນເຂດເມືອງໂຂງ ນັບມື້ມີຄວາມຄຶກຄື້ນ ອັນເປັນເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ມີການຂະຫຍາຍຕົວຢ່າງໄວວາ, ວຽກງານຕ່າງໆ, ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ພ້ອມນີ້  ທ່ານນາຍົກໄດ້ມີຄຳເຫັນເຈາະຈີ້ມ ແລະ ເນັ້ນໃຫ້ຄະນະພັກ-ຄະນະນຳຂອງເມືອງໂຂງ ກໍຄື ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ກວດເບິ່ງຄືນ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໂດຍສະເພາະ ແຜນປີ, ແຜນ 5 ປີ, ຍຸດທະສາດການພັດທະນາ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ທີ່ໄດ້ກຳນົດແລ້ວນັ້ນ ສອດຄ່ອງກັບເງື່ອນໄຂ, ທ່າແຮງ ແລະ ແທດເໝາະກັບຄວາມສາມາດຕົວຈິງ ຄືແນວໃດ, ຈຸດໃດ-ບັນຫາໃດ ບໍ່ທັນແທດເໝາະ ແມ່ນໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ຊ່ວຍປັບປຸງຄືນໃຫ້ສຳເລັດໂດຍໄວ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີໝາກມີຜົນ, ນຳເອົາຜົນປະໂຫຍດສູງສຸດມາສູ່ເມືອງ ກໍ່ຄື ແຂວງຂອງຕົນ ແລະ ໃຫ້ເອົາໃຈໃສ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ດ້ວຍຄວາມເປັນເຈົ້າການ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງພວກທີ່ບໍ່ຫວັງດີ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃຫ້ໄດ້ຢ່າງທັນການຕິດພັນກັບການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ; ເອົາໃຈໃສ່ວຽກລົງກໍ່ສ້າງຮາກຖານຢ່າງແຂງແຮງ, ຕິດແທດກັບປະຊາຊົນ ຢ່າງແທ້ຈິງ ແລະ ສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ເພີ່ມຂຶ້ນ ແລະ ເພີ່ມທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ, ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາເມືອງຂອງຕົນ ໃຫ້ກາຍເປັນເມືອງພັດທະນາດີເດັ່ນ ພາຍໃນ 5 ປີຂ້າງໜ້າ.

ໃນໂອກາດດັ່ງກ່າວ ເຈົ້າເມືອງໆໂຂງ ໄດ້ລາຍງານໃຫ້ຊາບວ່າ: ເມືອງໂຂງເປັນເມືອງພົ້ນທຸກແລ້ວ, ອັດຕາການຂະຫຍາຍຕົວຂອງເສດຖະກິດ ໃນລະດັບ 8% ຕໍ່ປີ, ສະເລ່ຍລາຍຮັບໃສ່ຫົວຄົນ ບັນລຸ 2.000 ໂດລາສະຫະລັດ, ຜະລິດເຂົ້າ ໃນປີ 2016 ໄດ້ 69.112 ໂຕນ ສະເລ່ຍໃສ່ຫົວຄົນ ໄດ້ຮັບເຂົ້າເປືອກ ປະມານ 740 ກິໂລ/ຄົນ, ບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວ ກວມ 99%, ມີບ້ານພັດທະນາ ກວມ 76%, ມີບ້ານແບບຢ່າງສາທາລະນະສຸກ ກວມ 76%, ປະຈຸບັນ ໄດ້ຮັບການປະກາດເປັນເມືອງຈົບຊັ້ນມັດທະຍົມຕົ້ນບຳລຸງແລ້ວ.

1 comment:

  1. ໃຜເຊື່ອຂ່າວນີ້ກໍເປັນຄົນບໍ່ຈັກຫຍັງກຽ່ວກັບລາວ

    ReplyDelete