Ad

Ad

12 January 2017

ກອງປະຊຸມພົບປະພິເສດລະຫວ່າງໂຄສົກລັດຖະບານ ແລະ ຄະນະນໍາສື່ມວນຊົນລາວ

          ກອງປະຊຸມພົບປະພິເສດລະຫວ່າງລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານທ່ານ ຈະເລີນ ເຢຍປາວເຮີ ແລະ ບັນດາຄະນະນໍາສື່ມວນຊົນລາວ, ໄດ້ມີຂຶ້ນໃນວັນທີ 11 ມັງກອນນີ້ທີ່ສູນປະຊຸມແຫ່ງຊາດ(ຫລັກ6), ນະຄອນຫລວງວຽງຈັນ ເພື່ອປືກສາຫາລືກ່ຽວກັບທິດທາງເພີ່ມທະວີການຮ່ວມມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ກໍຄືມະຕິ IX ແລະ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ໃຫ້ເປັນຂະບວນການແຂງແຮງ ແລະ ຟົດຟື້ນ, ພ້ອມທັງຊີ້ທິດເຍືອງທາງໃຫ້ແກ່ການເຄື່ອນໄຫວຂອງວຽກງານສື່ມວນຊົນໃນຕໍ່ໜ້າ ເພື່ອໃຫ້ຮັບປະກັນ
ຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ ແລະ ທັງຮັບປະກັນບໍ່ໃຫ້ຕົກເປັນເຄື່ອງມືຂອງຄົນບໍ່ດີຕ່າງໆສວຍໃຊ້ມ້າງເພທໍາລາຍຄວາມສາມັກຄີຂອງປະຊາຊົນບັນດາເຜົ່າກໍຄືລະບອບປະຊາທິປະໄຕຂອງປະເທດເຮົາ.
  ທ່ານໂຄສົກລັດຖະບານມີຄໍາເຫັນວ່າ: ຕະຫລອດໄລຍະຜ່ານມາ, ວຽກງານສື່ມວນຊົນໄດ້ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນຂະບວນການປະຕິວັດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນແຕ່ລະໄລຍະ, ມາເຖິງປັດຈຸບັນສື່ມວນຊົນຍິ່ງມີບົດບາດສໍາຄັນຫລາຍໃນການເປັນກະບອກສຽງອັນແຫລມຄົມເພື່ອໂຄສະນາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເປັນກໍາລັງແຮງປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການຮັກຊາດພັດທະນາໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ, ທັງເປັນເວທີສົ່ງເສີມສິດປະຊາທິປະໄຕປະຊາຊົນ, ເປັນເຄື່ອງມືຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ຕອບໂຕ້ຖອຍທໍານອງທີ່ບິດເບືອນຄວາມຈິງຕ່າງໆໄດ້ເປັນຢ່າງດີ. ແນວໃດກໍຕາມໃນຕໍ່ໜ້ານີ້ເພື່ອຮັບປະກັນໃຫ້ວຽກງານສື່ມວນຊົນພວກເຮົາມີຜົນສໍາເລັດສູງ, ກ່ອນອື່ນແມ່ນນັກຂ່າວຕ້ອງກໍາແໜ້ນແນວທາງຂອງພັກໃຫ້ເລິກເຊິ່ງ, ໂດຍສະເພາະກໍາແໜ້ນຈຸດໝາຍປາຍທາງຂອງພັກທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຄື: ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ດັ່ງນັ້ນຈຶ່ງເລັ່ງທວງໃຫ້ສື່ມວນຊົນເຮົາຕ້ອງໄດ້ເພີ່ມທະວີການໂຄສະນາເຜີຍແຜ່ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ຈໍາກັດດ້ານຫຍໍ້ທໍ້, ບົນພື້ນຖານການເຄື່ອນ ໄຫວພາຍໃຕ້ລະບຽບກົດໝາຍ, ເພື່ອເຮັດແນວໃດໃຫ້ການໂຄສະນາ, ອອກຂ່າວຕາມສື່ຕ່າງໆຕ້ອງຍຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ລະບຽບກົດໝາຍ, ຖືກຕ້ອງຕາມສະພາບຄວາມເປັນຈິງ, ມູນເຊື້ອຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ, ເອົາໃຈໃສ່ການລາຍງານຂ່າວການເຄື່ອນໄຫວຂອງບັນດາການນໍາຂັ້ນສູງຂອງພັກ-ລັດ ແມ່ນໃຫ້ຍຶດໝັ້ນຫລັກການລວມສູນປະຊາ ທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບພິຊອບ, ຍ້ອນວ່າທຸກໆບັນຫາສໍາຄັນຂອງພັກ, ຂອງລັດ ແລະ ຂອງຊາດ ລ້ວນແຕ່ໄດ້ຮັບການຕົກລົງເປັນໝູ່ຄະນະ, ສະນັ້ນຜົນງານຕ່າງໆທີ່ຍາດມາໄດ້ກໍເປັນຜົນງານລວມໝູ່ຄະນະ, ແຕ່ການໂຄສະນານັ້ນຕ້ອງຢູ່ບົນພື້ນຖານຕົວຈິງ, ບໍ່ເວົ້າໂຍກຫລາຍເກີນໄປຈົນອາດເປັນຊ່ອງຫວ່າງໃຫ້ສັງຄົມເຂົ້າໃຈຜິດ ແລະ ເປັນຊ່ອງຫວ່າງຂອງຜູ້ບໍ່ຫວັງດີສວຍໃຊ້ແບ່ງແຍກພາຍໃນ. ລວມເຖິງການນໍາໃຊ້ສື່ສັງຄົມອອນລາຍຕ່າງໆກໍຕ້ອງຮັບປະກັນບໍ່ໃຫ້ກາຍເປັນດາບສອງຄົມ, ບໍ່ເປັນຊ່ອງຫວ່າງເຮັດໃຫ້ສັງຄົມເກີດຄວາມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ທັງບໍ່ເປັນຊ່ອງຫວ່າງໃຫ້ພວກຄົນບໍ່ດີສວຍໃຊ້ແບ່ງແຍກຄວາມສາມັກຄີພາຍໃນເຊັ່ນກັນ.

   ແນວໃດກໍຕາມ, ກອງປະຊຸມໄດ້ມີຄວາມເປັນເອກະພາບກັນຫລາຍບັນຫາ ຄື: (1) ໂຄສົກລັດຖະບານຈະເພີ່ມທະວີການຮ່ວມມືກັບສື່ມວນຊົນໃນການໂຄສະນາ, ອອກຂ່າວ, ຖະແຫລງຂ່າວແຕ່ລະໄລຍະ ເພື່ອຜົນປະໂຫຍດສູງສຸດຂອງປະເທດຊາດ, ຂອງພັກ, ລັດ ແລະ ປະຊາຊົນບັນດາເຜົ່າ, ທັງຮັບປະກັນບໍ່ສ້າງສິ່ງທີ່ເຊື່ອມເສຍຕໍ່ລະບອບການເມືອງ ແລະ ປະເທດຊາດໂດຍເດັດຂາດ.(2) ສື່ມວນຊົນຈະຢືດໝັ້ນແນວທາງການເຄື່ອນໄຫວຕາມລະບຽບກົດໝາຍຂອງຕົນຢ່າງເຂັ້ມງວດ ແລະ ເສີມສ້າງຄວາມສາມັກຄີປອງດອງພາຍໃນຊາດໃຫ້ຫລາຍຂຶ້ນ.   

No comments:

Post a Comment