Ad

Ad

12 January 2017

ທ່ານປະທານສະມາຄົມນັກຂ່າວລາວເຂົ້າຮ່ວມກອງປະຊຸມສະພາບໍລິຫານສະມະພັນນັກຂ່າວອາຊຽນທີ່ຈາກາກຕາ

ທ່ານສະຫວັນຄອນ ຣາຊາມຸນຕຣີ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ປະທານສະມາ ຄົມນັກຂ່າວແຫ່ງສປປລາວ (ສຂລ) ໄດ້ເຂົ້າຮ່ວມກອງປະຊຸມຂອງສະພາບໍລິຫານຂອງສະມະພັນນັກຂ່າວອາຊຽນ (Board of Directors’ Meeting of the Confederation of ASEAN Journalists) ຊຶ່ງຈັດຂຶ້ນແຕ່ວັນທີ 5-7 ມັງກອນຜ່ານມານີ້, ທີ່ນະຄອນຫລວງຈາກາກຕາ, ປະເທດອິນໂດເນເຊຍ. ກອງປະຊຸມໄດ້ຖືກຈັດຂຶ້ນເພື່ອແນ່ໃສ່ແພິຈະລະນາ ແລະ ທົບທວນຄືນສະພາບ ແລະ ຜົນ
ງານຂອງການເຄື່ອນໄຫວ ແລະ ການຮ່ວມມືພາຍໃນສະມາພັນນັກຂ່າວອາຊຽນໃນໄລຍະຜ່ານມາ ແລະ ປືກສາຫາລືກ່ຽວກັບທິດທາງ ແລະ ໂຄງການການຮ່ວມມືສຳລັບໄລຍະຕໍ່ໄປ.
ເຂົ້າຮ່ວມພິທີເປີດຢ່າງເປັນທາງການຊຶ່ງຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ມັງກອນຜ່ານມານີ້ ທີ່ໂຮງຮຽນວິທະຍາໄລການປະຊາສຳພັນລອນດອນ(London School of Public Relations) ແຫ່ງປະເທດອິນໂດເນເຊຍ, ນະຄອນຫລວງຈາກາກຕາ, ມີຄະນະຜູ້ແທນຂອງສະມາຄົມນັກຂ່າວນັກໜັງສືພິມຈາກ 6 ປະເທດສະມາຊິກອາຊຽນເຂົ້າຮ່ວມຄື: ສປປ ລາວ, ສສ.ຫວຽດນາມ, ມາເລເຊຍ, ຟີລິບປິນ, ໄທ ແລະ ອິນໂດເນເຊຍເຈົ້າພາບ, ຜູ້ຕາງໜ້າຈາກກອງເລຂາອາຊຽນ, ປະທານຂອງອົງການເຄື່ອຂ່າຍການປະຊາສຳພັນແຫ່ງອາຊຽນ (ASEAN Public Relations Network) ໃນຖານະເປັນເຈົ້າພາບຮ່ວມຜູ້ຕາງໜ້າຈາກບາງສະຖານທູດອາຊຽນ, ແຂກຮັບເຊີນຈຳນວນໜຶ່ງ, ລວມທັງຄະນະບໍດີ, ຄະນະຄູອາຈານ ແລະ ນັກສຶກສາຈາກໂຮງຮຽນວິທະຍາໄລການປະຊາສຳພັນລອນດອນແຫ່ງປະເທດອິນໂດເນເຊຍ, ແລະ ຕົວແທນສື່ມວນຊົນທ້ອງຖິນຈຳນວນໜຶ່ງ.
ໃນພິທີເປີດດັ່ງກ່າວ, ພາຍຫລັງທີ່ໄດ້ຮັບຟັງບົດປະກອບຄຳເຫັນຂອງທ່ານນາງປຣີຕ້າ ເຄມານ ການີ, ປະທານຂອງອົງການເຄື່ອຂ່າຍການປະຊາສຳພັນແຫ່ງອາຊຽນ, ທ່ານລີຢຸງຢຸງ, ຫົວໜ້າພະແນກວຽກງານປະຊາຄົມປະຈຳກອງເລຂາອາຊຽນ ແລະ ທ່ານທວນ ຮູ, ປະທານສະມາຄົມນັກຂ່າວແຫ່ງປະເທດຫວຽດນາມ ໃນຖານະປະທານໝູນວຽນຄົນປະຈຸບັນຂອງສະມາພັນນັກຂ່າວອາຊຽນ,ຊຶ່ງທ່ານໄດ້ກ່າວລາຍງານກ່ຽວກັບຜົນງານການເຄື່ອນໄຫວຂອງຕົນໃນໄລຍະທີ່ປະຕິບັດໜ້າທີ່ປະທານໝູນ ວຽນສະໄໝປະຈຸບັນຂອງສະມາພັນນັກຂ່າວອາຊຽນ ນັບແຕ່ປີ 2015 ເປັນຕົ້ນມາ, ໂດຍທີ່ໄດ້ຈັດຫລາຍໆກິດຈະກຳ ໂດຍສະເພາະ ຊຸດຝຶກອົບຮົມ, ການແລກປ່ຽນການຢ້ຽມຢາມ ແລະ ການປະກວດຮູບພາບຂອງບັນດານັກຂ່າວອາຊຽນ.
ຫລັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງບົດປາໃສກ່າວເປີດກອງປະຊຸມຂອງທ່ານນາງນິເກັນ ວີເດຍສຕູຕີ, ຫົວໜ້າກົມຖະແຫລງຂ່າວ ແລະ ການສື່ສານແຫ່ງລັດປະຈຳກະຊວງສື່ສານ ແລະ ຖະແຫລງຂ່າວແຫ່ງປະເທດອິນໂດເນເຊຍຊຶ່ງທ່ານໄດ້ເນັ້ນເຖິງຄວາມສຳຄັນຂອງວຽກງານສື່ມວນຊົນໃນການຂັບເຄື່ອນປະຊາຄົມອາຊຽນທີ່ມີປະຊາກອນ 628 ລ້ານຄົນໃຫ້ກ້າວໄປຂ້າງໜ້າ.
ໃນພິທີດຽວກັນນີ້, ຍັງໄດ້ມີການເຊັນບົດບັນທຶກແຫ່ງຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສະພາບໍລິຫານຂອງສະມາພັນນັກຂ່າວອາຊຽນ ແລະ ອົງການເຄື່ອຂ່າຍການປະຊາສຳພັນແຫ່ງອາຊຽນ.
ພາຍຫລັງພິທີເປີດຢ່າງເປັນທາງການ, ໃນຕອນບ່າຍໄດ້ຈັດໃຫ້ມີກອງປະຊຸມຄົບຄະນະຂອງສະພາບໍລິຫານຂອງສະມາພັນນັກຂ່າວອາຊຽນພາຍໃຕ້ຫົວຂໍ້ ບົດບາດຂອງອາຊຽນໃນການຮັບປະກັນໃຫ້ຄວາມຝັນຂອງອາຊຽນປະກົດຜົນເປັນຈິງພາຍໃຕ້ການເປັນປະທານຂອງທ່ານເທບພະໄຊ ແຊຢ໊ອງ, ປະທານສະມະພັນນັກຂ່າວແຫ່ງປະເທດໄທ ໃນຖານະຮອງປະທານສະມາພັນນັກຂ່າວອາຊຽນ.
ໃນກອງປະຊຸມ, ກ່ອນອື່ນໝົດ ບັນດາຜູ້ແທນໄດ້ພາກັນສະແດງວິໄສທັດ ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບຄວາມໝາຍຂອງຄຳວ່າ ຄວາມຝັນຂອງອາຊຽນຊຶ່ງສັງລວມແລ້ວ ແມ່ນໝາຍເຖິງການສ້າງປະຊາຄົມອາຊຽນທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທຳແລະລະບົບການປົກຄອງທາງການເມືອງແຕ່ມີວິໄສທັດ, ມີເອກະລັກ ແລະ ມີເປົ້າໝາຍອັນດຽວກັນນັ້ນຄືການສ້າງປະຊາຄົມອາຊຽນທີ່ປະຊາຊາດດຳລົງຊີວິດຮ່ວມກັນໃນບັນຍາກາດແຫ່ງສັງຄົມທີ່ມີຄວາມກົມກ່ຽວ ແລະ ຄວາມເອື້ອເຟື້ອເພື່ອແຜ່ ເພື່ອການພັດທະນາກ້າວໄປຮ່ວມກັນໃນສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນ.
ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໂດຍໄດ້ກ່າວວ່າກອງປະຊຸມດັ່ງກ່າວ ແມ່ນມີຄວາມສຳຄັນ ແລະ ທັງເປັນກາລະໂອກາດທີ່ດີໃນການແລກປ່ຽນຄວາມຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດບັນດແຜນການເຄື່ອນໄຫວທີ່ໄດ້ຮັບຮອງເອົາສຳລັບປີ 2015-2017 ໃນລະຫວ່າງກອງປະຊຸມໃຫຍ່ຄັ້ງທີ 18 ຂອງສະມາພັນນັກຂ່າວອາຊຽນທີ່ໄດ້ຈັດຂຶ້ນທີ່ນະຄອນຫລວງຮ່າໂນ້ຍປະເທດຫວຽດນາມ, ເມື່ອປີ 2015; ແລະ ໂດຍອີງຕາມມະຕິຂອງກອງປະຊຸມຄັ້ງທີ 1 ຂອງຄະນະທິມງານເຮັດວຽກຂອງສະມາພັນນັກຂ່າວອາຊຽນ, ທີ່ຈັດຂຶ້ນໃນເດືອນກໍລະກົດ 2016 ທີ່ນະຄອນຫລວງວຽງຈັນ, ບັນດາປະເທດສະມາຊິກແມ່ນຄວນທີ່ຈະສືບຕໍ່ຮ່ວມມືກັນໃນການຮັດແໜ້ນຄວາມສຳພັນສາມັກຄີ ແລະ ການເຊື່ອມຈອດລະຫວ່າງບັນດານັກຂ່າວນັກສື່ມວນຊົນ ກໍ່ຄື ລະຫວ່າງບັນດາອົງການສື່ພາຍໃນປະຊາຄົມອາຊຽນ, ຊຸກຍູ້ການກໍ່ສ້າງຝຶກອົບຮົມນັກຂ່າວ ແລະ ການຖອດຖອນແລກປ່ຽນບົດຮຽນ, ແລະ ຍົກສູງບົດບາດຂອງສະມາພັນນັກຂ່າວອາຊຽນໃນພາກພື້ນ ແລະ ໃນໂລກ.
ເມື່ອເວົ້າເຖິງ ບົດບາດຂອງອາຊຽນໃນການຮັບປະກັນໃຫ້ຄວາມຝັນຂອງອາຊຽນປະກົດຜົນເປັນຈິງ, ທ່ານປະທານສະມາຄົມນັກຂ່າວລາວ ໄດ້ກ່າວສະໜັບສະໜູນແນວຄິດນີ້ຢ່າງເຕັມທີ່ໂດຍທີ່ສະມາພັນນັກຂ່າວອາຊຽນຄວນທີ່ຈະຮັບໄວ້ເປັນບຸລິມາສິດເພື່ອສົ່ງເສີມ ແລະ ຊຸກຍູ້ການພັດທະນາຄວາມເຂັ້ມແຂງ ແລະ ການກ້າວໄປໜ້າຂອງປະຊາຄົມອາຊຽນ.
ທ່ານ ສະຫວັນຄອນ ຍັງໄດ້ກ່າວເນັ້ນຕື່ມອີກວ່າ ມາຮອດປະຈຸບັນ ພວກເຮົາຕ້ອງຍອມຮັບນຳກັນວ່າ ຍັງມີປະຊາຊົນອາຊຽນຂອງພວກເຮົາອີກຈຳນວນບໍ່ໜ້ອຍທີ່ຍັງບໍ່ທັນມີຄວາມຮູ້ເທົ່າທີ່ຄວນກ່ຽວກັບອາຊຽນ; ສະນັ້ນ ເພື່ອເປັນການສົ່ງເສີມຄວາມຮັບຮູ້ກ່ຽວກັບອາຊຽນ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນຊາວອາຊຽນ, ແຕ່ລະປະເທດສະມາຊິກອາຊຽນຄວນທີ່ຈະກຳນົດແຜນໂຄສະນາ, ໂຄງການ ຫລື ການເຄື່ອນໄຫວກິດຈະກຳຕ່າງໆລະດັບຊາດຂອງຕົນເອງ ກໍຄືລະດັບອາຊຽນຮ່ວມກັນ, ທັງນີ້ ກໍເພື່ອເປັນການນຳສະເໜີເຜີຍແຜ່ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງກັນ ໂດຍຜ່ານຫລາຍວິທີການ, ຫລາຍຮູບແບບ ແລະ ຫລາຍຊ່ອງທາງ (ສື່ເອເລັກໂຕຣນິກ, ສື່ສິ່ງພິມ, ແລະ ສື່ຮູບແບບໃໝ່-ສື່ອອນໄລນ໌). ໃນໄລຍະຜ່ານມາ, ບັນດາແຜນໂຄສະນາ, ໂຄງການ ຫລື ກິດຈະ ກຳຕ່າງໆກ່ຽວກັບອາຊຽນ ກໍ່ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສຳເລັດອັນດີມາແລ້ວເປັນໄລຍະໆ, ແລະ ຍັງຄົງສືບຕໍ່ປະຕິບັດຢູ່ໃນປະຈຸບັນໂດຍຜ່ານກົນໄກການຮ່ວມມືຕ່າງໆໃນຂອບອາຊຽນ, ໂດຍສະເພາະ ກອງປະຊຸມປະຈຳປີຂອງຄະນະກຳມະການວັດທະນະທຳ ແລະ ຖະແຫລງຂ່າວອາຊຽນ (ASEAN Committee of Culture and Information), ໂດຍມີກອງເລຂາອາຊຽນ (ASEAN Secretariat) ເປັນຈຸດປະສານງານ ແລະ ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກກອງທຶນວັດທະນະທຳອາຊຽນ (ASEAN Cultural Fund), ຫລື ໃນຂອບການຮ່ວມມືບວກ 1, ບວກ 3 ຫລື ອື່ນໆ ຮ່ວມກັບບັນດາປະເທດ ຫລື ອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມເຈລະຈາກັບອາຊຽນ; ໃນນີ້ ສະມະພັນນັກຂ່າວອາຊຽນຂອງພວກເຮົາກໍ່ຄວນປະສານໄປຫາກອງເລຂາອາຊຽນເພື່ອຂໍເຂົ້າຮ່ວມໃນບັນດາໂຄງການ ຫລື ການເຄື່ອນໄຫວ ກິດຈະກຳຕ່າງໆຂອງອາຊຽນ ຊຶ່ງສາມາດຈະຊ່ວຍສົ່ງເສີມ ແລະ ຮັດແໜ້ນຄວາມເຂົ້າອົກເຂົ້າໃຈ ແລະ ການຮຽນຮູ້ລະຫວ່າງກັນໂດຍຜ່ານການແລກປ່ຽນການຢ້ຽມຢາມ, ການສຳມະນາແລກປ່ຽນທາງດ້ານວິຊາການ ຫລື ການຈັດກິດຈະກຳປະກວດ ຫລື ວາງສະແດງຜົນງານ ແລະ ຜະລິດຕະພັນສື່ຂອງອາຊຽນ”.
ສຳລັບປີນີ້ ຊຶ່ງເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງອາຊຽນນັ້ນ ຍິ່ງເປັນກາລະໂອກາດທີ່ເໝາະສົມດີທີ່ສຸດໃນການທີ່ຈະຮ່ວມສະເຫລີມສະຫລອງ, ປະທານສະມາຄົມນັກຂ່າວລາວຈຶ່ງໄດ້ມີຂໍ້ສະເໜີ ຈຳນວນໜຶ່ງຕໍ່ກອງປະຊຸມໂດຍໄດ້ຮັບການຕອບຮັບເປັນຢ່າງດີຈາກບັນດາຜູ້ແທນ; ຂໍ້ສະເໜີຂອງປະເທດລາວເຮົາມີຢູ່ 2 ຂໍ້ຄື: ການຈັດຕັ້ງການຢ້ຽມຢາມພົບປະແລກປ່ຽນລະຫວ່າງບັນດານັກຂ່າວນັກສື່ມວນຊົນອາຊຽນ, ໂດຍສປປລາວ ຍິນດີຮັບເປັນເຈົ້າພາບກ່ອນ, ແລະ ການຈັດການປະກວດຮູບພາບກ່ຽວກັບອາຊຽນໃນຫົວຂໍ້ໃດໜຶ່ງ, ຊຶ່ງສຳລັບໂຄງການນີ້ ປະເທດໄທຍິນດີຮັບເປັນເຈົ້າພາບໃນຖານະທີ່ສະມາພັນນັກຂ່າວປຫ່ງປະເທດໄທຈະໄດ້ຮັບໜ້າທີ່ເປັນປະທານໝູນວຽນສະມາພັນນັກຂ່າວອາຊຽນໃນສະໄໝ ໜ້າ ແທນທີ່ປະເທດຫວຽດນາມທີ່ເປັນປະທານສຳລັບສະໄໝປະຈຸບັນ; ສຳລັບໂຄງການທີ່ສາມ ຊຶ່ງປະເທດອິນໂດເນເຊຍຈະຮັບເປັນເຈົ້າພາບ ແມ່ນກ່ຽວກັບໂຄງການການສັນຫາບຸກຄົນດີເດັ່ນບຸກຄົນແບບຢ່າງໃນດ້ານຕ່າງໆພາຍໃນແຕ່ລະປະເທດ, ເພື່ອນຳມາໂຄສະນາເຜີຍແຜ່ຍົກຍ້ອງ ແລະ ສະເໜີອອກສູ່ສັງຄົມຊາວອາຊຽນ ແລະ ຊາວໂລກໄດ້ຮັບຮູ້ ແລະ ຮຽນຮູ້ຖອດຖອນເອົາເປັນບົດຮຽນ ແລະ ຮຽນເປັນຕົວຢ່າງ.
ພິເສດ ໃນໂອກາດທີ່ສປປລາວກຳລັງກະກຽມທີ່ຈະເປີດປີທ່ອງທ່ຽວລາວໃນປີ 2018, ທ່ານສະຫວັນຄອນ ຣາຊາມຸນຕຣີ ໄດ້ຝາກຄວາມຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກສະມາພັນນັກຂ່າວອາຊຽນໃນການຊ່ວຍໂຄສະນາເຜີຍແຜ່ກ່ຽວກັບເຫດການສຳຄັນດັ່ງກ່າວ ໃນວົງກ້ວາງໃຫ້ຫລາຍຂຶ້ນ, ເພື່ອເຮັດແນວໃດໃຫ້ຫັນອາຊຽນໃຫ້ກາຍເປັນແຫລ່ງດຶງດູການທ່ອງ ທ່ຽວອັນໜຶ່ງດຽວນຮ່ວມກັນໃນອານາຄົດ.
ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ເຫັນດີຮ່ວມກັນທີ່ຈະສົ່ງເສີມການພັດທະນາຂອງບັນດາສື່ລະດັບພາກພື້ນ, ລວມທັງ ບົດບາດຄວາມຮັບຜິດຊອບຂອງສື່ມວນຊົນພາຍໃນປະຊາຄົມ, ແລະ ທັງຜັກດັນ ແລະ ເຊີນຊວນບັນດາສະມາຄົມນັກຂ່າວຈາກປະເທດບຣູໄນ, ມຽນມາ, ກຳປູເຈຍ ແລະ ສິງກະໂປ ໃຫ້ເຂົ້າຮ່ວມກິດຈະກຳຂອງສະມາພັນໃນໂອກາດຕໍ່ໄປ.
ສະມາພັນນັກຂ່າວອາຊຽນຊຶ່ງໄດ້ຮັບການສ້າງຕັ້ງຊຶ້ນໃນປີ 1975, ແມ່ນມີເປົ້າໝາຍແນ່ໃສ່ເພື່ອສົ່ງເສີມການຮ່ວມມືທີ່  ໜຽວແໜ້ນເພື່ອພັດທະນາວຽກງານສື່ມວນຊົນທີ່ເປັນອິດສະຫລະແຕ່ມີຄວາມຮັບຜິດຊອບ.
ປະເທດຫວຽດນາມຈະໄດ້ສົ່ງຕໍ່ຕຳແໜ່ງປະທານໝູນວຽນສະມາພັນນັກຂ່າວອາຊຽນໃຫ້ປະເທດໄທໃນທ້າຍປີ 2017 ນີ້.
ສປປ ລາວ ເຮົາໄດ້ສະໝັກເຂົ້າຮ່ວມສະມາພັນນັກຂ່າວອາຊຽນໃນປີ 1997 ຊຶ່ງເປັນປີດຽວທີ່ລາວເຮົາໄດ້ກາຍເປັນສະມາຊິກອາຊຽນນັ້ນເອງ.

ນອກເໜືອຈາກການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ບັນດາຜູ້ແທນສື່ມວນຊົນອາຊຽນຍັງໄດ້ມີໂອກາດໄປຢ້ຽມຢາມສະຖານທີ່ສຳຄັນທາງປະຫວັດສາດ ແລະ ວັດທະນະທຳຂອງອິນໂດເນເຊຍບາງແຫ່ງໃນນະຄອນຫລວງຈາກາກຕາເຊັ່ນ: ຫໍພິພິດຕະພັນແຫ່ງຊາດ (National Museum), ຫໍພິພິດຕະພັນເກັບກຳບັນດາສະຖິຕິໂລກຂອງອິນໂດເນເຊຍ (MURI), ສຳນັກຂ່າວສານອັນຕາຣາ (ANTARA News Agency )ແລະ ຕະຫລາດໃໝ່ປະຊາຣ໌ ບາຣູ (PasarBaru), ລວມທັງ ໂຮງຮຽນວິທະຍາໄລການປະຊາສຳພັນລອນດອນປະເທດອິນໂດເນເຊຍ (London School of Public Relations).

No comments:

Post a Comment