Ad

Ad

11 January 2017

ລາວ-ຫວຽດນາມ-ກໍາປູເຈຍຫາລືສະກັດກັ້ນປາກົດການຫຍໍ້ທໍ້ຕາມຊາຍແດນ

          ກອງປະຊຸມສາມຫລ່ຽມເສດຖະກິດເຂດຊາຍແດນສາມປະເທດລາວ-ຫວຽດນາມ ແລະ ກໍາປູເຈຍຄັ້ງທີ III ທີ່ຈັດຂຶ້ນເມື່ອບໍ່ດົນນີ້ຢູ່ຣາຊະອານາຈັກກໍາປູເຈຍ, ໄດ້ມີການປຶກສາຫາລື ແລະ ຕົກລົງເປັນເອກະພາບໃນຫລາຍບັນຫາຮ່ວມກັນເພື່ອເພີ່ມທະວີການສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕາມເຂດຊາຍແດນດັ່ງກ່າວໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍຫລາຍຂຶ້ນ, ໂດຍສະເພາະສາມຝ່າຍຕົກລົງເຫັນດີສືບຕໍ່ແລກປ່ຽນຂໍ້ມູນຂ່າວສານທີ່ພົວພັນເຖິງຄວາມບໍ່ສະຫງົບໃນຂອບເຂດຊາຍແດນເຊັ່ນ: ການຂົນສົ່ງສິ່ງຜິດກົດໝາຍ, ຄ້າຂາຍເຖື່ອນ, ຢາເສບຕິດ, ການຄ້າອາວຸດ, ການຟອກເງິນ, ການຜະລິດ ແລະ ໃຊ້ເງິນປອມ, ສິນຄ້າໜີພາສີ, ສິນຄ້າປອມແປງ ແລະ ການຄ້າຂາຍສັດນ້ຳ-ສັດປ່າຫວງຫ້າມ, ກໍລະນີພົບ
ເຫັນການກະທໍາຜິດຕ້ອງສົ່ງຂ່າວໃຫ້ກັນຮູ້ໂດຍດ່ວນເພື່ອແກ້ໄຂໃຫ້ທັນເວລາ, ໃນກໍລະນີມີຜູ້ຕ້ອງຫາ ຫລື ນັກໂທດໄດ້ລີ້ຊ້ອນໃນດິນແດນອີກຝ່າຍໜຶ່ງຕ້ອງລາຍງານເປັນລາຍລັກອັກສອນໃຫ້ກັນຮູ້ ເພື່ອນຳກຳລັງກ່ຽວຂ້ອງເຂົ້າຈັບກຸມ ແລະ ສົ່ງຜູ້ກະທຳຜິດອີກຝ່າຍໜຶ່ງໄປລົງໂທດຕາມກົດໝາຍຂອງປະເທດ ແລະ ກົດໝາຍສາກົນ. ສ່ວນມີກໍລະນີຝ່າຍໃດໜຶ່ງດຳເນີນການກັກຕົວປະຊາຊົນຂອງອີກຝ່າຍໜຶ່ງທີ່ມີການເຄື່ອນໄຫວກະທຳຜິດລະບຽບກົດໝາຍ ຫລື ລັກລອບເຂົ້າໄປໃນດິນແດນຂອງຕົນຕ້ອງລາຍງານຢ່າງເປັນລາຍລັກອັກສອນໃຫ້ຝ່າຍທີ່ກ່ຽວຂ້ອງເຊັ່ນກັນ ເພື່ອປະສານສົມທົບແກ້ໄຂຕາມກົດໝາຍຂອງແຕ່ລະປະເທດ. ນອກນີ້ທັງສາມຝ່າຍຍັງເຫັນດີຈະເພີ່ມທະວີວຽກງານການສຶກສາອົບຮົມໃຫ້ປະຊາຊົນລຽບຕາມຊາຍແດນໃຫ້ຍົກສູງສະຕິເຄົາລົບລະບຽບກົດໝາຍ ແລະ ຮີດຄອງປະເພນີຂອງແຕ່ລະຊາດ ແລະ ເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ເພື່ອສ້າງເຂດສາມຫລ່ຽມເສດຖະກິດດັ່ງກ່າວໃຫ້ເປັນເຂດມິດຕະພາບ, ສາມັກຄີ, ມີຄວາມສະຫງົບ ແລະ ການພັດທະນາດີຂຶ້ນ.

          ເຂົ້າຮ່ວມກອງປະຊຸມດັ່ງກ່າວມີຫົວໜ້າກອງບັນຊາການ ປກສ ແຂວງກອນຕູມ, ແຂວງຢາລາຍ ຈາກ ສສ ຫວຽດນາມ, ແຂວງລັດຕະນະຄີລີ, ແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ແລະ ແຂວງເຊກອງ, ແຂວງອັດຕະປື ຈາກ ສປປ ລາວ. 

No comments:

Post a Comment