Ad

Ad

11 January 2017

ການລັກລອບເຄື່ອນຍ້າຍໄມ້ແບບຜິດກົດໝາຍຍັງປາກົດມີໃຫ້ເຫັນ

ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ພາຍຫຼັງທີ່ລັດຖະບານໄດ້ອອກຄຳສັ່ງ, ລວມເຖິງຂໍ້ຫ້າມ ແລະ ລະບຽບກົດໝາຍຕ່າງໆໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້, ລວມເຖິງການກຳຈັດການລັກລອກຕັດໄມ້ ແລະ ເຄື່ອນຍ້າຍໄມ້ (ຄ້າ-ຂາຍ) ໄມ້ທີ່ບໍ່ຖືກຕ້ອງຕາມລະບຽບ ແລະ ຕ້ານການລັກລອບຕັດໄມ້ແບບຊະຊາຍໃຫ້ມີປະສິດທິຜົນ ແລະ ເຖິງວ່າຜ່ານມານີໄດ້ມີຜົນຫຼາຍຂຶ້ນ, ແຕ່ບັນຫາດັ່ງກ່ວກໍຍັງບໍ່ສາມາດກຳຈັດໃຫ້ໝົດໄປໄດ້ ແລະ ຍັງປາກົດມີໃຫ້ເຫັນຄື: ພຽງເທົ່າໃດວັນຂອງປີໃໝ່ 2017 ນີ້ເຈົ້າໜ້າທີ່ກວດກາປ່າໄມ້ສາມາດຍຶດໄມ້ຜິດກົດໝາຍໄດ້1.521 ໂຕ, ມີບໍລິມາດ 77,20 ແມັດກ້ອນ, ໃນ
ນັ້ນມີໄມ້ຫວງຫ້າມ 798 ໂຕ, ບໍລິມາດຫຼາຍວກ່າ 63 ແມັດກ້ອນ, ໄມ້ດູ່ 558 ໂຕ, ມີບໍລິມາດ 5,85 ແມັດກ້ອນ, ໄມ້ຄຸມຄອງ (1,2,3) 165 ໂຕ, ມີບໍລິມາດ 7,50 ແມັດກ້ອນ, ພ້ອມນັ້ນຍັງໄດ້ຍຶດລົດໄຖ່ນາເດີນຕາມ 3 ຄັນ, ທີ່ໃຊ້ໃນການເຄື່ອນຍ້າຍໄມ້ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດໜຶ່ງຄະດີຢູ່ແຂວງສາລະວັນ, ເພື່ອແນ່ໃສ່ຈັດຕັ້ງປະຕິບັດລະບຽບກົດໝາຍປ່າໄມ້ໃຫ້ສັກສິດ.

ກົມປ່າໄມ້ໃຫ້ຮູ້ວ່າ: ເຖິງວ່າຜ່ານມາເຈົ້າໜ້າທີ່ກໍຄືພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ສະກັດກັ້ນການຕັດໄມ້ທຳລາຍປ່າ ແລະ ຄ້າ-ຂາຍໄມ້ແບບຜິດກົດໝາຍຢ່າງເຂັ້ມງວດກໍຕາມ, ແຕ່ປາກົດການຫຍໍ້ທໍ້ດັ່ງກ່າວຍັງປາກົດມີຢູ່, ຍ້ອນຄວາມໂລບມາກໂລພາຂີ້ຕັກມັກໄດ້ຂອງຄົນຈຳນວນໜຶ່ງ, ໂດຍພວກເຂົາບໍ່ໄດ້ລົດລະໃນການສວຍໃຊ້ໂອກາດອາໃສຊ່ອງຫວ່າງຂອງເຈົ້າໜ້າທີ່, ດັ່ງນັ້ນ ທຸກຄົນຈະຕ້ອງໄດ້ເປັນເຈົ້າການຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມກວດການການຕັດໄມ້ ແລະ ເຄື່ອຍຍ້າຍໄມ້ແບບຜິດກົດໝາຍ. ໃຫ້ມີຄວາມຮັບຜິດຊອບກວ່າເກົ່າ.

No comments:

Post a Comment