Ad

Ad

11 January 2017

ກອງປະຊຸມປະເມີນຄວາມສ່ຽງລະດັບຊາດຕ້ານການຟອກເງິນ

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ)ທະນາຄານແຫ່ງ ສປປ ລາວ ຮ່ວມກັບທະນາຄານໂລກໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບການປະເມີນຄວາມສ່ຽງລະດັບຊາດໃນການຕ້ານຟອກເງິນແລະສະໜອງທືນໃຫ້ແກ່ການກໍ່ການຮ້າຍ(National Risk Assessment on Money Laundering and Terrorist Financing “NRA”) ເຊິ່ງໄດ້ຈັດຂື້ນໃນວັນທີ9 – 10 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານນາງ ວັດທະນາ ດາລາລອຍ ຮອງຜູ້
ວ່າການທະນາຄານແຫ່ງສປປລາວທັງເປັນຄະນະກໍາມະການເຮັດວຽກຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍການຮ້າຍ ແລະ ທ່ານ ອິຟເກນີນາໂດຟ ຮັກສາການຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ, ພ້ອມນີ້ ກໍມີຄະນະຊ່ຽວຊານທາງດ້ານການເງີນ-ເງິນຕາຂອງທະນາຄານໂລກ, ຕາງໜ້າຈາກສໍານັກງານຂໍ້ມູນຕ້ານການຟອກເງິນ, ຈາກບັນດາກະຊວງທີ່ກ່ຽວຂ້ອງແລະພະນັກງານຂອງສໍານັກງານຂໍ້ມູນຕ້ານການຟອກເງິນເຂົ້າຮ່ວມ 50 ຄົນ.
ກອງປະຊຸມສຳມະນາໃນຄັ້ງນີ້ໄດ້ນຳສະເໜີຂັ້ນຕອນການດຳເນີນງານ ແລະ ຈຸດປະສົງຂອງທະນາຄານໂລກ (WB) ກ່ຽວກັບກົນໄກການປະເມີນຄວາມສ່ຽງ NRA; ປຶກສາຫາລືກ່ຽວກັບວຽກງານNRAແລະສິ່ງທ້າທາຍຂອງຂັ້ນຕອນການປະຕິບັດ NRA: ບົດຮຽນຂອງປະເທດກຳປູເຈຍ ແລະ ສສ ຫວຽດນາມ; ສົນທະນາບັນຫາທີ່ຍັງຄົງຄ້າງກ່ຽວກັບຂັ້ນຕອນການປະເມີນຄວາມສ່ຽງ; ທ່າອ່ຽງແລະຄວາມອາດສາມາດໃນການຕໍ່ຕ້ານກັບບັນຫາທີ່ເກີດຂຶ້ນທັງນີ້ກໍເພື່ອສ້າງຄວາມຮູ້ພື້ນຖານກ່ຽວກັບ NRA ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງມີຄວາມຮັບຮູ້, ເຂົ້າໃຈແນໃສ່ເພື່ອກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງລະດັບຊາດ.
ທ່ານນາງວັດທະນາດາລາລອຍຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ມີຄຳເຫັນວ່າ: ວຽກງານດັ່ງກ່າວເປັນມາດຖານຕົ້ນຕໍຂອງບັນດາປະເທດທີ່ເປັນສະມາຊິກຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ຊຶ່ງ ສປປ ລາວ ຕ້ອງໄດ້ກະກຽມເພື່ອຈັດຕັ້ງປະຕິບັດກ່ອນມີການປະເມີນຜົນກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນສົກປີ 2020-2021; ການປະເມີນຄວາມສ່ຽງລະດັບຊາດໃນການຕ້ານຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເປັນການຈັດຕັ້ງປະຕິບັດຕາມຂໍ້ແນະນຳທີ 1 “ການປະເມີນຄວາມສ່ຽງ ແລະ ຂະບວນການບໍລິຫານຄວາມສ່ຽງຂອງ 40 ຂໍ້ແນະນຳໃໝ່ຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ໃຫ້ໄດ້ຕາມມາດຕະຖານສາກົນຊຶ່ງບັນດາປະເທດທີ່ເປັນສະມາຊິກຂອງ FATF ຫຼືບັນດາປະເທດທີ່ເປັນສະມາຊິກຂອງອົງການຍ່ອຍ (FATF-style regional bodies “FSRBs” ຂອງ FATF ເວົ້າລວມ, ເວົ້າສະເພາະແມ່ນອົງການຕ້ານການຟອກເງິນໃນຂົງເຂດອາຊີ-ປາຊີຟິກ(APG)ຈະຕ້ອງໄດ້ມີການຈັດຕັ້ງປະຕິບັດກ່ອນມີການປະເມີນຜົນ (Mutual Evaluation “MER”) ຊຶ່ງສປປລາວມີວາລະໃນການປະເມີນຜົນກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຮອບທີ 02 ໃນສົກປີ 2020-2021.

ທ່ານຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ: ການຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບການປະເມີນຄວາມສ່ຽງລະດັບຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນຄັ້ງນີ້ມີຄວາມສຳຄັນຢ່າງຍິ່ງຊຶ່ງບໍ່ສະເພາະແຕ່ເປັນການໃຫ້ຄວາມຮູ້ເບື້ອງຕົ້ນກ່ຽວກັບການປະເມີນຄວາມສ່ຽງລະດັບຊາດທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍເທົ່ານັ້ນແຕ່ມັນຍັງເປັນພື້ນຖານໃຫ້ແກ່ບັນດາຂະແໜງການປະເມີນຂະແໜງການຂອງຕົນເພື່ອຊອກຮູ້ຂໍ້ບົກຜ່ອງ, ຂໍ້ຄົງຄ້າງ ແລະ ຊອກຫາວິທີແກ້ໄຂໃນຕໍ່ໜ້າ.

No comments:

Post a Comment