Ad

Ad

10 January 2017

ໄຂງານວາງສະແດງຜະລິດຕະພັນເຈີນີເຈີໄມ້ລາວຄັ້ງທີ III ປີ 2017


         ງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວຄັ້ງທີ III ປະຈຳປີ 2017 ໄດ້ໄຂຂຶ້ນໃນວັນທີ 9 ມັງກອນນີ້ ຢູ່ສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານເຈົ້າຄອງນະຄອນຫລວງ ສິນລະວົງ ຄຸດໄພທູ, ມີຜູ້ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະສິກຳ-ປ່າໄມ້, ທູຕານຸທູດ, ສະມາຄົມເຟີນີເຈີລາວ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມຊົມເປັນຈຳນວນຫລາຍ.

           ທ່ານປະທານສະມາຄົມເຟີນີເຈີລາວ ຄໄພ ສົມຊະນະ ໄດ້ມີຄຳເຫັນກ່າວເປີດພິທີວ່າ: ງານວາງສະແດງຄັ້ງນີ້ຈະດຳເນີນໄປຮອດວັນທີ 15 ມັງກອນ 2017 ເຊິ່ງມີຜູ້ປະກອບການ, ໂຮງຈັກໂຮງງານ
ຜະລິດເຟີນີເຈີທົ່ວປະເທດເຂົ້າຮ່ວມຫລາຍກວ່າ 175 ຫ້ອງ ແລະ ຄາດວ່າຈະມີມູນຄ່າການຊື້ຂາຍສິນຄ້າຜະລິດຕະພັນເຟີນີເຈີຕ່າງໆຫລາຍກວ່າ 40 ຕື້ກີບ. ງານດັ່ງກ່າວເປັນການໂຄສະນາສິນຄ້າເຟີນີເຈີໄມ້ລາວ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຂອງຜູ້ປະກອບການ ເພື່ອພັດທະນາຂະແໜງເຟີນີເຈີລາວໃຫ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດແຂ່ງຂັນໃນຕະຫລາດພາກພື້ນ ແລະ ສາກົນຢ່າງແຂງແຮງ. ນອກຈາກນີ້ ຍັງເປັນການດຶງດູດນັກທຸລະກິດທັງພາຍໃນ ແລະ ຕ່າງ ປະເທດໃຫ້ມາລົງທຶນໃນຂົງເຂດການຜະລິດເຟີນີເຈີ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ, ສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ.

No comments:

Post a Comment