Ad

Ad

10 January 2017

ໄຊຍະບູລີຖືເອົາບຸນປະເພນີເພື່ອດຶງດູດການທ່ອງທ່ຽວ

    ປັດຈຸບັນມວນຊົນພ້ອມແຂກພາຍໃນ ແລະ ຕ່າງປະເທດຈໍານວນຫລາຍຮ້ອຍຄົນຫລັ່ງໄຫລເຂົ້າໄປແຂວງໄຊຍະບູລີ ເພື່ອຮ່ວມສະຫລອງບຸນກອງເຂົ້າໃຫຍ່ປະຈຳປີ 2017 ທີ່ໄດ້ຈັດຂຶ້ນໃນວັນທີ 8 ມັງກອນນີ້ ດ້ວຍບັນຍາກາດຟົດຟື້ນ ຢູ່ເມືອງພຽງ. ຂະນະທີ່ອໍານາດການປົກຄອງແຂວງດັ່ງກ່າວໄດ້ປະກາດວ່າຈະຖືເອົາກໍາບຸນປະເພນີດັ່ງກ່າວເປັນຈຸດດຶງດູດການທ່ອງທ່ຽວ ແລະ ສ້າງເມືອງພຽງເປັນເມືອງຜະລິດສະບ່ຽງອາຫານຕິດພັນກັບການປຸງແຕ່ງ, ບໍລິການທາງຜ່ານ, ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ.

            ເມືອງພຽງແມ່ນ 1 ໃນ 11 ຕົວເມືອງ ຂອງແຂວງໄຊຍະບູລີທີ່ມີຊັບພະຍາກອນທໍາມະຊາດອັນດົມສົມບູນ, ປະຊາຊົນມີມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ມີຮີດຄອງປະເພນີ ອັນດີງາມທີ່ເປັນເອກະລັກຂອງຕົນ ໂດຍຍຶດຖືເອົາມູນເຊື້ອປູກເຂົ້າ ແລະ ພືດຕ່າງໆ ແລະ ໃນແຕ່ລະປີພາຍຫລັງເກັບກູ້ຜົນຜະລິດແລ້ວ ປະຊາຊົນໄດ້ພ້ອມກັນເຮັດບຸນປະເພນີຕ່າງໆຂຶ້ນ ດັ່ງບຸນເຂົ້າເປືອກ, ເຂົ້າສານ ຢູ່ແຕ່ລະບ້ານ ເຊິ່ງແຕ່ລະຄອບຄົວຈະໄດ້ນຳເອົາເຂົ້າເປືອກເຂົ້າສານໄປທານຢູ່ວັດ ເພື່ອລະນຶກເຖິງບຸນຄຸນເຂົ້າ ແລະ ເປັນການເຕົ້າໂຮມທຶນຮອນເພື່ອປະຕິສັງຂອນວັດວາອາຣາມຕ່າງໆ.


ໂດຍເຫັນໄດ້ຄວາມສຳຄັນ ແລະ ມູນເຊື້ອທີ່ເປັນທ່າແຮງດັ່ງກ່າວ, ຄະນະພັກອຳນາດການປົກຄອງເມືອງ ຈຶ່ງໄດ້ຍົກລະດັບບຸນປະເພນີດັ່ງກ່າວຂຶ້ນເປັນງານເທດສະການລະດັບເມືອງຂຶ້ນຕັ້ງແຕ່ປີ 2010 ເປັນຕົ້ນມາ ເຊິ່ງແຕ່ລະປີໄດ້ຖືເອົາ ມື້ 13-15 ຄໍ່າ ເດືອນຍີ່ເພັງ (ເດືອນມັງກອນ) ເປັນມື້ຈັດເທດສະການບຸນດັ່ງກ່າວ ແລະ ສຳລັບປີນີ້ ແມ່ນກົງກັບ ວັນທີ 8-12/1/2017 ເຊິ່ງມີຫລາຍກິດ ຈະກຳ ເຊັ່ນ: ກິດຈະກຳທາງສາສະໜາ, ພິທີແຫ່ເຂົ້າເປືອກເຂົ້າສານ, ປະກວດນາງທິດາກອງເຂົ້າໃຫຍ່, ປະກວດນັກຮ້ອງສຽງດີ, ສີລະປະວັນນະຄະດີ, ກິລາ, ຕະຫລາດນັດ, ປະກາດສິນຄ້າໂອທ໊ອບຂັ້ນເມືອງ ແລະ ຂະບວນຂີ່ຊ້າງທ່ຽວຊົມທຳມະຊາດ, ທ່ຽວຊົມກອງເຂົ້າໃຫຍ່, ຂະບວນການແຫ່ກ້ອນກຳລັງຂອງມວນຊົນ ແລະ ອື່ນໆ.

No comments:

Post a Comment