Ad

Ad

16 January 2017

ຜົນສໍາເລັດການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງປະທານາທິບໍດີສິງກະໂປ

          ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ດຣ ໂທນີ ທານ ເກັງ ຢຳ ປະທານາທິບໍດີແຫ່ງສາທາລະນະລັດສິງກະໂປ, ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງວັນທີ 11-14 ມັງກອນນີ້, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດ, ການຮ່ວມມືທີ່ດີງາມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ ສປປ ລາວ ແລະ ສ. ສິງກະໂປໃຫ້ແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

            ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 12 ມັງກອນນີ້ທີ່ທໍານຽບປະທານປະເທດ (ຫໍຄໍາ), ໂດຍມີທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບ ທ່ານ ດຣ ໂທນີ ທານ ເກັງ ຢໍາ ປະທານາທິບໍດີ ແຫ່ງ ສ.ສິງກະໂປ ພ້ອມພັນລະຍາ ແລະ ຄະນະ, ຈາກນັ້ນ, ຜູ້ນໍາທັງສອງໄດ້ມີການພົບປະສອງຝ່າຍເພື່ອແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃຫ້ກັນຊາບ, ພ້ອມທັງຕີລາຄາສູງຕໍ່ໝາກຜົນການຮ່ວມມືສອງຝ່າຍນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1974 ເປັນຕົ້ນມາເຫັນໄດ້ວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງໃກ້ຊິດຂອງສອງປະເທດນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໃນນີ້ຜູ້ນໍາສິງກະໂປໄດ້ຕີລາຄາສູງຕໍ່ບົດບາດການເປັນປະທານອາຊຽນຂອງ ສ ປປ ລາວ ແລະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2016 ທີ່ມີຜົນສໍາເລັດເປັນຢ່າງດີ. ຈາກນັ້ນຜູ້ນໍາລາວໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງສິງກະໂປໃນວຽກງານອາຊຽນ ແລະ ຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອ ສ ປປ ລາວ ໃນຕະຫລອດໄລຍະການເປັນປະທານອາຊຽນໃນປີ 2016. ພ້ອມທັງຕີລາຄາສູງວ່າໃນຊຸມປີມານີ້, ການພົວພັນສອງຝ່າຍໄດ້ມີໝາກຜົນຕົວຈິງຫລາຍດ້ານ, ໂດຍສະເພາະການເປີດຖ້ຽວບິນຈາກສິງກະໂປ-ວຽງຈັນ-ຫລວງພະບາງຂອງບໍລິສັດຊິວແອສິງກະໂປ ແລະ ການລົງນາມໃນສັນຍາຮ່ວມເສັ້ນທາງບິນນໍາກັນ ແລະ ອີກຜົນສໍາເລັດໜຶ່ງແມ່ນການບັງຄັບໃຊ້ສັນຍາວ່າດ້ວຍການຫລີກເວັ້ນການເກັບອາກອນຊໍ້າຊ້ອນ ແລະ ສະກັດກັ້ນການຫລົບຫລີກການເສຍອາກອນລາຍໄດ້ລະຫວ່າງສອງປະເທດ, ຊຶ່ງໄລຍະຜ່ານມາສິງກະໂປໄດ້ສະໜັບສະໜູນຊ່ວຍເຫລືອ ສ ປປ ລາວ ໃນດ້ານການພັດທະນາຊັບພະຍາກອນມະນຸດ. ໃນນັ້ນໄດ້ໃຫ້ທຶນການສຶກສາໄລຍະຍາວ, ລວມເຖິງການຝຶກອົບຮົມໄລຍະສັ້ນທັງຢູ່ສິງກະໂປ ແລະ ຢູ່ລາວ, ສົ່ງອາສາສະໝັກຊາວໜຸ່ມມາຊ່ວຍເຫລືອບັນດາໂຮງຮຽນ ແລະ ຊຸມຊົນຕ່າງໆໃນການສິດສອນພາສາອັງກິດ, ຄອມພິວເຕີ, ການຮັກສາສິ່ງ ແວດລ້ອມ ແລະ ອື່ນໆຫລາຍກວ່າ 1.500 ຄົນນັບແຕ່ປີ 2008 ເຖິງປັດຈຸບັນ, ທັງປະກອບສ່ວນທຶນຮອນໃນການກໍ່ສ້າງໂຮງຮຽນອີກຈໍານວນໜຶ່ງ, ນອກຈາກນີ້ຍັງມີອາສາສະໝັກແພດທີ່ເປັນຊ່ຽວ ຊານດ້ານຕ່າງໆຈໍານວນຫລາຍຮ້ອຍຄົນໄດ້ມາຊ່ວຍເຫລືອປິ່ນປົວໃນຫລາຍຂົງເຂດ, ສ່ວນການລົງ
ທຶນຂອງບັນດານັກທຸລະກິດສິງກະໂປຢູ່ລາວກໍໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງ ສ ປປ ລາວຢ່າງຕັ້ງໜ້າ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

          ໃນໂອກາດຢ້ຽມຢາມລາວຄັ້ງນີ້, ທ່ານປະທານາທິບໍດີສິງກະໂປ ແລະ ຄະນະກໍໄດ້ເດີນທາງໄປວາງພວງມາລາທີ່ອານຸສາວະລີນັກຮົບນິລະນາມ, ຢ້ຽມຊົມພະທາດຫລວງວຽງຈັນ, ໄປຢ້ຽມຢາມມະຫາວິທະຍາໄລວິທະຍາສາດສຸຂະພາບ, ຊຶ່ງໄດ້ມີໂຄງການຮ່ວມມືລະຫວ່າງລັດຖະບານລາວ ແລະ ສິງກະໂປ ເພື່ອປັບປຸງຄຸນນະພາບດ້ານກາຍະບໍາບັດໃນລາວ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2016-2018, ປັດຈຸບັນມີອາສາສະໝັກຈາກປະເທດສິງກະໂປຈໍານວນ 30 ຄົນມາຊ່ວຍເຫລືອໃນການຝຶກອົບຮົມດ້ານການຟື້ນຟູ ແລະ ກະດູກ ໃຫ້ແກ່ພະນັກງານແພດ ແລະ ພະຍາບານຂອງລາວ, ນອກຈາກນີ້ທ່ານ ໂທນີ ທານ ເກັງ ຢຳ, ພ້ອມພັນລະຍາ ແລະ ຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມແຂວງຫລວງພະບາງ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມທັງໄດ້ນໍາພາຍ່າງຢ້ຽມຊົມເບິ່ງທັດສະນີຍະພາບຄວາມສວຍງາມຂອງເມືອງມໍລະດົກໂລກຕາມຖະໜົນສັກກະລີນ ແລະ ເຂົ້າຊົມຫໍພິພິຕະພັນຂອງແຂວງ, ກ່ອນເດີ່ນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.  

No comments:

Post a Comment