Ad

Ad

11 January 2017

ລາວ-ຈີນວາງສີລາລຶກໂຄງການກໍ່ສ້າງບູລະນະສຸສານຈີນຢູ່ລາວ


        ເຊົ້າວັນທີ 10 ມັງກອນນີ້, ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງບູລະນະສຸສານທີ່ລະນຶກເຖິງວິລະກຳຈີນຢູ່ລາວ, ຂຶ້ນທີ່ເມືອງນາໝໍ້, ແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຫົວໜ້າພະແນກ ກິດຈະການພົນລະເຮືອນແຂວງ ຢຸນນານ, ແຫ່ງ ສປ.ຈີນ ແລະ ທ່ານ ກວນ ຫົວປິງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປ ຈີນ ປະຈຳລາວ, ມີທ່ານເຈົ້າແຂວງອຸດົມໄຊ, ຮອງເຈົ້າແຂວງ ແລະ ຄະນະຜູ້ແທນຝ່າຍຈີນ ແລະ ລາວເຂົ້າຮ່ວມເປັນຈຳນວນຫລາຍ.

          ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ເພື່ອປະຕິບັດຕາມ
ສັນຍາວ່າດ້ວຍການຮ່ວມມືບູລະນະ ແລະ ປົກປັກຮັກສາສຸສານລະນຶກເຖິງວິລະກຳຈີນ ຢູ່ລາວ ທີ່ລັດຖະບານທັງສອງຝ່າຍໄດ້ລົງນາມຮ່ວມມືກັນໃນເມື່ອຕົ້ນເດືອນກັນຍາ 2016, ທີ່ນະຄອນຫລວງວຽງຈັນ, ຊຶ່ງໃນສັນຍາໄດ້ລະບຸໄວ້ວ່າ: ຈະຮ່ວມກັນບູລະນະສຸສານຈີນ 2 ແຫ່ງຢູ່ແຂວງອຸດົມໄຊ ແລະ 1 ແຫ່ງຢູ່ແຂວງຊຽງຂວາງ ໃຫ້ສຳເລັດໃນຕົ້ນປີ 2017 ນີ້, ເພື່ອສ້າງໃຫ້ເປັນປ່ອນກາບໄຫວ້, ສັກກະລະບູຊາຂອງສອງຊາດລາວ-ຈີນ, ທັງເປັນການເພີ່ມຄວາມສາມັກຄີ ແລະ ການຮ່ວມມືຍຸດທະສາດຮອບດ້ານທີ່ເປັນມູນເຊື້ອຂອງສອງພັກ, ສອງລັດຖະບານ ແລະ ປະຊາຊົນລາວ-ຈີນ ໃຫ້ໝັ້ນຄົງທະນົງແກ່ນເລື້ອຍໆໄປ.

No comments:

Post a Comment