Ad

Ad

11 January 2017

ພູເບ້ຍມາຍນິງສະໜັບສະໜູນທຶນສ້າງສິ່ງອຳນວຍຄວາມສະດວກແກ່ດ່ານພາສີສາກົນນາເພົ້າ.

     ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໂດຍສະເພາະການກໍ່ສ້າງສາງບັນຈຸອຸປະກອນເຄື່ອງເອັກສະເລ (X-ray), ຫ້ອງນ້ຳອື່ນໆອີກ ໄດ້ສຳເລັດລົງແລ້ວ ພາຍຫລັງໄດ້ຮັບການສະໜັບສະໜູນໃນວົງເງິນ 35 ລ້ານກີບ ຈາກບໍລິສັດ ພູເບ້ຍມາຍນິງ ເພື່ອອຳນວຍຄວາມສະດວກໃນການກວດກາສິນຄ້າຜ່ານດ່ານຊາຍແດນດັ່ງກ່າວ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.

     ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ໃນແຕ່ລະປີຈະມີປະລິມານສົ່ງອອກແຮ່ທາດຂອງບໍລິສັດພູເບ້ຍມາຍນິງອອກຜ່ານດ່ານສາກົນນາເພົ້າປະມານ 80% ຂອງຍອດຜະລິດ ແລະ ແຕ່ລະປີ ບໍລິສັດພູເບ້ຍໄດ້ສະໜັບສະໜູນ
ທຶນຮອນ ເພື່ອຊ່ວຍເຫລືອສັງຄົມຢູ່ລາວບໍ່ຕໍ່າກວ່າ 150.000 ໂດລາສະຫະລັດ ແລະ ປະມານ 650.000 ໂດລາ ແມ່ນຊ່ວຍສະໜັບສະໜູນການພັດທະນາຊຸມຊົນ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ການປູກຈິດສຳນຶກຕໍ່ຄວາມສ່ຽງຕ່າງໆໃນຊຸມຊົນ ແລະ ສະເພາະປີ 2016 ຜ່ານມານີ້, ບໍລິສັດກໍໄດ້ອະນຸມັດເງິນສະໜັບສະໜູນກິດຈະກຳຕ່າງໆຢູ່ລາວປະມານ 70% ຂອງການຂໍອຸປະຖຳທັງໝົດ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ. 

No comments:

Post a Comment