Ad

Ad

25 January 2017

ລາວຈະເພີ່ມທະວີການກວດກາສໍ້ລາດບັງຫລວງ

            ຄະນະກວດກາສູນກາງພັກໃຫ້ຮູ້ວ່າ: ໃນຕໍ່ໜ້ານີ້ຈະໄດ້ເພີ່ມທະວີວຽກງານກວດກາການສໍ້ລາດບັງຫລວງ, ພະຍາດອາດຍາສິດ ແລະ ການເຄື່ອນໄຫວທີ່ບໍ່ດີຂອງສະມາຊິກພັກ, ພະນັກງານໃນທຸກຂົງເຂດໃຫ້ເຂັ້ມງວດກວ່າເກົ່າ, ພາຍຫລັງເຫັນວ່າຜ່ານພຶດຕິກໍາດັ່ງກ່າວໄດ້ສ້າງຜົນເສຍຫາຍໃຫ້ພັກ-ລັດຢ່າງຫລວງຫລາຍ.
            ຄະນະດັ່ງກ່າວໃຫ້ຮູ້ວ່າ: ເພື່ອເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ແລະ ຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະ
ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແລະ ນິຕິກໍາຂອງພັກ-ລັດກ່ຽວກັບວຽກງານຕິດຕາມກວດກາໃຫ້ມີປະສິດທິຜົນ ແລະ ເຂັ້ມງວດ, ຊຶ່ງຈະໄດ້ເອົາໃຈໃສ່ຄື: ສືບຕໍ່ຄົ້ນຄວ້າເຊື່ອມຊືມ, ກໍາແໜ້ນບັນດາມະຕິ, ຄໍາສັ່ງຂອງພັກ ແລະ ນິຕິກໍາຕ່າງໆຂອງລັດກ່ຽວກັບວຽກງານຕິດຕາມກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃຫ້ເປັນແຜນງານ, ໂຄງການລະອຽດຈະແຈ້ງ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ເພື່ອໃຫ້ສະມາຊິກພັກ, ພະນັກງານທຸກຂັ້ນໄດ້ຮັບຮູ້ເຖິງຜົນຮ້າຍຂອງການຖືເບົາວຽກງານກວດກາ, ລັດທິເອກະຊົນ, ພະຍາດອາຍາສິດ ແລະ ການສໍ້ລາດບັງຫລວງ ແລະ ຖືເອົາການແກ້ໄຂບັນຫາດັ່ງກ່າວເປັນຄວາມຮັບພິຊອບໂດຍກົງຂອງຄະນະພັກ ແລະ ອົງການປົກຄອງທຸກຂັ້ນ, ພ້ອມທັງສືບຕໍ່ສ້າງບາດກ້າວບຸກທະລຸດ້ານຈິນຕະນາການຄວາມຮັບຮູ້ຕໍ່ວຽກງານກວດກາຕາມທັດສະນະຂອງພັກທີ່ວ່າ: ບໍ່ມີການກວດກາກໍໝາຍວ່າບໍ່ມີການນໍາພາ, ຕີຖອຍທັດສະນະຖືເບົາວຽກງານຕິດຕາມ-ກວດກາ, ຢ້ານການກວດກາ ກໍຄືຕ້ານທັດສະນະແນວຄິດອັກຄະຕິຕໍ່ກັນລະຫວ່າງຜູ້ກວດກາ ແລະ ຜູ້ຖືກກວດກາ, ແກ້ໄຂແບບແຜນວິທີເຮັດວຽກຂອງພະນັກງານກວດກາທຸກຂັ້ນເພື່ອຮັບປະກັນເຮັດໃຫ້ວຽກງານກວດກາມີຄວາມຮອບຄອບ, ເລິກເຊິ່ງ, ຖືກຕ້ອງ, ຊັດເຈນ, ຍຸຕິທໍາ, ວ່ອງໄວ ແລະ ທັນການ, ເມື່ອກວດແລ້ວຕ້ອງລາຍງານໃຫ້ຄະນະພັກ, ອົງການປົກຄອງຂັ້ນຂອງຕົນແກ້ໄຂຜົນການກວດກາໃຫ້ທັນການ ແລະ ເຂັ້ມງວດຕາມລະບຽບກົດໝາຍ, ເພື່ອແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ລັດທິເອກະຊົນ, ພະຍາດອາຍາສິດ, ການສໍ້ລາດບັງຫລວງໃນການຈັດຕັ້ງ ແລະ ຖັນແຖວພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດໃຫ້ໝົດໄປເທື່ອລະກ້າວ.
   ຄະນະດັ່ງກ່າວໃຫ້ຮູ້ວ່າ: ໃນປີ 2016 ຜ່ານມາໄດ້ດໍາເນີນການກວດກາໃນທົ່ວປະເທດຈໍານວນ 786 ເປົ້າໝາຍຢູ່ໃນ 15 ກະຊວງ-ອົງການ ແລະ 17 ແຂວງ-ນະຄອນຫລວງ, ພົບເຫັນຜົນເສຍຫາຍຫລາຍກວ່າ 98 ຕື້ກີບ, 15 ລ້ານກວ່າບາດ (ສະກຸນເງິນໄທ) ແລະ ຫລາຍກວ່າ 2 ລ້ານໂດລາສະຫະລັດ, ສາມາດເກັບກູ້ຄືນໄດ້ພຽງແຕ່ 39 ຕື້ກີບ, 2 ແສນກວ່າບາດ ແລະ 1,4 ລ້ານກວ່າໂດລາເທົ່ານັ້ນ. ຂະນະດຽວກັນການສືບຕໍ່ເກັບກູ້ຜົນເສຍຫາຍທີ່ຍັງຄ້າງມາແຕ່ປີ 2015 ສາມາດປະຕິບັດໄດ້ຫລາຍກວ່າ 270 ຕື້ກີບ, 6 ແສນກວ່າບາດ ແລະ 93 ພັນກວ່າໂດລາສະຫະລັດ ແລະ ຍັງຄ້າງຫລາຍກວ່າ 122 ຕື້ກີບ, ໃນນີ້ພັນທະບັດມີມູນຄ່າຫລາຍກວ່າ 91 ຕື້ກີບ.

            ສໍາລັບການທົດລອງກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີຕາມການສະເໜີຂອງກະຊວງ-ອົງການ ແລະ ທ້ອງຖິ່ນຈໍານວນ 81 ໂຄງການ, ແຕ່ໄດ້ດໍາເນີນການກວດກາຕົວຈິງ 76 ໂຄງການ, ມີມູນຄ່າທັງໝົດ 2.792 ຕື້ກີບ, 53 ລ້ານກວ່າໂດລາສະຫະລັດ, 8 ລ້ານກວ່າເອີໂຣ ແລະ 1.977 ລ້ານບາດ, ຜ່ານການກວດກາເຫັນວ່າມີບາງໂຄງການຈັດຕັ້ງປະຕິບັດບໍ່ຖືກຕາມຂັ້ນຕອນລະບຽບກົດໝາຍ. ສ່ວນການກວດກາຕາມຜົນການກວດສອບຂອງສົກປີ 2013-2014 ມີຄື: ໂຄງການນອກແຜນຈໍານວນ 118 ໂຄງການ, ໃນນີ້ໄດ້ກວດກາແລ້ວ 51 ໂຄງການລວມມີມູນຄ່າຫລາຍກວ່າ 988 ຕື້ກີບ, ກວດກາໂຄງການປະເພດ F ຈໍານວນ 26 ໂຄງການທີ່ເອົາເຂົ້າໃນແຜນສະເໜີໃຫ້ສະພາແຫ່ງຊາດຮັບຮອງລວມມີມູນຄ່າຫລາຍກວ່າ 1.517 ຕື້ກີບ, ໃນນີ້ໄດ້ກວດກາແລ້ວ 14 ໂຄງການມີມູນຄ່າຫລາຍກວ່າ 1.250 ຕື້ກີບ, ໂຄງການທີ່ບໍ່ໄດ້ປະເມີນແຕ່ສະເໜີສະພາຮັບຮອງຈໍານວນ 342 ໂຄງການລວມມີມູນຄ່າຫລາຍກວ່າ 12.803 ຕື້ກີບ, ໃນນີ້ກວດກາແລ້ວ 77 ໂຄງການ ລວມມີມູນຄ່າຫລາຍກວ່າ 4.941 ຕື້ກີບ, ກວດກາໂຄງການບໍ່ໄດ້ມີການປະມູນ 95 ໂຄງການມີມູນຄ່າຫລາຍກວ່າ 2.910 ຕື້ກີບ ແລະ ໂຄງການທີ່ມີການປະມູນແຕ່ບໍ່ຖືກລະບຽບຈໍານວນ 95 ໂຄງ ການລວມມີມູນຄ່າຫລາຍກວ່າ 5 ພັນກວ່າຕື້ກີບ, ນອກຈາກນີ້ຍັງໄດ້ກວດກາການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານທີ່ບໍ່ຖືກຕ້ອງ ເຊັ່ນ: ມີການລະເມີດວິໄນການເງິນ, ລະເມີດກົດໝາຍງົບປະມານ, ຈ່າຍບໍ່ຖືກເປົ້າໝາຍ ມີຫລາຍກວ່າ 220 ຕື້ກວ່າກີບ, ເກັບກູ້ຄືນໄດ້ຈໍານວນ 155 ຕື້ກວ່າກີບ, ກວດກາການຂາຍໄມ້ບໍ່ຖືກລະບຽບກົດໝາຍມີບໍລິມາດລ້ານກວ່າແມັດກ້ອນ, ລວມມີມູນຄ່າ 46 ລ້ານກວ່າໂດລາສະຫະລັດ ຫລື ປະມານ 375 ຕື້ກີບ, ນອກຈາກນີ້ຍັງໄດ້ກວດກາການນໍາເຂົ້າພາຫະນະ, ກົນຈັກ, ນໍ້າມັນເຊື້ອໄຟ ແລະ ອື່ນໆອີກ. 

No comments:

Post a Comment