Ad

Ad

25 January 2017

ນະຄອນຫລວງກຽມລົງເຮັດບົດບັນທຶກກັບຊາວຄ້າຂາຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສີນຄ້າ

   ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນໄດ້ສໍາເລັດການຈັດຕັ້ງໜ່ວຍງານສະເພາະກິດເພື່ອກຽມລົງເຮັດບົດບັນທຶກກັບຜູ້ປະກອບ, ຮ້ານຊັບພະສີນຄ້າ ແລະ ຊາວຄ້າຂາຍຕາມທ້ອງຕະຫລາດຕ່າງໆໃນ 5 ເມືອງຄື: ເມືອງຈັນທະບູລີ, ໄຊເສດຖາ, ສີສັດຕະນາກ, ສີໂຄດຕະບອງ ແລະ ເມືອງໄຊທານີ ເພື່ອບໍ່ໃຫ້ສວຍໂອກາດປັບຂຶ້ນລາຄາສິນຄ້າໂດພະລະການ, ໂດຍສະເພາະພາຍຫລັງລັດຖະບານໄດ້ມີການເພີ່ມເງິນເດືອນພະນັກງານໃນປີ 2017 ຈໍານວນ 500 ກີບຕໍ່ດັດສະນີ, ຊຶ່ງ
ອາດເຮັດໃຫ້ຜູ້ປະກອບການ ແລະ ຊາວຄ້າຂາຍຈໍານວນໜຶ່ງສວຍໂອກາດຂຶ້ນລາຄາສີນຄ້າກໍເປັນໄດ້ ແລະ ຖ້າຫາກຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຮ້ານຄ້າມີຈຸດປະສົງຢາກປັບລາຄາສີນຄ້າຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງກ່ອນ.
          ປັດຈຸບັນ, ຂະແໜງກ່ຽວຂ້ອງໄດ້ກໍານົດລາຄາສີນຄ້າທີ່ກະທົບໄວ ຫລື ສີນຄ້າທີ່ລັດຄຸ້ມຄອງ ຕົວຢ່າງ: ລາຄາຊິ້ນໝູແມ່ນໃຫ້ຂາຍບໍ່ໃຫ້ເກີນ 35 ພັນກີບຕໍ່ກິໂລ. ນອກຈາກນີ້ລາຄາປະເພດເຄື່ອງອຸປະໂພກ-ບໍລິໂພກທົ່ວໄປກໍໃຫ້ຕິດສະຫຼາກເປັນພາສາລາວ ແລະ ຕິດລາຄາເປັນເງິນກີບ, ເຊິ່ງໄລຍະທີ່ລົງເຮັດບົດບັນທຶກນີ້, ໜ່ວຍງານສະເພາະກິດໄດ້ມີການກໍານົດເປົ້າໝາຍຕະຫຼາດໃຫຍ່ 17 ແຫ່ງ, ຮ້ານຊັບພະສິນຄ້າ 1 ແຫ່ງ, ຮ້ານສະດວກຊື້ ແລະ ຮ້ານຂາຍຍ່ອຍທົ່ວໄປ 48 ແຫ່ງ, ຮ້ານມິນິມາກ 23 ແຫ່ງ ແລະ ບໍລິສັດ ການຄ້າຂາອອກ-ຂາເຂົ້າ 14 ແຫ່ງ, ພ້ອມທັງກໍານົດລາຍການສິນຄ້າທີ່ຕ້ອງຕິດລາຄາຈຳນວນ 169 ລາຍການ ແລະ ການບໍລິການທີ່ຕ້ອງຕິດລາຄາອີກ 45 ລາຍການເພື່ອແຈ້ງໃຫ້ລູກຄ້າກໍຄືຜູ້ບໍລິໂພກຮັບຮູ້.

           ການລົງເຮັດບົດບັນທຶກນີ້, ແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນິຕິກຳຕ່າງໆກ່ຽວກັບວຽກງານຄຸ້ມຄອງລາຄາສິນຄ້າ ເຊັ່ນ: ດຳລັດນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ແຈ້ງການລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າກ່ຽວກັບການຄຸ້ມຄອງລາຄາສິນຄ້າຢູ່ພາຍໃນແຂວງຂອງຕົນ, ແຈ້ງການຂອງພະແນກອຸດສາຫະກໍາແລະ ການຄ້ານະຄອນຫຼວງວຽງຈັນກ່ຽວກັບການຄຸ້ມຄອງລາຄາຂາຍຍ່ອຍ ແລະ ຄຳສັ່ງຂອງລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າກ່ຽວກັບການຕິດສະຫລາກສີນຄ້າເປັນພາສາລາວໃຫ້ປະກົດຜົນເປັນຈິງ. 

No comments:

Post a Comment