Ad

Ad

25 January 2017

ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເຊີນຊວນນັກທຸລະກິດຝຣັ່ງເຂົ້າມາລົງທຶນຢູ່ລາວໃຫ້ຫລາຍຂຶ້ນ

            ໃນໂອກາດກ່າວເປີດກອງປະຊຸມພົບປະນັກທຸລະກິດຝລັ່ງ-ລາວຂອງທ່ານຮອງນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ໃນວັນທີ 24 ມັງກອນນີ້ທີ່ນະຄອນຫລວງວຽງຈັນ, ຊຶ່ງທ່ານໄດ້ເຊີນຊວນນັກທຸລະກິດຝຣັ່ງເຂົ້າມາລົງທຶນຢູ່ລາວໃຫ້ຫລາຍຂຶ້ນ, ເນື່ອງຈາກວ່າປະເທດລາວຍັງມີທ່າແຮງຫລາຍດ້ານເພື່ອຮອງຮັບການມາລົງທຶນຂອງຕ່າງປະເທດ ເປັນຕົ້ນ: ຂະແໜງພະລັງງານ, ອຸດສະຫະກໍາ, ກະສິກໍາ, ການທ່ອງທ່ຽວ ແລະ ບໍລິການອື່ນໆ. ນອກຈາກນີ້ຍັງເປັນປະເທດທີ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັນສໍາຄັນແມ່ນໄດ້ເປັນສະ ມາຊິກຂອງອົງການຝລັ່ງໂກໂຟນີ, ອົງການການຄ້າ
ໂລກ (WTO) ແລະ ສົນທິສັນຍາທາງດ້ານການຄ້າຕ່າງໆຂອງສາກົນ. ຈາກຄວາມພ້ອມດ້ານທ່າແຮງ ແລະ ເງື່ອນໄຂອໍານວຍຄືດັ່ງກ່າວ, ຈຶ່ງຂໍເຊີນ ຊວນບັນດານັກທຸລະກິດຢູ່ປະເທດຝຣັ່ງເລືອກເອົາ ສປປ ລາວ ເປັນເຂດການລົງທຶນໃໝ່ເພື່ອສ້າງຖານການຜະລິດຕະພັນຂອງຕົນສົ່ງອອກໄປປະເທດຕ່າງໆໃນພາກພື້ນ ແລະ ໃນໂລກ.
           ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ: ການລົງທຶນຂອງນັກລົງທຶນຝຣັ່ງຢູ່ລາວຈັດຢູ່ໃນອັນດັບ 5 ຂອງການລົງທຶນຈາກຕ່າງປະເທດ, ຊຶ່ງປະກອບມີເຂື່ອນໄຟຟ້ານໍ້າເທີນ 2, ບໍລິສັດ ອີດີເອຟ (EDF), ແອສຊິວເລີ (Essilor) ເບຣດ (BRED), ຊີລີລໍາ (Cilelum) ແລະ ອື່ນໆ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໄດ້ເປັນຢ່າງດີ ກໍຄືການປະສ່ວນເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ຝລັ່ງໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

            ກອງປະຊຸມພົບປະຄັ້ງນີ້ມີຫລາຍຫົວຂໍ້ສໍາຄັນຄື: ສປປ ລາວ ໃນການເປັນປະຕູສູ່ອາຊຽນ, ການປ່ຽນແປງດິນຟ້າອາກາດ, ການທ່ອງທ່ຽວ ແລະ ຝລັ່ງໂກໂຟນີໃນຄວາມໝາຍເສດຖະກິດ. ນີ້ເປັນການພົບປະຄັ້ງທີ 3 ຊຶ່ງເປັນການຜັນຂະຫຍາຍຜົນຂອງການພົບປະສຸດຍອດລະຫວ່າງການນໍາສູງສຸດຂອງສອງປະເທດລາວ-ຝລັ່ງເມື່ອປີ 2012 ຜ່ານມາ. 

No comments:

Post a Comment