Ad

Ad

26 January 2017

ສະພາບອາກາດຈະໜາວເຢັນລົງອີກ 1-3 ອົງສາ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 26-29 ມັງກອນນີ້, ມວນອາກາດໜາວເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງປານກາງຫາແຮງ, ເຊິ່ງຈະເຮັດໃຫ້ອາກາດເຢັນລົງອີກ 1-3 ລົງສາ, ໂດຍສະເພາະຢູ່ແຂວງພາກເໜືອຫາພາກກາງດ້ານຕາເວັນອອກ ແລະ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


 ພາກເໜືອດ້ານຕາເວັນອອກ: ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະ ພູມຕ່ຳ ສຸດ 7-9 ອົງສາ ແລະ ສູງສຸດ 15-17 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ຈະເຮັດໃຫ້ມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອ ກາດຢູ່ບາງທ້ອງ ຖິ່ນ, ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 26-28 ອົງສາ; ພາກກາງ: ອາກາດຈະໜາວເຢັນລົງຕື່ມອີກ, ໂດຍສະເພາະຢູ່ແຂວງໄຊສົມບູນ, ຫລັກຊາວ ແລະ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳ ສຸດ 11-13 ອົງສາ ແລະ ສູງສຸດ 26-28 ອົງສາ; ພາກໃຕ້: ອາກາດຈະເຢັນລົງຕື່ມອີກ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມ ຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 26-28 ອົງສາ. ດັ່ງນັ້ນ, ປະຊາຊົນຜູ້ທີ່ອາໃສຢູ່ ຂອບເຂດດັ່ງກ່າວ ຈົ່ງມີສະຕິຮັກສາສຸຂະພາບ ແລະ ນຸ່ງຮົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ໂດຍສະເພາະເດັກນ້ອຍ ແລະ ຜູ້ອາຍຸສູງ, ພ້ອມນີ້ ກໍໃຫ້ມີສະຕິຕໍ່ສະພາບລົມພັດແຮງທີ່ອາດຈະເກີດຂຶ້ນໃນໄລຍະດັ່ງກ່າວ ແລະ ຕິດຕາມຂ່າວອາກາດເປັນປະຈຳ, ຜູ້ຈະເດີນທາງໄປເຂດພາກເໜືອ, ຈົ່ງລະມັດ ລະວັງໃນການຂັບຂີ່ເພາະມີໝອກໝາຈະເຮັດໃຫ້ການເບິ່ງແໜມເສັ້ນທາງໄດ້ຢາກ, ພ້ອມເປັນເຂດພູສູງເສັ້ນທາງຄົດລ້ຽວອາດສົ່ງຜົນໃຫ້ເກີດອຸປະຕິເຫດໄດ້ງ່າຍ.

No comments:

Post a Comment