Ad

Ad

25 January 2017

ລາວເປີດໃຫ້ບໍລິການລະຫັດອິນເຕີເນັດແຫ່ງຊາດ ດອດລາ (.LA)

  ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ເປີດໃຫ້ບໍລິການລະຫັດຊື່ອິນເຕີເນັດແຫ່ງຊາດ ດອດລາ (.LA) ຢ່າງເປັນທາງການ, ພາຍຫລັງສຳເລັດການເອົາລະຫັດດັ່ງກ່າວຈາກຕ່າງປະເທດມາຄຸ້ມຄອງເອງ.

  ທ່ານຫົວໜ້າສູນອິນເຕີເນັດແຫ່ງຊາດ ໃຫ້ຮູ້ວ່າ: (.LA) ແມ່ນລະຫັດຊື່ອິນເຕີເນັດ ຫລື ໂດເມນເນມ (Domain Name) ລະດັບສູງສຸດແຫ່ງຊາດຂອງ ສ ປປ ລາວ, ໂດຍ
ແມ່ນສູນອິນເຕີເນັດແຫ່ງຊາດເປັນໜ່ວຍງານຄຸ້ມຄອງຈົດທະບຽນ ແລະ ມີມາດຕະຖານສາກົນ, ຊຶ່ງໄດ້ຮັບການຢັ້ງຢືນມາດຕະ ຖານດ້ານຄວາມປອດໄພຂໍ້ມູນຂ່າວສານ ISO/IEC 27001:2013, ລະຫັດດັ່ງກ່າວສາມາດຊ່ວຍບັນດາຫົວໜ່ວຍທຸລະກິດຕ່າງໆເຕີບໃຫຍ່ຂະຫຍາຍຕົວເປັນຢ່າງດີ, ເນື່ອງຈາກເວັບໄຊທີ່ລົງທະບຽນ (.LA) ຈະປະກົດຂຶ້ນໃນຜົນຂອງການຄົ້ນຫາຂໍ້ມູນໃນອິນເຕີເນັດອັນດັບຕົ້ນໆຢູ່ລາວເພື່ອຊ່ວຍສ້າງຄວາມເຊື່ອຖື ແລະ ເຊື່ອໝັ້ນສູງແກ່ສັງຄົມ ກໍຄືລູກຄ້າ ຫລື ຜູ້ທີ່ຄົ້ນຫາຜ່ານເວັບໄຊດ້ວຍລະຫັດນີ້. ປັດຈຸບັນມີຫລາຍພາກສ່ວນໄດ້ນຳໃຊ້ເວັບໄຊຜ່ານລະຫັດດັ່ງກ່າວເຊັ່ນ: laogov.la, beerlao.la, 108job.la. ແລະ ອື່ນໆ. ສະນັ້ນອົງການຈັດຕັ້ງທັງພາກລັດ-ເອກະຊົນ, ບໍລິສັດ, ນິຕິບຸກຄົນ, ບຸກຄົນທີ່ມີຄວາມສົນໃຈຈົດທະບຽນນຳໃຊ້ລະຫັດດັ່ງກ່າວທັງແບບເປັນອັກສອນລາວ ແລະ ອັກສອຕ່າງປະເທດສາມາດຈົດທະບຽນນຳໃຊ້ໄດ້ຜ່ານຕົວແທນໃຫ້ບໍລິການທີ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງຄື: ລັດວິສາຫະກິດລາວໂທລະຄົມ, ບໍລິສັດ ວັອດໂດເມນ ຜ່ານເວັບໄຊ WWW.whatdomain.la ແລະ ບໍລິສັດ ລາວໂຮສ ຜ່ານເວັບໄຊ WWW.laohosts.la ຫລື ສອບຖາມສູນອີນເຕີເນັດແຫ່ງຊາດໃນໂມງລັດຖະການໄດ້.

No comments:

Post a Comment