Ad

Ad

25 January 2017

ສາທາລະນະສຸກເຕືອນໃຫ້ເອົາໃຈໃສ່ຮັກສາສຸຂະພາບໄລຍະລະດູໜາວໃຫ້ດີ

ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກໄດ້ອອກມາເຕືອນໃຫ້ປະຊາຊົນເອົາໃຈໃສ່ຮັກສາສຸຂະພາບໃຫ້ດີ, ເນື່ອງຈາກປັດຈຸ ບັນສະພາບອາກາດໜາວໄດ້ເຂົ້າມາປົກຄຸມຫຼາຍເຂດຂອງປະເທດເຮົາ, ໂດຍສະເພາະແມ່ນເຂດພາກເໜືອ ແລະ ບາງແຂວງຕາເວັນອອກຂອງພາກກາງ ແລະ ພາກໃຕ້, ອາດສົ່ງຜົນກະທົບບໍ່ໜ້ອຍຕໍ່ສຸຂະພາບ ແລະ ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ໂດຍສະເພາະຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກທີ່ຍັງທຸກຍາກຂາດເຂີນ ໄຂ້ຫວັດ, ອັກເສບປອດ, ພະຍາດລະບົບທາງເດີນຫາຍໃຈ, ໄຂ້ອອກຕຸ່ມ ແລະ ພະຍາດອື່ນໆທີ່ມັກເກີດຂຶ້ນ, ສຳລັບຢູ່ນະຄອນຫຼວງວຽງຈັນເອງສະພາບອາກາດໜາວກໍ
ເລີ່ມເຂົ້າມາປົກຄຸມເປັນຕົ້ນແມ່ນຕອນເຊົົ້າ ແລະ ຕອນກາງຄືນ, ຊຶ່ງອາດສົ່ງຜົນກະທົບຕໍ່ສຸຂະພາບປະຊາຊົນເຊັ່ນດຽວກັນຖ້າຫາກບໍ່ເອົາໃຈໃສ່ເບິ່ງແຍງສຸຂະພາບໃຫ້ດີ, ດັ່ງນັ້ນຈຶ່ງເຕືອນໃຫ້ປະຊາຊົນໃນທົ່ວປະເທດຈົ່ງມີສະຕິໃນການຮັກສາສຸຂະພາບ ແລະ ປ້ອງກັນຕົນເອງໃຫ້ດີ, ດ້ວຍການປະຕິບັດຕາມຫຼັກການສຸຂະອະນາໄມຢ່າງເຂັ້ມງວດຄື: ນຸ່ງເຄື່ອງໃຫ້ອົບອຸ່ນຢູ່ສະເໝີ, ກິນດື່ມໃຫ້ສະອາດ, ບໍ່ຄວນອອກຕາກອາກາດເຢັນ (ຕາກໝອກ) ເປັນເວລາດົນຈົນເກີນໄປ, ສິ່ງສຳຄັນແມ່ນຕ້ອງໝັ່ນທຳຄວາມສະອາດຮ່າງກາຍ ແລະ ທີ່ຢູ່ອາໄສເປັນປະຈຳ, ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າແມ່ນໃຫ້ເອົາໃຈໃສ່ເບິ່ງແຍງເປັນພິເສດ ແລະ ເມື່ອຮູ້ສຶກບໍ່ສະບາຍຄວນໄປພົບແພດໝໍໂດຍໄວ.

ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ : ເຖິງວ່າຈະຢູ່ໃນລະດູໜາວກໍຕາມ, ແຕ່ປັດຈຸບັນການລະບາດຂອງໄຂ້ຍຸງລາຍຢູ່ຫລາຍແຂວງຍັງມີແນວໂນ້ມເພີ່ມຂຶ້ນ, ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ, ຊຶ່ງນັບແຕ່ປີໃໝ່ມານີ້ມີຜູ້ຕິດເຊື້ອແລ້ວຫຼາຍສົມຄວນ, ເຖິງວ່າປີຜ່ານມາ, ກະຊວງສາທາລະນະສຸກ ແລະ ອຳນາດການປົກຄອງໄດ້ສຸມໃສ່ການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຢ່າງຈິງຈັງດ້ວຍການໂຄສະນາແນະນຳປະຊາຊົນປ້ອງກັນຕົນເອງ ແລະ ທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານເຮືອນ ແລະ ເຂດທີ່ມີຄວາມສ່ຽງຕ່າງໆຢ່າງເປັນປະຈຳ, ແຕ່ກໍຍັງມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຈຳນວນໜຶ່ງ, ດັ່ງນັ້ນ ປີນີ້ຖ້າຫາກພວກເຮົາບໍ່ມີມາດຕະການເຂັ້ມງວດໃນການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວກໍອາດຈະເຮັດໃຫ້ມີການລະບາດກໍເປັນໄດ້.

No comments:

Post a Comment