Ad

Ad

16 January 2017

ສົມເດັດພະເທບຢ້ຽມຊົມຄວາມຄືບໜ້າສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ໜອງເຕົ່າ

     ວັນທີ 13 ມັງກອນນີ້, ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍລົມມະລາດຊະກຸມມາລີ ແຫ່ງຣາຊະອານາຈັກໄທ ໄດ້ເດີນທາງມາຢ້ຽມຢາມສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ໜອງເຕົ່າ ຢູ່ທີ່ບ້ານໂພນສິມ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການຕ້ອນຮັບຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີຄະນະນຳຂອງແຂວງ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍຄວາມອົບອຸ່ນ.
     ໃນໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ພ້ອມພັນລະຍາ ກໍໄດ້ຈັດງານລ້ຽງອາຫານທ່ຽງ
ເພື່ອເປັນກຽດໃນການມາຢ້ຽມຢາມຂອງ ສົມເດັດ ພະເທບ. ຈາກນັ້ນກໍໄດ້ມີພິທີບາສີສູ່ຂວັນ ໂດຍມີເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິຈາກບ້ານໂພນສິມເຂົ້າຮ່ວມ ແລະ ໄດ້ຮັບຟັງລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຂອງສູນວ່າ: ໂຄງການດັ່ງກ່າວນີ້ໄດ້ເລີ່ມລົງມືປະຕິບັດມາແຕ່ປີ 2014 ໂດຍມີທີມງານວິຊາການທັງສອງຝ່າຍ ລາວ-ໄທ ໄດ້ມີການປຶກສາຫາລືສ້າງແຜນ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ເຮັດໃຫ້ໂຄງການບັນລຸຕາມຈຸດປະສົງ ແລະ ເປົ້າໝາຍໃນການຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ, ໄດ້ນຳເອົາແນວພັນພືດ, ສັດ ແລະ ວິທີການກະສິກຳແບບໃໝ່ເຂົ້າມາເຮັດທົດລອງ, ຈັດຕັ້ງການຮຽນຮູ້, ເຝິກອົບຮົມວິຊາການແຕ່ລະດ້ານໃຫ້ແກ່ຊາວນາຢ່າງຕໍ່ເນື່ອງ, ໃນນັ້ນປະກອບມີດ້ານລ້ຽງສັດ, ການປະມົງ, ດ້ານວຽກງານວິຊາການກະເສດ (ປູກຝັງ), ວຽກງານເຂົ້າ, ການພັດທະນາທີ່ດິນ, ຊົນລະປະທານ, ວຽກງານປ່າໄມ້ ແລະ ອື່ນໆ ໂດຍແມ່ນການສະໜັບສະໜູນຈາກ ສົມເດັດ ພະເທບ.
     ຈາກນັ້ນ, ສົມເດັດ ພະເທບ ກໍໄດ້ເຂົ້າຮ່ວມພິທີເປີດແຜ່ນມຸງຄຸນອາຄານບ່ອນເຮັດວຽກໂຄງການສວນພືດເມືອງໜາວໜອງຫີນ ແຂວງຈຳປາສັກ ແລະ ກໍໄດ້ມີການມອບອຸປະກອນການແພດຈຳນວນ 2 ຊຸດ ໃຫ້ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກອີກດ້ວຍ.
    ໃນເວລາຕໍ່ມາ ກໍໄດ້ອອກເດີນທາງໄປໂຮງຮຽນປະຖົມສົມບູນບ້ານໂພນສິມ ເພື່ອຢ້ຽມຊົມກິດ ຈະກຳໜອງເຕົ່າສັນຈອນຄັ້ງທີ 4 ເຊິ່ງໄດ້ຈັດຂຶ້ນຢູ່ສະຖານທີ່ດັ່ງກ່າວ ແລະ ໄດ້ເລາະຊົມການບໍລິການຂອງແຕ່ລະກິດຈະກຳຂອງສູນ, ຕໍ່ດ້ວຍການຊົມສິລະປະວັນນະຄະດີຂອງໂຮງຮຽນ ແລະ ມອບອຸປະ ກອນການສຶກສາໃຫ້ໂຮງຮຽນດັ່ງກ່າວ.

  

No comments:

Post a Comment