Ad

Ad

20 January 2017

ປີຜ່ານມາລາວພົບເຫັນການສໍ້ລາດບັງຫລວງຫລາຍກໍລະນີ

            ຄະນະກວດກາສູນກາງພັກໃຫ້ຮູ້ໃນກອງປະຊຸມສະຫລຸບວຽກງານຂອງຕົນໃນໄລຍະໜຶ່ງປີ ຜ່ານມາກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງວ່າ: ຄະນະພັກ, ອົງການປົກຄອງແຕ່ລະຂັ້ນແມ່ນເຫັນໄດ້ຜົນຮ້າຍ ແລະ ຄວາມອັນຕະລາຍຂອງການສໍ້ລາດບັງຫລວງ, ທັງໄດ້ຖືສຳຄັນ ແລະ ເອົາໃຈໃສ່ສະກັດກັ້ນ, ແກ້ໄຂບັນຫາດັ່ງກ່າວດ້ວຍຫລາຍຮູບການ, ນັບແຕ່ການນຳພາສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກຮັບຮູ້ເຂົ້າໃຈ ແລະ ຕິດຕາມກວດກາແກ້ໄຂຜູ້ທີ່ມີພຶດຕິກຳສໍ້ລາດບັງຫລວງດ້ວຍຫລາຍວິທີ, ຫລາຍລະດັບຕາມລະບຽບວິໄນຂອງພັກ ແລະ ກົດໝາຍຂອງລັດ, ໂດຍ
ສະເພາະຕິດຕາມ-ກວດກາພະນັກງານທີ່ມີພຶດຕິກຳສໍ້ລາດບັງຫລວງ ເຊັ່ນ: ການໃຫ້ ແລະ ຮັບສິນບົນ, ສວຍໃຊ້ຖານະຕຳແໜ່ງເກີນຂອບເຂດ, ລັກໂລບປອມແປງມາດຖານເຕັກ ນິກກໍ່ສ້າງ, ປອມແປງເອກະສານ ແລະ ນຳໃຊ້ເອກະສານປອມ, ຍັກຍອກຊັບຂອງລັດ ແລະ ລວມໝູ່ທີ່ໄດ້ເກີດຂຶ້ນຢູ່ໃນກົງຈັກການຈັດຕັ້ງຂອງພັກ-ລັດແຕ່ລະຂັ້ນ, ດັ່ງກໍລະນີເກີດຂຶ້ນຢູ່ແຂວງສາລະວັນມີພະນັກງານທະນາຄານສົ່ງເສີມກະສິກຳໄດ້ສ້າງເອກະສານປອມເພື່ອລັກໂລບເອົາເງິນຂອງລັດເປັນຈຳນວນ 11,33 ຕື້ກີບ ແລະ 8,31 ລ້ານບາດ (ສະກຸນເງິນໄທ), ພະນັກງານພະແນກແຮງງານ-ສະຫວັດດີການສັງຄົມແຂວງໄດ້ສວຍໃຊ້ໜ້າທີ່ຕຳແໜ່ງຍັກຍອກເງິນຂອງລັດຈຳນວນ 216,83 ລ້ານກີບ, ຢູ່ແຂວງສະຫວັນນະເຂດມີພະນັກງານອາກອນ ແລະ ພາສີຍັກຍອກເອົາເງິນຂອງລັດຈໍານວນ 5,84 ຕື້ກີບ, ພະນັກງານອາກອນກະຊວງການເງິນຍັກຍອກເອົາເງິນຂອງລັດ 6,92 ຕື້ກີບ, ຢູ່ກະ ຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີພະນັກງານຍັກຍອກເອົາເງິນຂອງລັດໄປຫລາຍກວ່າ 20 ຕື້ກີບ ແລະ ບ່ອນອື່ນໆກໍມີສະພາບສໍ້ລາດບັງຫລວງຫລາຍສົມຄວນ, ເຊິ່ງສະແດງອອກຄື: ໄດ້ດຳເນີນການສືບສວນ-ສອບສວນພະນັກງານທີ່ມີພຶດຕິກຳສໍ້ລາດບັງຫລວງຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນຈຳນວນ 71 ຄົນ, ໃນນີ້ຢູ່ກະຊວງການເງິນ 9 ຄົນ, ແຂວງອຸດົມໄຊ 30 ຄົນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ 3 ຄົນ, ແຂວງສະຫວັນນະເຂດ 27 ຄົນ, ແຂວງສາລະວັນ 1 ຄົນ, ສະຖາບັນວິທະຍາສາດສັງຄົມ 1 ຄົນ, ໄດ້ປະກອບສຳນວນສົ່ງໄອຍະການປະຊາຊົນສັ່ງຟ້ອງຂຶ້ນສານຈຳນວນ 25 ຄົນ, ໃນນີ້ສານຕັດສິນແລ້ວ 1 ຄົນ.

  ສໍາລັບການຈັດຕັ້ງປະຕິບັດດລັດ 159/ລບ ແລະ ບົດແນະນຳ 224/ອກລ ກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານທີ່ຂຶ້ນກັບການຄຸ້ມຄອງຂອງຄະນະພັກ ແລະ ອົງການປົກຄອງຂອງຕົນ. ມາຮອດປັດຈຸບັນໄດ້ສຳເລັດການແຈ້ງຊັບສິນພະນັກງານຂັ້ນສູນກາງຄຸ້ມຄອງມີຈໍານວນ 1.936 ຄົນ, ຂັ້ນກະຊວງ-ອົງການຄຸ້ມຄອງໄດ້ຫລາຍກວ່າ 98 ພັນຄົນ ແລະ ທ້ອງຖິ່ນຄຸ້ມຄອງ ໄດ້ຫລາຍກວ່າ 142 ພັນຄົນ.

No comments:

Post a Comment