Ad

Ad

20 January 2017

ໂຮງຮຽນ​ສາມັນແຫ່ງຕ່າງໆ​ທົ່ວ​ນະຄອນຫຼວງ​ວຽງຈັນເລີ່ມສອບ​​ເສັງພາກ​ຮຽນ​ທີ l ແລ້ວ

ພາຍຫຼັງດຳເນີນມາໄດ້ອາທິດກວ່າການສອບ​​ເສັງພາກຮຽນທີ່ໜຶ່ງສົກຮຽນ 2016 – 2017 ຂອງໂຮງຮຽນສາມັນແຫ່ງຕ່າງໆໃນທົ່ວປະເທດ​, ກໍຄືທົ່ວນະຄອນຫຼວງວຽງຈັນ ແມ່ນພວມດຳເນີນໄປຢ່າງ​​ເປັນຂະບວນຟົດຟື້ນແລະຄາດວ່າຈະສຳເລັດໃນທ້າຍເດືອນນີ້, ຊຶ່ງຜ່ານການລົງຕິດຕາມໂຮງຮຽນຕ່າງໆໃນນະຄອນຫຼວງວຽງຈັນຂອງນັກຂ່າວພວກເຮົາເຫັນວ່າ: ການສອບເສັງພາກຮຽນທີ່ I ຂອງສົກຮຽນນີ້ແມ່ນດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ,​ ນັກຮຽນ​​ກໍມີຄວາມກະຕືລືລົ້ນໃນການຄົ້ນຄ້ວາຮ່ຳຮຽນ,
ຊຶ່ງສະແດງອອກໃຫ້ເຫັນວ່າ​​ນັກຮຽນສ່ວນໃຫຍ່ສາມາດຕອບຄຳຖາມສອບເສັງ​​ໃນວິຊາຕ່າງໆໄດ້ເປັນຢ່າງດີແລະ ຄາດວ່າການສອບ​​ເສັງພາກຮຽນນີ້ຈະປະຕິບັດໄດ້ດີກວ່າປີຜ່ານມາ ແລະ ສິ່ນີ້ສະທ້ອນໃຫ້ເຫັນວ່າຜົນຂອງການຮຽນການສອນ​​ໃນແຕ່ລະໂຮງຮຽນດີຂື້ນ,​ ພົ້ນເດັ່ນແມ່ນການປະຕິບັດກົດລະບຽບຕ່າງໆຂອງນັກຮຽນ​​​ເຊັ່ນ: ການນຸ່ງຖື​​ເປັນລະບຽບຮຽບຮ້ອຍດີ, ນັກຮຽນມາໂຮງຮຽນທັນໂມງເວລາ ແລະ ຮູ້ຕັ້ງໃຈຮ່ຳຮຽນຫຼາຍຂຶ້, ພ້ອມນີ້ຄູອາຈານກໍຄືພໍ່ແມ່ຜູ້ປົກຄອງແລະ ພາກສ່ວນກ່ຽວຂ້ອງອື່ນໆກໍໄດ້ເອົາໃຈໃສ່ຊ່ວຍໃຫ້ຄຸນນະພາບການຮຽນການສອນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງວຽງຈັນມີການປ່ຽນແປງ​​ດີຶ້​,​​ ແຕ່ຄຽງຄູ່ກັນນັ້ນກໍຍັງມີບາງໂຮງຮຽນຊຶ່ງຈະຕ້ອງເປັນເຈົ້າການປະສານສົບທົບສະຫວ່າງຄູອາຈານ​​, ຜູ້ປົກຄອງແລະ ອຳນາດການປົກຄອງໃຫ້ໝັກແໜ້ນກວ່າເກົ່າເພື່ອຊອກຫາສາເຫດຕ່າງໆທີ່​​ເຮັດໃຫ້ມີນັກຮຽນ-ຮຽນອນ ຫຼື ປະລະການຮຽນເພື່ອຈະມີວິທີແກ້ໄຂ ​​ແລະ ພະນັກງານຄູເອງກໍຕ້ອງຮູ້ຊອກຫາວິທີການທີ່ດີເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນມີປະສິດທິພາບ, ເຂົ້າໃຈງ່າຍແລະ ຈື່ຈຳໄດ້ດີ.

ປັດຈຸບັນທົ່ວນະຄອນຫຼວງວຽງຈັນມີໂຮງຮຽນສາມັນສຶກສາຫຼາຍກວ່າ 960 ​ແຫ່ງ, ​ໃນນັ້ນມີໂຮງຮຽນອານຸບານ 292 ກວ່າແຫ່ງ, ປະຖົມ 512 ກວ່າແຫ່ງ, ມັດທະຍົມຕົ້ນແລະ ປາຍ 158 ​ແຫ່ງ.

No comments:

Post a Comment