Ad

Ad

20 January 2017

ໄຟ​ໄໝ້​ເຮືອນ​ປະຊາຊົນ​ບ້ານທົ່ງ​ຕູມ ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ

          ​ເຈົ້າໜ້າທີ່ ມອດໄຟ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​​​ໃນເວລາປະມານ 17:30 ​ໂມງຂອງວັນທີ 18 ມັງກອນນີ້, ​ໄດ້ເກີດໄຟໄໝ້​​ເຮືອນຂອງປະຊາຊົນຢູ່ບ້ານທົ່ງຕູມ, ໜ່ວຍ 19, ​ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ​​ເຮັດໃຫ້ຊັ້ນສອງຂອງເຮືອນດັ່ງກ່າວຖືກເສຍຫາຍຈຳນວນຫລາຍ, ​ພາຍຫລັງສັນລະສູດເຫດການແລ້ວຮູ້ວ່າ: ​ສາເຫດແມ່ນເກີດຈາກໄຟຟ້າຊ໋ອດຢູ່ກະດານໄຟຫ້ອງນອນຊັ້ນສອງ, ຊຶ່ງບໍ່ໄດ້ໃຊ້ງານດົນແລ້ວ, ສາຍໄຟກໍເປັນສາຍໄຟເກົ່າ, ຈຶ່ງກໍໃຫ້ເກີດໄຟຟ້າລັດວົງຈອນໄດ້. ​ເຫດການດັ່ງກ່າວໂຊກດີທີ່ເຈົ້າໜ້າທີ່ເຂົ້າຊ່ວຍດັບມອດທັນເວລາ ຈຶ່ງເຮັດໃຫ້ເສຍຫາຍພຽງແຕ່ຊັ້ນສອງ, ສ່ວນຊັ້ນລຸ່ມແມ່ນປອດໄພ ​​ເສຍຫາຍ ​​ແລະ ບໍ່ມີຜູ້ໄດ້ຮັບບາດເຈັບແລະເສຍຊີວິດ​​ໃດໆ.

No comments:

Post a Comment