Ad

Ad

19 January 2017

ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເອຊີດີ ຄັ້ງທີ 15 ທີ່ອາບູດາບີ

          ຄະນະຜູ້ແທນ ສປປ ລາວ ນຳໂດຍທ່ານ ທອງຝ່າຍ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເອຊີດີ ຄັ້ງທີ 15, ຊຶ່ງຈັດຂຶ້ນທີ່ ອາບູດາບີ ສະຫະລັດ ອາຣັບ ເອມີເລດ, ໃນລະຫວ່າງວັນທີ 15-17 ມັງກອນນີ້, ຊຶ່ງມີຄະນະຜູ້ແທນຈາກ 34 ປະເທດສະມາຊິກເຂົ້າຮ່ວມ.
          ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບທິດທາງເສີມຂະຫຍາຍການຮ່ວມມືດ້ານການຄ້ຳປະກັນ ດ້ານພະລັກງງານ, ນ້ຳ ແລະ ສະບຽງອາຫານ ລະຫວ່າງປະເທດສະມາຊິກເອຊີດີ ແລະ ໄດ້ຮັບຮອງເອົາ 2 ເອກກະສານຄື: ແຜນປະຕິບັດງານ
ດ້ານພະລັງງານ ປີ 2017-2019 ແລະ ຖະແຫລງການອາບູດາບີ, ບັນດາເອກະສານດັ່ງກ່າວ ຈະເປັນພື້ນຖານແກ່ການພັດທະນາ ແລະ ຮ່ວມມືກັນລະຫວ່າງປະເທດສະມາຊິກໃນຂະແໜງການພະລັກງງານ, ນ້ຳ ແລະ ສະບຽງອາຫານ ເພື່ອເຮັດໃຫ້ອາຊີບັນລຸການພັດທະນາແບບຍືນຍົງ.
          ໃນໂອກາດນີ້ ທ່ານ ທອງຜ່ານ ສະຫວັນເພັດ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ທະວີອາຊີ ມີທ່າແຮງໃນການຮ່ວມມື ແລະ ການແລກປ່ຽນກັນຫລາຍດ້ານເປັນຕົ້ນ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຮ່ວມມືໃນຂະແໜງສະບຽງອາຫານ, ກະສິກຳ ແລະ ພະລັງງານ. ປະເທດສະມາຊິກເອຊີດີ ຕ້ອງຫ້າວຫັນຮ່ວມກັນໃນການຄົ້ນຄິດໂຄງການ ແລະ ແຜນການແນໃສ່ຍົກສູງການຮ່ວມມືກັນໃຫ້ແໜ້ນແຟ້ນ ແລະ ນຳຜົນປະໂຫຍດມາໃຫ້ແກ່ບັນດາປະເທດສະມາຊິກ.
           ທ່ານຍັງໄດ້ກ່າວຕື່ມວ່າ: ໃນຂົງເຂດການຮ່ວມືດ້ານພະລັງງານຂອງເອຊີດີ ສປປ ລາວ ໄດ້ສຳເລັດການຈັດສຳມະນາໃນຫົວຂໍ້: ການພັດທະນາພະລັງງານໄຟຟ້ານ້ຳຕົກແບບຍືນຍົງ ແລະ ການແລກປ່ຽນພະລັງງານພາກພື້ນຂອງ ສປ ປລາວ ໃນປີ 2014 ທີ່ນະຄອນຫລວງວຽງຈັນ, ແນໃສ່ເຜີຍແຜ່ນະໂຍບາຍໃນການສົ່ງເສີມການພັດທະນາພະລັງງານແບບຍືນຍົງ, ໂດຍສະເພາະແມ່ນພະ ລັງງານໄຟຟ້ານ້ຳຕົກ ຊຶ່ງເປັນແຫລ່ງພະລັງງານທົດແທນ ແລະ ສະອາດ ແລະ ຖືວ່າເປັນຂະແໜງທີ່ສຳຄັນໃນການສົ່ງເສີມການຂະຫຍາຍຕົວເສດຖະກິດ ໂດຍການຜະລິດໄຟຟ້າ ເພື່ອນຳໃຊ້ພາຍໃນປະເທດ ແລະ ນຳສົ່ງອອກໃຫ້ແກ່ປະເທດເພື່ອນບ້ານ, ພະລັງງານໄຟຟ້ານ້ຳຕົກ ບໍ່ພຽງແຕ່ເປັນແຫລ່ງພະລັງງານທົດແທນ ແລະ ສະອາດ ແຕ່ຍັງຊ່ວຍຄວບຄຸມ ແລະ ຫລຸດຜ່ອນໄພແຫ້ງແລ້ງ ແລະ ນ້ຳຖ້ວມ ແລະ ຍັງບໍ່ຜະລິດສິ່ງເສດເຫລືອທີ່ເປັນພິດຕໍ່ອາກາດ, ຝົນອາຊິດ ຫລື ທາດອາຍຜິດເຮືອນແກ້ວ. ນອກຈາກໂຮງງານໄຟຟ້ານ້ຳຕົກແລ້ວ, ສປປ ລາວ ຍັງໄດ້ດຳເນີນໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນທຳອິດທີ່ສຳເລັດໃນປີ 2016 ຊຶ່ງມີກຳລັງຕິດຕັ້ງໄຟຟ້າ 1.878 MW ແລະ ຜະລິດກະແສພະລັງງານໄຟຟ້າ 12.582 GWh ຕໍ່ປີ ແລະ ແມ່ນການລົງທຶນຮ່ວມລະຫວ່າງພາກສ່ວນເອກະຊົນ ແລະ ລັດຖະບານ ສປປ ລາວ, ນອກນີ້ ແຫລ່ງພະລັງງານທົດແທນອື່ນໆເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ ແລະ ເຊື້ອເພີງຊີວະ ກໍແມ່ນຢູ່ໃນຂັ້ນຕອນສຶກສາຄົ້ນຄ້ວາ. ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືໃນພາກພື້ນ ແລະ ສາກົນ ໃນຂະແໜງການພະລັງງານ, ສະບຽງອາຫານ ແລະ ກະສິກຳ ເພື່ອການຄໍ້າປະກັນຄວາມໝັ້ນຄົງດ້ານພະລັງງານ, ຍົກລະດັບການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບແວດລ້ອມແບບຍືນຍົງ.

          ກອງປະຊຸມລັດຖະມົນຕີຕ່າງປະເທດ ເອຊີດີ ຄັ້ງທີ 15 ໄດ້ສຳເລັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ ຊຶ່ງໄດ້ວາງພື້ນຖານໃຫ້ແກ່ການຮ່ວມມືທາງດ້ານຂະແໜງການພະລັງງານ ໄປພ້ອມໆກັບການໃຫ້ຄວາມສຳຄັນແກ່ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ນ້ຳ ເພື່ອຮັບປະກັນໃນການບັນລຸເປົ້າໝາຍການຂະຫຍາຍຕົວຂອງເສດຖະກິດ ແລະ ການພັດທະນາແບບຍືນຍົງຂອງຂອບການຮ່ວມມື ເອຊີດີ. ກອງປະຊຸມລັດຖະມົນຕີຕ່າງປະເທດ ເອຊີດີ ຄັ້ງທີ 16  ແລະ ກອງປະຊຸມສຸດຍອດເອຊີດີ ຄັ້ງທີ 3 ຈະຈັດຂຶ້ນໂດຍການເປັນເຈົ້າພາບຂອງປະເທດອີຣານ.

No comments:

Post a Comment