Ad

Ad

20 January 2017

ນັກທຸລະກິດລາວ-ຝຣັ່ງ ຈະຈັດງານພົບປະຂຶ້ນໃນວັນທີ 23-27 ມັງກອນນີ້ທີ່ນະຄອນຫລວງວຽງຈັນ

           ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ຮ່ວມກັບ ເອກອັກຄະລັດຖະທູດຝຣັ່ງ ປະຈຳລາວ, ໄດ້ຖະແຫລງຕໍ່ສື່ມວນຊົນໃນວັນທີ 19 ມັງກອນນີ້ວ່າ: ໃນລະຫວ່າງ ວັນທີ 23-27 ມັງກອນນີ້, ນັກທຸລະກິດລາວ-ຝຣັ່ງ ຈະຈັດງານພົບປະເປັນຄັ້ງທີ 2 ຂຶ້ນທີ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ, ເພື່ອແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆໃນການດຳເນີນທຸລະກິດຂອງສອງປະເທດ, ເພື່ອນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຫລາຍຂຶ້ນ, ພ້ອມນີ້ ຍັງມີຄະນະຜູ້ແທນຈາກ
ປະເທດຝຣັ່ງ, ນັກສຶກສາລາວທີ່ຮຽນຈົບຈາກປະເທດຝຣັ່ງ ແລະ ນັກທຸລະກິດ ຝຣັ່ງທີ່ເຂົ້າມາລົງທຶນໃນລາວ ເຂົ້າຮ່ວມງານດັ່ງກ່າວນຳດ້ວຍ, ຊຶ່ງພາຍໃນງານຈະໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານເສດຖະກິດການຄ້າ, ການປ່ຽນແປງດິນຟ້າອາກາດ, ດ້ານການທ່ອງທ່ຽວຢູ່ລາວ ແລະ ອື່ນໆອີກ. ນອກນີ້ ຍັງຈະມີການວາງສະແດງສິນຄ້າຫັດຖະກໍາລາວ, ການໃຫ້ຄຳປຶກສາທາງດ້ານທຸລະກິດ ແລະ ອື່ນໆ ເພື່ອສ້າງສີສັນ ແລະ ບັນຍາກາດໃຫ້ງານດັ່ງກ່າວປະສົບຜົນສຳເລັດ.

No comments:

Post a Comment