Ad

Ad

20 January 2017

ຮອງນາຍົກລັດຖະມົນຕີຢ້ຽມຢາມກອງພົນທະຫານຮາບທີ 3

           ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 3 ທີ່ເມືອງຮຸນ ແຂວງອຸດົມໄຊ ເນື່ອງໃນໂອກາດລະ​ນຶກວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ໂດຍການຕ້ອນຮັບຢ່າງ​ອົບ​ອຸ່ນ​ຂອງ​ຄະນະ​ນຳ, ນາຍ ​ແລະ ພົນທະຫານ​ກອງ​ພົນ​ດັ່ງກ່າວ.
   ໃນໂອກາດນີ້, ທ່ານ ພັນເອກ ບຸນເຈື້ອ ຕຽນແສງດາວ ຫົວໜ້າ​ການ​ເມືອງ​ກອງພົນ​ໄດ້ລາຍງານໂດຍຫຍໍ້ກ່ຽວກັບບົດບາດໜ້າທີ່ສຳຄັນຂອງກອງພົນທະຫານຮາບທີ 3 ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ
1981, ປະຈຸບັນ ມີ 2 ກອງພັນໃຫ່ຍຄື:ກອງພັນໃຫ່ຍ 301 ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ແລະ ກອງພັນໃຫ່ຍ 302 ຢູ່ເມືອງຜາອຸດົມ ແຂວງ ບໍ່ແກ້ວ ມີກອງພັນນ້ອຍຂຶ້ນກັບທັງໝົດ 15 ກອງ ພັນ, ຊຶ່ງມີໜ້າທີ່ຕົ້ນຕໍເປັນກຳລັງເຄື່ອນທີ່ຂອງກະຊວງປ້ອງກັນປະເທດຮັບຜິດຊອບ 4 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ແຂວງອຸດົມໄຊ ແລະ ນອກນັ້ນຍັງຮັບຜິດຊອບໃນ 4 ເມືອງ ຂອງແຂວງໄຊຍະບູລີ
  ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດານາຍ ແລະ ພົນທະ ຫານທີ່ໄດ້ພ້ອມກັນສຸມທຸກກຳລັງ ແລະ ເປັນຈິດໜຶ່ງໃຈດ່ຽວໃນການປະກອບສວ່ນເຮັດຫຼອ້ນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ນັ້ນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ​ໄດ້​ຮັບ​ຜົນສຳ​ເລັດ​ໂດຍ​ດີ​ຕະຫລອດ​ມາ ແລະ ອວຍພອນໃຫ້ນາຍ ແລະ ພົນທະຫານຈົ່ງພ້ອມກັນສືບຕໍ່ສ້າງຜົນງານໃຫ້ໃຫ່ຍຫຼວງກວ່າເກົ່າ, ເອົາ​ໃຈ​ໃສ່​ຂະຫຍາຍ​ຮັກສາ​ມູນ​ເຊຶ້ອຂອງກອງທັບໃຫ້ໜັກແໜ້ນ ແລະ ສືບຕໍ່ຫັນລົງກໍ່ສ້າງຮາກຖານຕິດພັນກັບພໍ່ແມ່ປະຊາຊົນໃຫ້ເປັນປົກກະຕິ ແລະ ກຳ​ແໜ້ນແນວທາງນະໂຍບາຍຂອງພັກ-ລັດ ວາງອອກ​ໄດ້​ຢ່າງເລິກເຊິ່ງ.

           ໃນໂອກາດດັ່ງກ່າວ ທ່ານຮອງນາຍົກໄດ້ມອບເຄື່ອງຮັບໃຊ້ຫ້ອງການ, ເຄື່ອງນຸ່ງກິລາ ແລະ ເງີນຈຳນວນ 60 ລ້ານກີບໃຫ້ກອງພົນດັ່ງກ່າວເພື່ອນຳໃຊ້ເຂົ້າໃນວຽກງານຂອງຕົນ.

No comments:

Post a Comment