Ad

Ad

20 January 2017

ພັນລະຍາປະທານປະເທດມອບຂອງຂວັນໃຫ້ແກ່ກອງທັບເນື່ອງໃນໂອກາດວັນສ້າງຕັ້ງຄົບຮອບ 68 ປີ

ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20 ມັງ ກອນ 1949 - 20 ມັງກອນ 2017), ໃນວັນທີ 16 ມັງກອນນີ້, ທ່ານປ້າ ຄຳເມີງ ວໍລະຈິດ ພັນລະຍາປະທານປະເທດ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກຕ່າງໆເຊັ່ນ: ເຂົ້າສານ, ປ໋ອງປາ, ນໍ້າປາ, ແປ້ງນົວ, ໝີ່ສຳເລັດຮູບ, ສະບູຝຸ່ນ, ຢາສູບ, ປຶ້ມອ່ານ ລວມມູນຄ່າ 35,6
ລ້ານກີບ ແລະ ເງິນສົດ 110 ລ້ານກີບ ໄປເປັນຂອງຂວັນໃຫ້ແກ່ກອງທັບປະຊາຊົນລາວ, ຊຶ່ງກ່າວຮັບໂດຍທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ໃນໂອກາດນີ້ ທ່ານລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບໃນທົ່ວກອງທັບສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງມາຍັງພັນລະຍາປະທານປະເທດ, ເຊິ່ງເວລາໃດເພີ່ນກໍມີຄວາມເປັນ ຫ່ວງເປັນໄຍ, ໃຫ້ການອູ້ມຊູຊ່ວຍເຫຼືອແກ່ກອງທັບຕະຫຼອດມາ ແລະ ອວຍພອນໃຫ້ປ້າ ແລະ ຄອບຄົວລູກຫຼານຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຊີ້ນຳນຳພາຊ່ວຍເຫຼືອກອງທັບ, ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ສາມາດເຮັດລ້ອນພັນທະໜ້າທີ່ຂອງຕົນ, ຊຶ່ງຂອງຂັວນດັ່ງກ່າວ ທາງກະຊວງປ້ອງກັນປະເທດ ຈະນຳແຈກຢາຍໃຫ້ພະນັກງານ-ນັກຮົບຜູ້ຢູ່ເຂດຫ່າງໄກສອກຫລີກ, ທຸລະກັນດານໄດ້ນຳໃຊ້ໃຫ້ເກີດປະໂຫຍດ.

No comments:

Post a Comment