Ad

Ad

28 February 2017

ໄຈກາໃຫ້ທຶນ 2,3 ຕື້ກີບເພື່ອປັບປຸງທາງຍ່າງເຂດແຄມຂອງໃຫ້ສວຍງາມ

          ພິທີມອບ-ຮັບໂຄງການຄຸ້ມຄອງການພັດທະນາຕົວເມືອງ ກໍຄືໂຄງການວຽງຈັນທົດລອງ ເພື່ອປັບປຸງຖະໜົນເຈົ້າອານຸວົງ ແລະ ຖະໜົນຝຣັ່ງຊົວງິນ, ໄດ້ມີຂຶ້ນໃນວັນທີ 27 ກຸມພານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ມີທ່ານເຈົ້າເມືອງຈັນທະບູລີ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳລາວ, ທ່ານຫົວໜ້າຫ້ອງການອົງການໄຈກາ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ກ່າວວ່າ: ໂຄງການດັ່ງກ່າວສ້າງຂຶ້ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ອາໃສພາຍໃນເຂດດັ່ງກ່າວ ແລະ ນັກທ່ອງທ່ຽວທີ່ມາຢ້ຽມຢາມ, ໂດຍການປັບປຸງ
ໃຫ້ມີທາງຍ່າງທີ່ສະອາດ, ປູກຕົ້ນໄມ້ໃຫ້ຂຽວງາມ, ພ້ອມເຮັດຕັ່ງນັ່ງພັກຜ່ອນ ແລະ ຕິດຕັ້ງໄຟເຍືອງທາງ ເພື່ອຊ່ວຍແກ້ໄຂບັນຫາຈອດລົດບໍ່ເປັນລະບຽບ, ພ້ອມທັງເປັນການສົ່ງເສີມ ແລະ ປັບປຸງທິວທັດຕົວເມືອງຢູ່ເຂດປົກປັກຮັກສາຕົວເມືອງເກົ່ານະຄອນຫລວງວຽງຈັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສວຍງາມ, ສະດວກ ແລະ ປອດໄພດີ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2016 ແລະ ສຳເລັດໄລຍະທີ 1, ຊຶ່ງໄລຍະນີ້ ແມ່ນໄດ້ມີການກໍ່ສ້າງ 2 ຈຸດຄື: ຕໍ່ໜ້າວັດອົງຕື້ ແລະ ຕໍ່ໜ້າວັດມີໄຊເທົ່ານັ້ນ, ລວມມູນຄ່າປະມານ 2,3 ຕື້ກີບ ແລະ ອະນາຄົດອາດຈະຂະຫຍາຍການກໍ່ສ້າງໄປຖະໜົນອື່ນໆຕື່ມອີກ.

ທ່ານຫົວໜ້າອົງການໃຈກາ ປະຈຳລາວ ກ່າວວ່າ: ໂຄງການດັ່ງກ່າວ ເພື່ອແນໃສ່ແກ້ໄຂບັນຫາການຈອດລົດບໍ່ເປັນລະບຽບ ແລະ ຈອດລົດຢູ່ເທິງບໍລິເວນທາງຍ່າງໃຫ້ໝົດໄປ, ຊຶ່ງລັດຖະບານຍີ່ປຸ່ນ ໄດ້ອະນຸມັດທຶນຈຳນວນໜຶ່ງເພື່ອນຳມາປັບ ປຸງ ແລະ ກໍ່ສ້າງທາງຍ່າງໃຫ້ມີຄວາມກວ້າງຂວາງກວ່າເກົ່າ ແລະ ສາມາດເບິ່ງເຫັນທິວທັດຂອງຕົວເມືອງເຂດດັ່ງກ່າວຫລາຍຂຶ້ນ, ຮອງຮັບໃນການຈັດງານຖະໜົນຄົນຍ່າງໃນອານາຄົດອີກດ້ວຍ.

No comments:

Post a Comment