Ad

Ad

28 February 2017

ຊາວໜຸ່ມລາວ 28 ຄົນເຂົ້າຮ່ວມທັດສະນະສຶກສາທີ່ປະເທດຢີ່ປຸ່ນ

          ໃນວັນທີ 27 ກຸມພານີ້, ສະຖານທູດຍີປຸ່ນປະຈໍາລາວ, ໄດ້ຈັດງານລ້ຽງສົ່ງຊາວໜຸ່ມລາວຈໍານວນ 28 ຄົນທີ່ຈະເດີນທາງໄປທັດສະນະສຶກສາຮຽນຮູ້ກ່ຽວກັບວັດທະນະທຳ ແລະ ຂ່າວສານທີ່ປະເທດຍີ່ປຸ່ນພາຍໃຕ້ການສະໜັບສະໜູນຈາກໂຄງການ JENESYS  ຮ່ວມກັບປະເທດມາເລເຊຍ, ຕີມໍເລດ ແລະ ມຽນມາ. ການທັດສະນະຄັ້ງນີ້ຈະໄດ້ທ່ຽວຊົມສະຖານທີ່ສຳຄັນຫລາຍແຫ່ງຂອງຍີ່ປຸ່ນ ເຊັ່ນ: ເມືອງຊີງະ, ໂອຊາກະ, ກຽວໂຕ ແລະ ແຂວງນາຣະ, ເຊິ່ງຕັ້ງຢູ່ເຂດຄິງຄິ ແລະ ຄັງໄຊ ເປັນສູນກາງທາງດ້ານການເມືອງ ແລະ ວັດທະນະທໍາຂອງຢີ່ປຸ່ນທີ່ມີອາຍຸຫລາຍສັດຕະວັດ.

  ທ່ານ ທາເຄຊິ ຣິກິຣາຣະ ເອກອັກຄະຣາຊະທູດຢີ່ປຸ່ນປະຈຳລາວ ກ່າວວ່າ:  ການທັດສະນະຄັ້ງນີ້ຈະເຮັດຜູ້ເຂົ້າຮ່ວມສາມາດຍົກສູງຄວາມຮູ້ ແລະ ເກັບກ່ຽວຂໍ້ມູນສຳລັບການພັດທະນາການທ່ອງທ່ຽວ, ໂດຍອີງໃສ່ພື້ນຖານການຮຽນນະໂຍບາຍ ແລະ ລະບຽບກ່ຽວກັບການທ່ອງທ່ຽວຈາກຢີ່ປຸ່ນ. ນອກຈາກນີ້, ຍັງສາມາດເຖິງຄວາມເຂົ້າໃຈໃນວັດທະນະທຳ ແລະ ສັງຄົມຢີ່ປຸ່ນນຳອີກ.

           ໂຄງການ JENESYS 2016 ແມ່ນໂຄງການແລກປ່ຽນລະຫວ່າງຢີ່ປຸ່ນ ແລະ ຄົງເຂດອາຊີ-ປາຊີຟິກ ແລະ ໄດ້ສືບຕໍ່ຈາກໂຄງການ JENESYS 2015. ລັດຖະບານຢີ່ປຸ່ນຈະເຊື້ອເຊີນໄວໜຸ່ມລາວປະມານ 340 ຄົນໄປຢີ່ປຸ່ນ ໃນສົກປີນີ້. ເຊິ່ງຫວັງວ່າຈະເປັນການສົ່ງເສີມສາຍພົວພັນທີ່ດີລະຫວ່າງລາວ ແລະ ຍີ່ປຸ່ນ ເພື່ອສ້າງພື້ນຖານໃຫ້ແກ່ການຮ່ວມມື ແລະ ມິດຕະພາບໃນອະນາຄົດ.

No comments:

Post a Comment