Ad

Ad

17 February 2017

ມອບ-ຮັບກະດູກ ແລະສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ພິທີມອບ-ຮັບກະດູກ ແລະສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຈັດຂຶ້ນທີ່ສະໜາມບິນແຂວງສະຫວັນນະເຂດ ຊຶ່ງແມ່ນຜົນຈາກການປະຕິບັດງານຮ່ວມກັນລະຫວ່າງລາວ-ອາເມລິກາໃນການຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວຄັ້ງທີ 2 ປະຈຳປີ 2016-2017 ຢູ່ກໍລະນີ 1368, ເຂດບ້ານຜານົບ, ເມືອງບົວລະພາ, ແຂວງຄຳມ່ວນ ທີ່ໄດ້ພົບເຫັນຊິ້ນສ່ວນຈຳນວນໜຶ່ງ.

          ເປັນກຽດເຂົ້າຮ່ວມ ແລະກ່າວມອບໃນພິທີມອບ-ຮັບຄັ້ງນີ້, ໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນຳວຽກງານ MIA ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ກ່າວຮັບໂດຍທ່ານ ນາງ Rena Bitter ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາປະຈຳ ສປປ ລາວ ຕາງໜ້າໃຫ້ລັດຖະບານສະຫະລັດອາເມລິກາ ຈາກນີ້ກໍ່ມີທ່ານຮອງເຈົ້າແຂວງຄຳມ່ວນ, ເຈົ້າໜ້າທີຂັ້ນສູງຈາກກະຊວງການຕ່າງປະເທດ ແລະກະຊວງປ້ອງກັນປະເທດ, ພະນັກງານກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມນຳດ້ວຍ.

          ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານແຫ່ງ ສປປ ລາວ ທີ່ມີຕໍ່ຄອບຄົວ ກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ໃນໄລຍະເວລາ 30 ປີທີ່ຜ່ານມາ ດ້ວຍການຮ່ວມມືຂອງສອງຝ່າຍລາວ-ອາເມລິກາໃນການດຳເນີນການສຳຫຼວດ ແລະຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວໄດ້ຮັບຜົນສຳເລັດເປັນກ້າວມາ ໂດຍໄດ້ຄົ້ນພົບ 50% ຂອງຈຳນວນຜູ້ຫາຍສາບສູນທັງໝົດ, ຊຶ່ງອີງຕາມຕົວເລກທີ່ຝ່າຍອາເມລິກາແຈ້ງຝ່າຍລາວຊາບ ແມ່ນມີທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທັງໝົດ 573 ຄົນ, ນັບແຕ່ສອງຝ່າຍໄດ້ມີການຮ່ວມມືກັນມາແຕ່ປີ 1985 ຈົນເຖິງປະຈຸບັນ, ລັດຖະບານລາວໄດ້ມອບສິ່ງເສດເຫຼືອທະຫານອາເມລິກາທີ່ເສຍຊີວິດຢູ່ລາວແລ້ວຈຳນວນ 273 ກໍລະນີ ເພື່ອສົ່ງຄືນໃຫ້ແກ່ຄອບຄົວຂອງພວກກ່ຽວນຳປທຳພິທີທາງສາສະໜາຕາມການຮ້ອງຂໍຂອງປະຊາຊົນອາເມລິກາ, ສ່ວນອີກ 300 ກໍລະນີທີ່ຍັງເຫຼືອ ແມ່ນຈະໄດ້ຮ່ວມກັນສືບຕໍ່ສຳຫຼວດ ແລະຂຸດຄົ້ນໃນການປະຕິບັດງານຕໍ່ໄປ.

No comments:

Post a Comment