Ad

Ad

17 February 2017

ຍ້ອນເຫດຜົນນີ້ບໍ່ ຜູ້ປະກອບການຈຶ່ງເກີດຂຶ້ນຫລາຍຢູ່ປະເທດສີວິໄລ ?

 ໂດຍ: ສົມອົກ ເຄນຄໍາແພງ
ຖ້າຈະເວົ້າເຖິງການເຮັດທຸລະກິດ ໃນຂົງເຂດໃດໜຶ່ງໃຫ້ປະສົບຜົນສໍາເລັດໄດ້ນັ້ນ ມັນບໍ່ແມ່ນເລື່ອງງ່າຍພໍ ເທົ່າໃດ ເພາະມັນມີຫຼາຍອົງປະກອບທີ່ກ່ຽວຂ້ອງກັນ  ແຕ່ສໍາລັບຜູ້ປະກອບການທີ່ມີແນວຄິດຈະສ້າງທຸລະກິດໃໝ່ຫຼືກໍາລັງດໍາເນີນທຸລະກິດຢູ່ນັ້ນ ຍິ່ງຈະຕ້ອງໄດ້ຄິດໜັກ ແລະ ມີຄວາມກັງວົນຫຼາຍ ປະການເຊັ່ນ: ຈະສາມາດດໍາເນີນທຸລະກິດຂອງຕົນໄປໄດ້ດີບໍ່ ? ລາຍຮັບທີ່ໄດ້ມາໃນແຕ່ລະວັນພຽງພໍທີ່ຈະລ້ຽງຊີບ?   ຈະສາມາດຈ່າຍເງິນເດືອນໃຫ້ພະນັກງານໄດ້ທຸກເດືອນອິກດົນປານໃດ ແລະ ຖ້າຫາກວ່າທຸລະກິດບໍ່ສາມາດດໍາເນີນໄປໄດ້  ຈະກັບໄປເຮັດອາຊີບໃດແທນ ເພື່ອມາລ້ຽງຊີບ ຖ້າຫາກວ່າບໍ່ເປັນດັ່ງທີ່ຄິດໄວ້.

ສໍາລັບຄົນສ່ວນຫຼາຍແລ້ວ ຕ້ອງມີຄວາມໄຝ່ຝັນຢາກມີອາຊີບການງານທີ່ໜັ້ນຄົງ ແລະ ສະຫວັດດີການທີ່ດີ ແຕ່ອີກສ່ວນໜຶ່ງກໍ່ມີຄວາມໄຝຝັນຢາກເປັນເຈົ້າຂອງທຸລະກິດ ແລະ ມີເງິນຄໍາຫຼາຍ  ເຊິ່ງເມື່ອເຮົາຈະພິຈາລະນາເບິ່ງແລ້ວ ກໍ່ເຫັນວ່າມັນອາດມີຄວາມເປັນໄປໄດ້ ແລະ ອາດເປັນໄປບໍ່ໄດ້.  ສະນັ້ນ, ສະຖາບັນການສຶກສາຕ່າງໆ ຈຶ່ງ ແນມເຫັນໂອກາດທີ່ຈະສ້າງຜົນປະໂຫຍດໃຫ້ຕົນ ຈຶ່ງໄດ້ເປີດຫຼັກສຸດ ການບໍລິຫານທຸລະກິດຂຶ້ນ  ເພື່ອຈະດຶງເອົາຜູ້ທີ່ສົນໃຈຢາກເປັນຜູ້ປະກອບການເຂົ້າມາສຶກສາຮໍ່າຮຽນ ເຊິ່ງມັນກໍ່ເປັນສິ່ງທີ່ສົນອົກສົນໃຈຫຼາຍສໍາລັບຜູ້ທີ່ຢາກເປັນເຈົ້າຂອງທຸລະກິດ  ເນື່ອງຈາກວ່າເມື່ອຮຽນຈົບແລ້ວ ກໍ່ຈະນໍາເອົາຄວາມຮູ້ທີ່ໄດ້ມານັ້ນມານໍາໃຊ້ໃນການດໍາເນີນທຸລະກິດແຕ່ສິ່ງສໍາຄັນອີກຢ່າງໜຶ່ງທີ່ຫຼາຍສະຖາບັນການສຶກສາຍັງແນມບໍ່ເຫັນ ແລະ ບໍ່ໄດ້ກ່າວເຖິງສິ່ງນັ້ນເລີຍ  ນັ້ນກໍຄື: ການສ້າງທຸລະກິດ.
 ໃນໂອກາດທີ່ກ່າວມານີ້ຍັງມີຫຼາຍອັນທີ່ເປັນອຸປະສັກ ແລະ ຜູ້ທີ່ມີຄວາມຫວັງຢາກເປັນຜູ້ປະກອບການ  ອາດຜິດຫວັງ ແລະ ຕ້ອງໄດ້ຫັນໜ້າເຂົ້າມາໃນສາຍອາຊີບທີ່ໝັ້ນຄົງ ນັ້ນກໍ່ຄືການເປັນລຸກຈ້າງຫຼືທີ່ຫຼາຍຄົນເອີ້ນວ່າ ມະນຸດເງິນເດືອນ”.
 ສໍາລັບບັນດາປະເທດທີ່ມີຄວາມສີວິໄລນັ້ນ ຈະມີກົນລະຍຸດທີ່ແປກ ແຕ່ງ່າຍດາຍ ໃນການກະຕຸ້ນ ແລະ ປຸກໄຟໃຫ້ຄົນທັງລູ້ນເກົ່າ ແລະ ລູ້ນໃໝ່ ທີ່ຢາກເປັນຜູ້ປະກອບການຫຼືເຈົ້າຂອງທຸລະກິດ  ໂດຍການໃຊ້ປະໂຫຍກ ແລະ ຖ້ອຍຄໍາ ເພື່ອກະຕຸ້ນ  ເຊັ່ນ: ຢາກລວຍຕ້ອງເຮັດທຸລະກິດ, ຄິດແບບຄົນລວຍໃຜກໍ່ລວຍໄດ້ ແລະ ວິທີຄິດຂອງຄົນລວຍ  ເຊິ່ງເຂົາເຈົ້າຈະນໍາເອົາຜູ້ທີ່ປະສົບຜົນສໍາເລັດໃນການເຮັດທຸລະກິດມາເປັນຕົວອ້າງອີງ ແລະ ອອກມາແບ່ງປັນປະສົບການດັ່ງກ່າວຜ່ານສື່ຕ່າງໆ ເພື່ອໃຫ້ແງ່ຄິດໃນການສ້າງ ແລະ ເຮັດທຸລະກິດ ແກ່ຄົນທີ່ມີຄວາມສົນໃຈ  ເຊິ່ງຈະກົງກັນຂ້າມກັບບາງທິດສະດີ ແລະ ຄ່ານິຍົມ ທີ່ບາງປະເທດໃຊ້ກັນຢູ່ເຊັນ: ເຮັດການຜະລິດເພື່ອກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜະລິດໃຫ້ຫຼາຍ  ເພື່ອໃຫ້ກຸ້ມກີນ ແລະ ສາມາດເປັນສິນຄ້າ  ເຊິ່ງມັນກໍ່ມີຄໍາຖາມກັບມາວ່າ: ຜະລິດເພື່ອຫຍັງ ໃນເມື່ອຂ້ອຍກຸ້ມກິນແລ້ວ, ເຮັດທຸລະກິດເຮັດຫຍັງ ຖ້າຫຼົ້ມເຫຼວໃຜຈະມາຮັບຜິດຊອບຊ່ວຍ ຢູ່ແບບນີ້ກໍ່ດີແລ້ວ ພໍຢູ່ພໍກີນ ບໍ່ຕ້ອງດີ້ນຮົນຫຼາຍ.
ໜຶ່ງໃນນັກຄິດຂອງປະເທດສິວິໄລ ທ່ານ ໂຣເບີດ ຄິຢາສາກິ  ຜູ້ຊ່ຽວຊານການເງິນ, ນັກລົງທຶນ ແລະ ນັກຂຽນຊື່ດັງ ທີ່ປະສົບຜົນສໍາເລັດໃນການເຮັດທຸລະກິດ  ແລະ ໄດ້ຂຽນໜັງສືເຫຼັ້ມໜຶ່ງ ໂດຍໃສ່ຊື່ວ່າ ພໍ່ລວຍສອນລຸກເນື້ອໃນຂອງໜັງສືເຫຼັ້ມນີ້ ໄດ້ສະທ້ອນແງ່ມຸມທີ່ແຕກຕ່າງກັນລະຫວ່າງ 2 ແນວຄວາມຄິດ  ໂດຍທ່ານໄດ້ສົມທຽບຄ່ານິຍົມຂອງພໍ່ສອງຄົນທີ່ມີຄ່ານິຍົມທີ່ແຕກຕ່າງກັນວ່າ: ພໍ່ຈົນມັກຈະບອກວ່າ: ຕັ້ງໃຈຮຽນໃຫ້ຫຼາຍໆ, ເຮັດຄະແນນໃຫ້ດີ, ເມື່ອຈົບມາຕ້ອງຊອກວຽກງານທີ່ໝັນຄົງ, ປະຢັດອົດອ້ອມ, ຢ່າສ້າງໜີ້ ແລະ ມີແຜນກະສຽນອາຍຸທີ່ດີ  ນັ້ນຄືຄ່ານີຍົມຂອງພໍ່ຈົນສອນ.
ແຕ່ພໍ່ລວຍຜັດບອກວ່າ: ລູກບໍ່ມີທາງລວຍໄດ້ຈາກການເຮັດແບບນັ້ນ   ແລະ   ມັນກໍ່ເປັນຄວາມຄິດທີ່ບໍ່ ເໝາະສົມພໍປານໃດແຕ່ການອ້ອມເງິນກໍ່ເປັນວິທີ່ການສ້າງເງິນທີ່ດີແມ່ນບໍ່ແຕ່ສໍາລັບພໍ່ລວຍບອກວ່າ: ເງິນມັນຖືກອອກແບບໃນທາງເສດຖະສາດໃຫ້ມີມູນຄ່າຫຼຸດລົງໃນທຸກໆປີ ຖ້າຈະພິຈາລະນາຄ່າຂອງເງິນໃນ 40 ປີ ກໍ່ເຫັນວ່າເງິນມັນມີການເຊື່ອມຄ່າໃນທຸກໆປີ ສະນັ້ນ, ເຮົາຈະມານັ່ງເກັບອ້ອມສີ່ງທີ່ຫຼຸດຄ່າລົງທຸກປີເຮັດຫຍັງ; ເຊິ່ງພໍ່ລວຍໄດ້ອະທິບາຍແຜນພູມເງິນ 4 ດ້ານໃນໂລກທຸລະກິດດັ່ງນີ້:
(ຄົນ ກຸ່ມ E)  ເຊິ່ງ E ຫຍໍ້ມາຈາກ Employee ຫຼື ລູກຈ້າງ  ຄົນກຸ່ມນີ້ເຖິງເຂົາຈະມີຕໍາແໜ່ງນັບແຕ່ ຜູ້ຮັກສາຄວາມສະອາດ ຈົນເຖິງຜູ້ບໍລິຫານ ເຂົ້າກໍ່ມີຄວາມຕ້ອງການຄື: ຊອກຫາວຽກງານທີ່ດີໆ ແລະ ໜັ້ນຄົງ, ສະຫວັດດີການທີ່ດີ ເພາະຄ່ານິຍົມຂອງເຂົ້າແມ່ນການເປັນລູກຈ້າງ.
(ຄົນກຸ່ມ S) ເຊິ່ງ S ຫຍໍ້ມາຈາກ Safe Employ ພວກທີ່ເປັນນາຍຕົວເອງ ເຮັດທຸລະກິດດ້ວຍຕົນເອງ ຫຼື ເຈົ້າຂອງທຸລະກິດ  ຄ່ານິຍົມຂອງຄົນກຸ່ມນີ້ຈະບອກວ່າ ຢາກໃຫ້ດີຕ້ອງເຮັດເອງ.
(ຄົນກຸ່ມ B) ເຊິ່ງ  B ຫຍໍ້ມາຈາກ Big business ຫຼື ທຸລະກິດຂະໜາດໃຫ່ຍ ທີ່ມີພະນັກງານ ແຕ່ 500 ຄົນຂຶ້ນໄປ  ຄ່ານິຍົມຂອງຄົນກຸ່ມນີ້ແມ່ນຊອກຫາເຄື່ອຄ່າຍທີ່ດີ, ເພື່ອນຮ່ວມງານທີ່ດີ ແລະ ຊອກຫາຄົນເກັ່ງໆມາບໍລິຫານ  ເພາະເຂົ້າເຈົ້າບໍ່ຕ້ອງການຈະເຮັດວຽກເອງ  ແຕ່ເຂົ້າຈະໃຫ້ຄົນອື່ນມາເຮັດວຽກແທນ.
(ຄົນກຸ່ມ I) ເຊິ່ງ  I ຫຍໍ້ມາຈາກ Investor ຫຼື ນັກລົງທຶນ ຄ່ານິຍົມຂອງຄົນກຸ່ມນີ້ແມ່ນຈະໃຫ້ເງິນເຮັດວຽກແທນເຂົ້າເຈົ້າ.
ທ່ານ ໂລເບີດ ໄດ້ບອກວ່າ: ຄົນເຮົາສາມາດສ້າງຊັບສີນໄດ້ອີກຢ່າງໜຶ່ງໃນຊີວິດ ນັ້ນກໍ່ຄືການສ້າງທຸລະກິດ ເພາະມັນຈະຕົກທອດໄປຮອດລູ້ນລູກລູ້ນຫຼານໄດ້ ເຊິ່ງທ່ານໄດ້ອະທິບາຍວ່າ: ສໍາລັບຄົນກຸ່ມ E ແລະ ກຸ່ມ S ແມ່ນຈະໃຊ້ວິທີການສ້າງລາຍຮັບແບບ Active income ຄື: ການເອົາເຮື່ອແຮງ+ເວລາ ມາແລກເອົາເງິນ.
ແຕ່ຄົນກຸ່ມ B ແລະ ກຸ່ມ I ແມ່ນຈະໃຊ້ວິທີການສ້າງລາຍຮັບແບບ passive income ຄື: ການເອົາເຮື່ອແຮງ+ເວລາ ມາສ້າງຊັບສິນ ແລ້ວໃຫ້ຊັບສີນ ສ້າງລາຍຮັບເປັນເງິນແທນ; ແລະ ນີ້ກໍ່ຄື 2 ຄ່ານິຍົມທີ່ແຕກຕ່າງກັນ.

          ໃນເມື່ອໄດ້ເຫັນ, ໄດ້ສໍາຜັດ ແລະ ໄດ້ຟັງບັນດາແຜນການ ແລະ ວິທີຄິດຕ່າງໆ ກ່ຽວກັບມຸມມອງຂອງນັກທຸລະກິດທີ່ປະສົບຜົນສໍາເລັດແລ້ວ ແນ່ນອນວ່າບັນດາຄົນລຸ້ນໃໝ່ທີ່ໄຟແຮງ ກໍ່ຈະມີວິທີການວາງແຜນທຸລະກິດຂອງຕົນ  ພ້ອມທັງລົງມືເຮັດໃຫ້ເປັນຮູບເປັນຮ່າງຂຶ້ນມາຢ່າງຫຼວງຫຼາຍ ຈົນມີຫຼາຍຜູ້ປະກອບການ ແລະ ຫຼາຍຜະລິດຕະພັນໃນສັງຄົມ  ເຊິ່ງໃນນັ້ນ, ກໍ່ມີທັງຫຼົ້ມເຫຼວ ແລະ ປະສົບຜົນສໍາເລັດ ປົນເປກັນໄປ.

No comments:

Post a Comment