Ad

Ad

17 February 2017

ທົ່ວປະເທດປັກດຳນາແຊງສຳເລັດແລ້ວຫຼາຍກວ່າ 80%


ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການຜະລິດເຂົ້ານາແຊງຂອງກະສິກອນທ້ອງຖິ່ນຕ່າງໆໃນລະດູແລ້ງນີ້ນັບວ່າເປັນຂະບວນຟົດຟື້ນດີ ແລະ ມາຮອດປັດຈຸບັນທົ່ວປະເທດສາມາດປັກດຳສຳເລັດແລ້ວຫຼາຍກວ່າ 78 ພັນຮັກຕາ, ເທົ່າກັບ 83 % ຂອງເນື່ອທີ່ແຜນການ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງປັກດຳສຳເລັດແລ້ວ 52 ພັນກວ່າເຮັກຕາ, ເທົ່າກັບ 89%, ພາກໃຕ້ບັນລຸໄດ້ 18 ພັນກວ່າເຮັກຕາ, ເທົ່າກັບ 66 % , ພາກເໜືອ 7 ພັນກວ່າເຮັກຕາ, ເທົ່າກັບ 92 % ຂອງເນື້ອທີ່ແຜນການ, ສ່ວນຂະແໜງກະສິກຳກໍໄດ້ສືບຕໍ່ນຳສົ່ງພະນັກງານ
ວິຊາການຂອງຕົນລົງຊຸກຍູ້ສົ່ງເສີມການນຳໃຊ້ເຕັກນິກວິທະຍາການເຂົ້າໃນການຜະລິດໃຫ້ມີຜົນ, ເພື່ອແນ່ໃສ່ຍົກສູງສະມັດຕະພາບການຜະລິດໃຫ້ໄດ້ຕາມຄາດໝາຍແຜນການວາງໄວ້. ຄຽງຄູ່ກັບການປູກເຂົ້ານາແຊງແລ້ວຫຼາຍທ້ອງຖິ່ນຍັງໄດ້ສຸມໃສ່ປູກພືດລະດູແລ້ງຢ່າງເປັນຂະບວນກວ້າງຂວາງມາດຮອດປັດຈຸບັນທົ່ວປະ ເທດບັນສຸໄດ້ແລ້ວຫຼາຍກວ່າ 125 ພັນເຮັກຕາ, ເທົ່າກັບ 88 % ຂອງແຜນການ, ພົ່ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງປະຕິບັດໄດ້ແລ້ວຫຼາຍກວ່າ 54 ພັນເຮັກຕາ, ພາກເໜືອຫຼາຍກວ່າ 45 ພັນເຮັກຕາ ແລະ ພາກໃຕ້ຫຼາຍກວ່າ 25 ພັນເຮັກຕາ, ສຳລັບພືດທີ່ນິຍົມປູກໝາຍແມ່ນສາລີ, ເຜືອກມັນ, ພືດຕະກຸນຖົ່ວ ແລະ ພືດໄລຍະສັ້ນ, ປູກໄດ້ຫຼາຍຮອບວຽນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນໄດ້ພຽງພໍ.

ກົມດັ່ງກ່າວໃຫ້ຮູ້ອີກວ່າ: ປັດຈຸບັນຂະແໜງການຂອງຕົນຍັງໄດ້ລົງບົວລະບັດປົວແປງລະບົບຊົນລະປະທານໃຫ້ຮັບປະກັນແກ່ການສະໜອງນ້ຳຮັບໃຊ້ການຜະລິດຂອງກະສິກອນໄດ້ດີຂຶ້ນກວາເກົ່າ.

No comments:

Post a Comment