Ad

Ad

16 February 2017

ປກສ ຖະແຫລງກ່ຽວກັບການແກ້ໄຂກຸ່ມເປົ້າໝາຍຄ້າຂາຍຢາເສບຕິດ ແລະ ຕິດພັນກັບບັນຫາອາວຸດເສິກ

          ໃນວັນທີ 15 ກຸມພານີ້, ທ່ານ ພົຈວ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫລວດ, ກະ ຊວງປ້ອງກັນຄວາມສະຫງົບ ໄດ້ອອກມາຖະແຫລງກ່ຽວກັບເຫດການແກ້ໄຂເຄືອຄ່າຍກຸ່ມເປົ້າໝາຍຄ້າ-ຂາຍຢາເສບຕິດ ແລະ ຕິດພັນກັບບັນຫາອາວຸດເສິກ ໃນຄັ້ງວັນທີ 16 ກັນຍາ 2016 ເຖິງວັນທີ 24 ມັງກອນ 2017 ທີ່ຜ່ານມານີ້ວ່າ: ໂດຍເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຜັນຂະຫຍາຍຄຳສັ່ງເລກທີ 27/ນຍ, ລົງວັນທີ 5 ຕຸລາ 2011 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ແລະ ອີງຕາມພາລະບົດບາດໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບປະ ຊາຊົນລາວ ໃນໄລຍະໄໝ່.

ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການດຳເນີນວຽກງານວິຊາສະເພາະຂອງຕົນ ເພື່ອເກັບກຳຂໍ້ມູນຢ່າງເປັນລະບົບ, ຈາກນັ້ນ ໄດ້ປະສານສົມທົບລະຫວ່າງເຈົ້າໜ້າທີ່ຕຳຫລວດຢູ່ສູນກາງ ກັບທ້ອງຖິ່ນບັນດາແຂວງໃນທົ່ວປະເທດ, ພ້ອມກັບອົງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ຈິ່ງໄດ້ດຳເນີນການແກ້ໄຂເຄືອຄ່າຍກຸ່ມເປົ້າໝາຍຊື້-ຂາຍຢາເສບຕິດ ແລະ ຕິດພັນກັບອາວຸດເສິກ, ແຕ່ພາກເໜືອລົງຮອດພາກໃຕ້ ແລະ ສາມາດຈັບຕົວຜູ້ຖືກຫາທັງໝົດໄດ້ 33 ຄົນ, ຍິງ 11 ຄົນດັ່ງນີ້:
+ກຸ່ມທີ 1 ໃນວັນທີ 16 ກັນຍາ 2016 ເຈົ້າໜ້າທີ່ພວກເຮົາ ໄດ້ຈັບຕົວຄື: ທ້າວກິນ້ອຍ ຜາໄຊ ຫລື (ແອນ້ອຍ ຫລື ນ້ອຍອາກາດ), ອາຍຸ 34 ປີ, ຢູ່ບ້ານອາກາດ, ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ, ພ້ອມດ້ວຍພັກພວກຈຳນວນ 16 ຄົນ, ຍິງ 4 ຄົນ.
+ກຸ່ມທີ 2 ໃນວັນທີ 11 ທັນວາ 2016, ເຈົ້າໜ້າທີ່ພວກເຮົາໄດ້ຈັບຕົວ (ຄູ່ຜົວ-ເມຍ)ຄື: ທ້າວ ຫວາດ ພິລາບັນ, ອາຍຸ 41 ປີ ແລະ ນາງ ແກ້ວ ພິລາບັນ ຫລື ກິ່ວ, ອາຍຸ 39 ປີ, ຢູ່ແຂວງບໍ່ແກ້ວ.
+ກຸ່ມທີ 3 ໃນວັນທີ 10 ມັງກອນ 2017 ເຈົ້າໜ້າທີ່ພວກເຮົາ ໄດ້ຈັບຕົວຄື: ທ້າວ ຄອນປະສົງ ສຸກກະເສີມ ຫລື ຊຽງເທີ, ອາຍຸ 47 ປີ, ຢູ່ນະຄອນຫລວງວຽງຈັນ, ພ້ອມດ້ວຍພັກພວກ 3 ຄົນ, ຊຶ່ງເປັນຜູ້ຄ້າ-ຂາຍຢາເສບຕິດລາຍໃຫຍ່ ແລະ ເປັນລາຍໃຫຍ່ກວ່າທ້າວ ໄຊຊະນະ ແກ້ວພິພາ (ວັນລົບ).
+ກຸ່ມທີ 4 ທ້າວໄຊຊະນະ ແກ້ວພິພາ ຫລື (ວັນລົບ) ອາຍຸ 41 ປີ, ຢູ່ແຂວງຄຳມ່ວນ, ເປົ້າໝາຍນຳຈັບ ໄດ້ເອົາຕົວຫລົບໜີ, ເຈົ້າໜ້າທີ່ຕຳຫລວດພວກເຮົາຈຶ່ງໄດ້ປະສານງານກັບເຈົ້າໜ້າທີ່ປະເທດໄທ, ຈັບຕົວໄດ້ໃນວັນທີ 19 ມັງກອນ 2017 ຢູ່ສະໜາມບິນສຸວັນນະພູມ, ປະເທດໄທ ແລະ ເຈົ້າໜ້າທີ່ພວກເຮົາໄດ້ຈັບກຸ່ມພັກພວກຂອງທ້າວ ໄຊຊະນະ ແກ້ວພິມພາ ຢູ່ແຂວງຄຳມ່ວນ ແລະ ນະຄອນຫລວງວຽງຈັນ ໃນວັນທີ 20 ມັງກອນ 2017, ໄດ້ກັກຕົວເປົ້າໝາຍຈຳນວນ 5 ຄົນ, ຍິງ 1 ຄົນ.
+ກຸ່ມທີ 5 ຖືກຈັບຕົວ ໃນວັນທີ 24 ມັງກອນ 2017ຄື: ທ້າວ ຄອນໄທ ໂຄດສົມບັດ ຫລື ສີ້ວ, ບ້ານຫລັກເມືອງ, ເມືອງສອງຄອນ, ແຂວງສະຫວັນນະເຂດ, ພ້ອມດ້ວຍພັກພວກ ອີກ 2 ຄົນ.
ຜ່ານການປະຕິບັດວຽກງານນັບແຕ່ວັນທີ 16 ກັນຍາ 2016 ຮອດປັດຈຸບັນ, ສາມາດຢືດຂອງກາງຄະດີໄດຫລາຍລາຍການເຊັ່ນ: ຢາເສບຕິດຫລາຍຊະນິດ, ອາວຸດເສີກ (ປຶນ) ຫລາຍກະບອກ, ເງິນສົດ ສະກຸນຕ່າງໆ, ວັດຖຸມີຄ່າ ຈຳນວນໜຶ່ງ ແລະ ອື່ນໆ; ໄດ້ອາຍັດເຮືອນ, ໂຮງແຮມ, ຕະຫລາດ, ຮ້ານອາຫານ, ໂຮງເຟີນີເຈີ, ໂຮງງານສັງກະສີ, ສ້າງ, ກາລາລົດ, ຫ້ອງແຖວ, ປ້ຳນ້ຳມັນ, ລົດໃຫຍ່, ເຮືອນແຈັດສະກີ ແລະ ອື່ນໆ.
ຜ່ານການສືບສວນ-ສອບສວນຜູ້ຖືກຫາ ພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ຮ່ວມກັນຊື້-ຂາຍ, ຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ, ດັ່ງກ່າວມາຂ້າງເທິງ ແລະ ເຄື່ອງຂອງກາງທີ່ເຈົ້າໜ້າທີ່ກວດພົບນັ້ນ ແມ່ນເປັນຂອງພວກກ່ຽວແທ້. ນອກຈາກນັ້ນ, ໃນວັນທີ 14 ກຸມພາ 2017 ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບ ຍັງໄດ້ຕິດຕາມ ແລະ ກັກຕົວກຸ່ມຄົນ ທີ່ແລ່ນຊື້ຈ້າງ ແລະ ໃຫ້ສິນບົນເຈົ້າໜ້າທີ່ ເພື່ອໃຫ້ປ່ອຍໂຕຜູ້ເປັນຫົວໂປ່ຕົວການດື້ດ້ານຊື້-ຂາຍຢາເສບຕິດລາຍໃຫຍ່ ເປັນເງິນຈຳ ນວນ 30.000.000 ບາດ ຕໍ່ໜຶ່ງຄົນ; ຈະຈ່າຍເງິນໃຫ້ກ່ອນ 10.000.000 ບາດ, ພາບຫລັງປ່ອຍຕົວແລ້ວ ຈຶ່ງຈະໃຫ້ຕື່ມອີກ 20.000.000 ບາດ. ຕໍ່ເຫດການດັ່ງກ່າວ ຄະນະຮັບຜິດຊອບດຳເນີນຄະດີ ຍັງສືບຕໍ່ເປີດກ້ວາງດຳເນີນການສືບສວນ-ສອບສວນ ເກັບກຳຂໍ້ມູນຫລັກຖານຂະຫຍາຍຜົນໄປຫາກຸ່ມແກ້ງເຄືອຄ່າຍທີ່ຍັງເຫລືອ ເພື່ອມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ຕໍ່ຜົນສຳເລັດເບື້ອງຕົ້ນ, ໃນການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ເວົ້າລວມ, ເວົ້າສະເພາະ ແມ່ນການແກ້ໄຂກຸ່ມຊື້-ຂາຍ, ຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ ແມ່ນການປະກອບສ່ວນຂອງຜົນລະເມືອງດີ, ອຳນາດການປົກຄອງທ້ອງຖິ່ນ, ຊາວນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ; ສະນັ້ນຂ້າພະເຈົ້າຕາງໜ້າໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ຂໍຊົມເຊີຍ ແລະ ຂໍຂອບໃຈ ຕໍ່ການປະກອບສ່ວນຂອງພວກທ່ານ ໃນການເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຢ່າງດີຕະຫລອດມາ.

ເພື່ອສືບຕໍ່ເຮັດໃຫ້ນະຄອນຫລວງວຽງຈັນ ກໍຄືບັນດາແຂວງໃນທົ່ວປະເທດ ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆ ຢູ່ໃນສັງຄົມໃຫ້ໝົດໄປ, ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດຳລົງຊີວິດ, ພັກເຊົາ, ດຳເນີນທຸລະກິດຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ຈົ່ງພ້ອມກັນເຄົາລົບ ແລະ ປະຕິບັດກົດໝາຍ, ມີສະຕິລະວັງຕົວ ປ້ອງກັນຕົນເອງຈາກກົນອຸບາຍເລ່ຫລ່ຽມຂອງກຸ່ມຄົນບໍ່ດີ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອພ້ອມກັນເປັນເຈົ້າການສ້າງສາ, ພັດທະນາປະເທດເຮົາໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຈະເລີນກ້າວໜ້າຕະຫລອດໄປ. ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງານັກງານ, ອົງການ, ບັນດາກະຊວງ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງສະໜັບສະໜູນພາລະກິດປາບປາມ ແລະ ແກ້ໄຂບັນຫາຢາເສບຕິດຢ່າງເຕັມທີ່, ຈົ່ງເປັນຫູເປັນຕາຕິດຕາມ, ປະກົດເຫັນຜູ້ຊື້-ຂາຍ, ຂົນສົ່ງຢາເສບຕິດ ແລ້ວລາຍງານໃຫ້ເຈົ້າໜ້າທີ່ພວກເຮົາແກ້ໄຂຢ່າງທັນການ, ພວກເຮົາຈະຮັກສາເປັນຄວາມລັບ ແລະ ໃຫ້ຄວາມປອດໄພ ຜູ້ທີ່ລາຍງານຂໍ້ມູນກ່ຽວກັບບັນຫາຢາເສບຕິດເປັນຢ່າງດີທີ່ສຸດ.

No comments:

Post a Comment