Ad

Ad

16 February 2017

ລັດຖະບານພິຈາລະນາຮ່າງກົດໝາຍຫລາຍສະບັບ

  ລັດຖະບານໄດ້ດໍາເນີນກອງປະຊຸມສະໄໝວິສາມັນປະຈໍາເດືອນກຸມພາໃນວັນທີ 15-16 ນີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເພື່ອຄົ້ນຄວ້າພິຈາລະນາບັນຫາສໍາຄັນຄື: ຮ່າງກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ, ຮ່າງປະມວນກົດໝາຍແພ່ງ, ຮ່າງປະມວນກົດໝາຍອາຍາ, ຮ່າງກົດໝາຍວ່າດ້ວຍອົງການກາແດງລາວ, ຮ່າງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ຮ່າງກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸ, ຮ່າງກົດໝາຍວ່າດ້ວຍສີລະປະການສະແດງ, ຮ່າງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນແຫລ່ງນໍ້າ ແລະ ຮ່າງກົດໝາຍວ່າດ້ວຍການປົກປ້ອງອຸດສະຫະກໍາພາຍໃນ ແລະ ບັນຫາສໍາຄັນອື່ນໆອີກ.

No comments:

Post a Comment