Ad

Ad

1 February 2013

ສອງບໍລິສັດຈັບມືກັນສຳຫລວດ ໂຄງການສ້າງເຂື່ອນໄຟຟ້ານ້ຳ ຕົກ-ນ້ຳຊັນ 1



     ພິທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ​ເພື່ອ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ກໍ່ສ້າງ​​ເຂື່ອນ​ໄຟຟ້າ​ນ້ຳຕົກ-ນ້ຳ​ຊັນ I​ ເຂດ​ເມືອງ​ບໍລິ​ຄັນ ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ມັງກອນຜ່ານມາ ຢູ່ພະ​ແນ​ກ​ແຜນການ ແລະ ການ​ລົງທຶນ​ແຂວງດັ່ງ ກ່າວ ລະຫວ່າງ ທ່ານ ບຸນ​ທັນ ວົງ​ສະ​ນະ ຮອງ​ຫົວ ໜ້າ​ພະ​ແນ​ກ​ແຜນການ ແລະ​ ການ​ລົງທຶນ​ແຂວງ, ທ່ານ ພັນທະ​ຈິດ ອິນ​ທິລາດ  ຜູ້ອຳນວຍ​ການ​ບໍລິ ສັດ​ອິນ​ທຣາ​ໂຄ​ໂປ​ເຣຊັນ​ຈຳກັດ, ທ່ານ ອະພິຊາດ ວັນນະ​ກຸນ ຜູ້ອຳ ນວຍ​ການ​ບໍລິສັດ​ເອ​ແຄັສ ​ເອັນ​ຈີ​ເນຍຣິງ ຈຳກັດ ພ້ອມ​ດ້ວຍ​ພາກ ສ່ວນກ່ຽວຂ້ອງທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມເປັນ​ສັກ​ຂີພະຍານ.
    ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ແຫ່ງ​ດັ່ງກ່າວ​ຈະ​ໃຊ້​ເວລາ​ສຳ ຫຼວດອອກ​ແບບ 365 ມື້ ​ໂດຍ​ນຳ​ໃຊ້​ທຶນ​ຂອງ​ສອງ​ບໍລິສັດ​ໂດຍ​ກົງ  ເຊິ່ງ​ໂຄງການ​ດັ່ງກ່າວ​​ນອນໃນ​ເປົ້າ​ໝາຍ​ການ​ພັດທະນາ​ຂອງ​ແຂວງ​ບໍລິ​ຄຳ​ໄຊໃນ​ການ​ຜະລິດ ເພື່ອ​ສະໜອງ​ໄຟຟ້າ​ພາຍ​ໃນ ແລະ ສົ່ງ​ອອກ​ຂາຍ​ໃຫ້​ປະ​ເທດ​ໃກ້​ຄຽງ ຫລາຍ​ຂຶ້ນກວ່າ​ເກົ່າ.

No comments:

Post a Comment