Ad

Ad

1 February 2013

ສົກປີ 2011-2012 ການສົ່ງອອກ ຂອງແຂວງໄຊຍະບູລີເພີ່ມຂຶ້ນ 14%



     ສົກ​ປີ 2011 - 2012 ຜ່ານ​ມາ ຍອດການ​ສົ່ງ​ອອກ​ຂອງ​ແຂວງ ໄຊ​ຍະ​ບູລີ ບັນລຸ 49 ກວ່າ​ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 14% ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ທຽບ​ໃສ່​ແຜນການ​ປະຈຳ​ປີ​ປະຕິ ບັດ​ໄດ້ 101% ສາ​ເຫດ​ທີ່​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ ເນື່ອງ​ຈາກການ​ສົ່ງ​ອອກ​ຂະ​ແໜງ​ກະສິກ​ຳ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ພາກ​ອຸດສາຫະກຳ​ມີ​ບາດກ້າວ​ເຕີບ​ໃຫຍ່​ຂະ ຫຍາຍຕົວ ​ບວກ​ກັບ​ບັນຍາກາດການ​ລົງທຶນ​​ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ນັບ​ມື້ນັບ​ຟົດ ຟຶ້ນຂຶ້ນ.
     ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ​ໄຊ​ຍະ​ບູລີ ໃຫ້​ຮູ້​ວ່າ: ຍອດ​ການ​ສົ່ງ​ອອກ​ຂອງ​ແຂວງ ໃນ​ສົກ​ປີ 2011 - 2012 ຜ່ານ​ມາ ບັນລຸ 49 ກວ່າ​ລ້ານ​ໂດ​ລາ​ສະຫະລັດ ທຽບ​ໃສ່ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 14%. ຂະນະ​ທີ່​ອັດຕາ​ການ​ນຳ​ເຂົ້າ​ບັນລຸ​ເກືອບ 25 ລ້ານ​ໂດ​ລາ​ສະຫະລັດ ຫຼຸດ​ລົງ 5% ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.
      ສິນຄ້າ​ທີ່​ສົ່ງ​ອອກ​ຕົ້ນ​ຕໍຂອງ​ແຂວງ​​ໄຊ​ຍະ​ບູລີ ປະກອບ​ມີກະສິ ກຳ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ຜະ ລິດ​ຕະພັນ​ໄມ້, ໃນ​ນັ້ນ ສິນຄ້າ​ກະສິ ກຳ​ ບັນລຸ 43 ລ້ານ​ກວ່າ​ໂດ​ລາ​ສະ ຫະລັດ​ ໂດຍ​ມີສາລີ, ຖົ່ວ​ແດງ, ເຂົ້າ, ໝາກ​ເດື່ອ​ຍ ​ແລະ ມັນຕົ້ນ​,​ການ​ສົ່ງ​ອອກເ​ຄື່ອງ​ປ່າ​ຂອງ​ດົງ​ບັນລຸ 2 ລ້ານ​ກວ່າ​ໂດ​ລາ​ສະຫະ ລັດ ​ສິນຄ້າຕົ້ນ​ຕໍແມ່ນ​ແກ່ນ​ຕາວ, ດອກ​ແຂມ, ເປືອກກໍ, ​ເປືອກ​ບົງ. ຂະນະ​ທີ່​ການ​ສົ່ງ​ອອກ​ຜະລິດ​ຕະ ພັນ​ໄມ້​ບັນລຸ 2 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ສ່ວນ​ຂະ​ແໜງ​ອຸດສາ ຫະກຳຜະລິດ​ຕະພັນທີ່​ສົ່ງ​ອອກ​ຕົ້ນ​ຕໍໄດ້​ແກ່ເຄື່ອງຫັດຖະກຳ, ຖ່ານ​ຫີນ, ພະລັງງານ​ບໍ່ແຮ່ ແລະ ໄຟຟ້າ​ ດັ່ງນີ້​ເປັນຕົ້ນ. ນອກ​ນັ້ນ ຂະ​ແໜງ​ການ​ບໍລິການ​ກໍ​ນັບ​ມື້ນັບ ມີ​ບາດກ້າວ​ເຕີບ​ໃຫຍ່​ຂະຫຍາຍ ຕົວ​.

      ສາ​ເຫດ​ທີ່​ເຮັດ​ໃຫ້​ຍອດ​ການ​ສົ່ງ​ອອກ​ບັນລຸ​ລື່ນ​ຄາດໝາຍ​ນັ້ນ ເນື່ອງ​ຈາກສະມັດ​ຖະພາບ​ຂອງ​ຜົນ​ຜະລິດ​ກະສິກຳນັບ​ມື້ນັບ​ໄດ້​ຮັບ​ການ​ພັດທະນາ, ການຜະລິດໃນ ຂະແໜງອຸດສາຫະກຳປຸງແຕ່ງ ນັບມື້ນັບເພີ່ມຂຶ້ນ, ການກໍ່ສ້າງ ພື້ນຖານໂຄງລ່າງ ແລະ ບັນ ຍາກາດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດນັບມື້ນັບດີຂຶ້ນ ກວ່າເກົ່າ ເມື່ອທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ ໂດຍ ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຜະລິດຕະພັນຫັດຖະກຳທີ່ ເປັນທ່າແຮງຕົ້ນຕໍຂອງແຂວງໃນ ປັດຈຸບັນ ໄດ້ແກ່ໂຮງ ງານຜະລິດ ຕະພັນໄມ້ສຳເລັດຮູບ. ນອກນັ້ນ ທາງແຂວງໄດ້ປະສານສົມທົບ ຢ່າງໃກ້ຊິດກັບເມືອງ ແລະ ບັນ ດາຫ້າງຮ້ານ, ຫົວໜ່ວຍທຸລະກິດ ຕ່າງໆ ເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ອຳນວຍໃຫ້ ແກ່ການລົງທຶນຜະລິດ ແລະ ສົ່ງ ອອກ, ໄດ້ປັບປຸງພື້ນຖານໂຄງ ລ່າງເສດຖະກິດ ແລະ ການຄຸ້ມ ຄອງວຽກງານຕ່າງໆໃຫ້ດີຂຶ້ນ ກວ່າເກົ່າ ໂດຍສະເພາະເສັ້ນທາງ ຄົມມະນາຄົມ ແລະ ການຂຶ້ນທະ ບຽນວິສາຫະກິດຕ່າງໆ ເພື່ອອຳ ນວຍຄວາມສະດວກໃຫ້ແກ່ການ ຂົນສົ່ງສິນຄ້າ ແລະ ການລົງທຶນ ພາຍໃນ.

No comments:

Post a Comment