Ad

Ad

1 February 2013

ການລົງທຶນຂອງ ສປ ຈີນ ຢູ່ ສປປ ລາວ ຫລາຍເປັນອັນດັບ 3



     ທ່ານນາງ ປູ້​ ຈ້ຽນ ກົວ ​ເອກ​ອັກຄະ​ລັດຖະທູດວິສາມັນ ຜູ້ມີອຳ ນາດເຕັມ ແຫ່ງ ສປ ຈີນ ປະ​ຈຳ  ລາວ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ ລະຫວ່າງພາກ​ລັດ ຖະບານ ​ແລະ ນັກທຸລະກິດ​ຈີນ ຄັ້ງ​ທີ III ເມື່ອກາງເດືອນມັງ ກອນແລ້ວນີ້ ຢູ່​ໂຮງ​ແຮມ​ຊັງ​ຈຽງ ນະຄອນຫຼວງວຽງຈັນ ວ່າ: ປີ 2012, ການ​ຮ່ວມ​ມື ​ແລະ ແລກ ປ່ຽນ​ລະຫວ່າງ ຈີນ ​ແລະ ລາວ​ ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງຮອບ ດ້ານ ​ແລະ ​ໄດ້​ຮັບ​ໝາກຜົນ​ອັນ​ໃຫຍ່​ຫລວງ​ ທັງ​ສອງ​ຝ່າຍ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ຮ່ວມ​ມື​ຢ່າງ​ຈິງ​ໃຈ​ທາງ​ເສດຖະກິດ, ປະສານ​ສົມທົບ​ໃນ​ເວທີ​ຫລາຍ​ຝ່າຍ, ​ການນຳ​ຂັ້ນ​ສູງ​ຂອງ​ສອງ ປະເທດໄດ້ພົບປະຢ້ຽມຢາມກັນ ຢ່າງ​ສະໜິດ​ແໜ້ນ. ພ້ອມ​ນີ້​ ການ​ນຳຂັ້ນ​ສູງ​ສອງ​ຝ່າຍ​ ໄດ້​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນອັນ​ສຳ ຄັນ ​ເຊິ່ງ​ໄດ້​ຊີ້​ທິດ​ເຍືອງ​ທາງໃຫ້​ແກ່​ການ​ພັດທະນາ​ສາຍພົວພັນ​ ຈີນ-ລາວ ​ໃນ​ອະນາ​ຄົດ​ໃຫ້​ສູງ​ຂຶ້ນ.
      ທ່ານ​ຍັງ​ກ່າວ​ຕື່ມ​ວ່າ: ໃນ​ປີ 2012​, ການ​ຮ່ວມ​ມື​ທາງ​ເສດຖະ ກິດ-​ການ​ຄ້າຂອງ​ສອງ​ປະ​ເທດ​ໄດ້​ຮັບ​ໝາກຜົນ​ຢ່າງ​ຈະແຈ້ງ. ​ຕາມ​ສະຖິຕິ​ຝ່າຍ​ຈີນ​ ແຕ່​ເດືອນ​ມັງ ກອນ​ຫາເດືອນ​ພະຈິກ​ 2012 ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າ-ຂາ​ອອກ​ ສອງ​ປະ​ເທດ ​ຈີນ​ ແລະ ​ລາວ ​ໄດ້​ບັນລຸ​ເຖິງ 1 ​ຕື້ 566 ​ລ້ານ​ໂດ​ລາ​ສະຫະລັດ ເພີ່ມ​ຂຶ້ນ 34,2%​ ເມື່ອ​ປຽບທຽບ​ໃສ່​ໄລຍະ​ດຽວ​ກັນ​ ຂອງ​ປີ 2011,​ ໃນ​ນັ້ນ ​ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ຂອງ​ຝ່າຍ​ຈີນ​ ບັນລຸ​ເຖິງ 838​ ລ້ານ​ໂດ​ລາ​ສະຫະ ລັດ​ ເພີ່ມ​ຂຶ້ນ 108,6%​ ເມື່ອ​
ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011, ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂອງ​ຝ່າຍ​ຈີນ​ ບັນລຸ​ເຖິງ 728 ລ້ານ​ໂດ​ລາ​ສະຫະລັດ ຫລຸດ​ລົງ 4,9%​ ເມື່ອ​ທຽບ​ໃສ່​ໄລຍະ​ດຽວກັນຂອງ​ປີ 2011. ​ຕາມ​ສະຖິຕິ​ຂອງ​ຝ່າຍ​ລາວ, ຮອດ​ປີ 2012​ ມູນ​ຄ່າ​ການ​ລົງທຶນ​ຂອງ​ຈີນ​ຢູ່ລາວ ​ບັນລຸ​ເຖິງ 3​ ຕື້ 927​ ລ້ານ​ໂດ​ລາ​ສະຫະລັດ​ ເຊິ່ງ​ເປັນ​ປະ​ເທດ​ອັນ​ດັບ III ໃນ​ບັນດາ​ປະ​ເທດ​ທີ່​ລົງທຶນ​ຢູ່ລາວ.​ ໃນ​ປີ 2012​ໂຄງການ​ສຳຄັນ​ຕ່າງໆ​ທີ່​ຝ່າຍ​ຈີນ​ລົງທຶນ ແລະ ຊ່ວຍ​ເຫລືອ​ລາວ​ໄດ້​ສຳ​ເລັດ ແລະ ​ເລີ່​ມນຳ​ໃຊ້​, ໃນນັ້ນ​ ມີ​ໂຄງການ​ຫໍ​ປະຊຸມ​ແຫ່ງ​ຊາດ​ ໄລຍະ​ທີ 1​, ໂຄງການ​ກໍ່ສ້າງ​ໄຟຟ້າ​ຊົນນະບົດ​ຢູ່ພາກ​ເໜືອ​ລາວ​, ໂຄງການ​ປັບປຸງ​ຍົກ​ລະດັບ​ສະ ໜາມ​ບິນ​ສາກົນ​ວັດ​​ໄຕ, ​ໂຄງການ ASEM VILLA​, ໂຄງການ​ອູ່​ສ້ອມ​ແປງ​ເຮືອບິນ ​ແລະ ສູນ​ເຝິກ​ອົບຮົມ​ ແລະ ປະຕິບັດ​ການບິນ​, ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 5, ສູນ​ບໍລິ ການ​ຊອກ​ຄົ້ນ​ສຳ​ຫລວດ​ ແລະ ​ວິ​ໄຈ​ແຮ່​ທາດ​ ແລະ​ ອື່ນໆ.​ ມີ​ໂຄງ ການ​ຈຳນວນ​ໜຶ່ງ​ໄດ້​ລິ​ເລີ່​ມການ​ກໍ່ສ້າງ ເປັນ​ຕົ້ນ​ໂຄງການ​ດາວ​ທຽມ​ລາວ​, ຂົວ​​ແມ່​ນ້ຳຂອງ​ຢູ່​ເມືອງ​ປາກ​ແບ່ງ ​ແຂວງ​ອຸດົມ​ໄຊ​, ໂຄງການ​ໄຟຟ້າ​ນ້ຳຕົກ​ນ້ຳ​ອູ 2, 5​ ແລະ 6, ໂຄງການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດ ຫລວງ​, ໂຄງການ​ສູນ​ການ​ຄ້າ​ ແລະ ​ທ່ອງ​ທ່ຽວ​ສາກົນ​ວຽງ​ຈັນ​ເຊັນ​ເຕີ ​ແລະ ອື່ນໆ. ​ນອກຈາກ​ນີ້​ ບັນດາ​ວິ​ສາ​ຫະກິດ​ຈີນ​ ຍັງ​ພະຍາ ຍາມ​ປະຕິບັດ​ຄວາມ​ຮັບຜິດຊອບ​ດ້ານ​ສັງຄົມ​ ແລະ ອຸປະ​ຖຳ​ຢ່າງ​ຫ້າວຫັນ ​ເຊິ່ງປະກອບ​ວັດຖຸ​ສິ່ງ​ຂອງ ​ແລະ ຮັບປະກັນ​​ເຕັກ​ໂນ​ໂລ​ຊີ​ ໃນ​ໄລຍະ​ລາວ​ຈັດ​ກອງ​ປະຊຸມ​ທີ່​ສຳຄັນ​ຄື ກອງປະຊຸມ ASEM ຄັ້ງ​ທີ 9​ ແລະ​ ກິລາ​ນັກ​ສຶກສາ​ອາ​ຊຽນ ຄັ້ງ​ທີ 16 ແລະ ​ໃນ​ການ​ກໍ່ສ້າງ​ໂຮງຮຽນ, ຖະໜົນ​ຫົນທາງ​ ​ແລະ​ ກູ້​ໄພ​ທຳ​ມະ​ຊາດ ​ເປັນ​ຕົ້ນ​. ການ​ພັດທະນາ​ສາຍ​ພົວພັນ​ສອງ​ຊາດ ຈີນ​-ລາວ​ ໄດ້​ມີ​ສ່ວນ​ປະກອບ​ຂອງ​ວິ​ສາ​ຫະກິດ​ຈີນ​ ແລະ​ ພ້ອມ​ດຽວ​ກັນ​ນັ້ນ ກໍໄດ້​ຮັບ​ການ​ສະໜັບສະ ໜູນ​ອັນ​ໃຫຍ່​ຫລວງ​ຈາກ​ການ​ນຳ ​ແລະ ບັນດາ​ຫົວໜ້າ​ພາກສ່ວນ​ຂອງ​ລັດຖະບານ​ລາວ.

No comments:

Post a Comment