Ad

Ad

4 July 2014

ລັດຖະບານ​ພວມ​ພິຈາລະນາ​ຫລາຍ​ໂຄງການ​ບໍ່​ແຮ່​ເພື່ອ​ສັ່ງ​ຢຸດ



     ຕາມ​ການ​ໃຫ້​ຮູ້​ຂອງ​ທ່ານ​ລັດ ຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ໜູ​ລິນ ສິນ​ບັນດິດ ເມື່ອບໍ່​ດົນ​ມານີ້ວ່າ: ປັດຈຸບັນ, ລັດຖະບານ​ພວມ​ພິຈາລະນາ​ເຖິງ​ຄວາມ​ອາດ​ສາມາດ​ຂອງ​ຜູ້​ປະກອບ​ການ​ຫລາຍ​ກວ່າ 10 ໂຄງ ການທີ່​ດຳ​ເນີນ​ກິດຈະການ​ສຳ​ຫລວດ ​ແລະ ຂຸດ​ຄົ້ນ​ແຮ່​ທາດ​ຢູ່​ຫລາວ​ທີ່​ບໍ່​ມີ​ຄວາມ​ຄືບ​ໜ້າ ແລະ ບໍ່​ມີ​ປະສິດທິພາບ ອັນ​ມີ​ສາ​ເຫດ​ມາ​ຈາກ​ເຈົ້າຂອງ​ໂຄງການ​ບໍ່​ປະຕິບັດ​ຕາມ​ຂັ້ນຕອນ​ການ​ຊອກ​ຄົ້ນສຳ​ຫລວດ​ ກໍ​ຄື​ລະບຽບ​ກົດໝາຍ​ຕ່າງໆ​ກຳນົດ​ໄວ້, ມີ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ, ບໍ່​ມີ​ບຸກຄະລາ​ກອນ ​ແລະ ກົນ​ຈັກ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານ ​ໂດຍ​ບັນດາ​ໂຄງການ​ທີ່​ຈະ​ຖືກ​ສັ່ງ​ຢຸດ​ນີ້​ແມ່ນ​ເຄີຍ​ຖືກ​ຕັກ​ເຕືອນ​ມາ​ແລ້ວ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ລັດ ​ໂດຍ​ສະ​ເພາະ​ຄະນະ​ກຳມະ ການ​ສະ​ເພາະ​ກິດ ​ເພື່ອ​ກວດກາ​ບັນດາ​ໂຄງ ການ​ລົງທຶນ​ຢູ່​ລາວ ​ເຊິ່ງປະກອບ​ມີ​ຕາງໜ້າ​ຈາກ​ກະຊວງ​ແຜນ ການ ​ແລະ ການ​ລົງທຶນ, ກະຊວງ​ຊັບພະຍາກອນ​ທຳ​ມຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ກະສິກຳ ແລະ ປ່າ​ໄມ້ ​ແລະ ກະຊວງ​ພະ ລັງງານ ​ແລະ ບໍ່​ແຮ່​ເຊິ່ງຄະ ນະ​ກຳມະການ​ດັ່ງກ່າວ​ແມ່ນ​ເຮັດ​ໜ້າ​ທີ່​ເປັນ​ເສນາ​ໃຫ້​ລັດຖະບານ ເພື່ອ​ກວດກາ​ຄືນ​ບັນດາ​ໂຄງການ​ລົງທຶນ​ຢູ່​ລາວ ​ເພື່ອ​ປະ​ເມີນ​ຜົນ​ດ້ານ​ຕ່າງໆ ​ແລ້ວລາຍ​ງານ​ໃຫ້​ລັດຖະບານ​ຮັບ​ຊາບ ​ແລະ ພິຈາລະນາ​ເຖິງ​ຄວາມ​ອາດ​ສາມາດ​ຂອງ​ບັນດາ​ໂຄງການ​ລົງທຶນ​ຕ່າງໆ​ວ່າ​ຈະ​ໃຫ້​ເຄື່ອນ​ໄຫວ​ຕໍ່ ຫລື ​ໃຫ້​ຢຸດ​ເຊົາ.

No comments:

Post a Comment