Ad

Ad

4 July 2014

ການ​ປະມົງ​ອາ​ຊຽນພວມ​ວາງ​ມາດ​ຕະການ​ຄຸ້ມ​ຄອງ​ປາ ​ແລະ ສັດ​ນ້ຳ



     ກອງ​ປະຊຸມ​ຂະ​ແໜງ​ການ​ປະມົງ​ອາຊຽນຄັ້ງ​ທີ 22, ໄດ້ຈັດ​ຂື້ນ​​ທີ່​ນະຄອນ ຫລວງ​ກົວລາ​ລຳ​ເປີລະຫວ່າງ​ທ້າຍ​ເດືອນ ມິຖຸນາ​ຜ່ານ​ມາ, ມີ 10 ປະ​ເທດ​ສະມາ ຊິກອາຊຽນ​ເຂົ້າ​ຮ່ວມ ແລະ ​ໄດ້​ເປັນ​ເອກະ​ສັນ​ກັນ​ໃນ​ການວາງ​ມາດ​ຕະການ​ຄຸ້ມ​ຄອງ​ປາ ​ແລະ ສັດ​ນ້ຳ​ຢູ່​ໃນ​ແຕ່ລະ​ປະ​ເທດ​ໃຫ້​ມີ​ຄວາມ​ຍືນ​ຍົງ​ເພື​່ອຮັບປະ ກັນ​ໃຫ້​ແກ່​ການ​ຜະລິດ​ສະບຽງ​ອາຫານ​ຢ່າງ​ພຽງພໍ.
     ​​ຜູ້​ແທນ​ຝ່າຍ​ລາ​ວ​​ນຳ​ໂດຍ​ທ່ານ ບຸນ​ທອງ ຊາ​ພັກດີ ຮອງ​ຫົວໜ້າ​ກົມ​ລ້ຽງສັດ ​ແລະ ການ​ປະມົງ ​ໄດ້​ຮ່ວມກັບ​ຄະນະ​ຜູ້​ແທນ​​ຈາກ​ 10 ປະ​ເທດ​ອາ​ຊຽນ, ໄດ້​ມີ​ການ​ປຶກສາ​ຫາລື​ວຽກ​ງານ​​ການ​ປະມົງ, ພ້ອມ​ສະຫລຸບ​ຕີ​ລາຄາ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ປີຜ່ານມາ ​ແລະ ວາງ​ແຜນການ​ໃນ​ປີ​ຕໍ່ໜ້າ, ກ່ຽວ​ກັບ​ວຽກ​ງານ​ທີ່​ພົວພັນ​ກັບ​ການ​ປະ ມົງ​ໃນ​ຂົງ​ເຂດ​ອາ​ຊຽນ ແລະ ໄດ້ ເປັນ​ເອກະສັນ​ຕໍ່​ບັນຫາ​ສຳຄັນ​ທີ່​ຍົກ​ຂຶ້ນ​
ມາເພື່ອວາງ​ມາດ​ຕະ ການ​ດຳ​ເນີນ​ການຈັດ​ຕັ້ງ​ປະ ຕິບັດ​ໃນ​ຂັ້ນ​ຕໍ່​ໄປ​ເປັນ​ຕົ້ນບັນຫາ​ສາ ກົນ​ກ່ຽວ​ກັບ​ການ​ປະມົງ, ກອງ​ປະຊຸມ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ຮ່ວມ​ກັນ​ສະ​ແດງ​ຄວາມ​ຄິດ​​ເຫັນ​ໃນ​ແນວ ທາງ​ດຽວ​ກັນ;​ ຮຽກຮ້ອງ​ໃຫ້​ມີ​ການ​ຄຸ້ມ​ຄອງ​ການ​ປະມົງ​ໃນ​ແຫ​ລ່ງນ້ຳ ແລະ ຕິດຕາມລາຍ​ງານ​ໃຫ້​ເປັນ​ປົກະຕິເພື່ອ​ເຮັດ​ໃຫ້​ປາ ແລະ ສັດ​ນ້ຳ​ຢູ່​ໃນ​ພື້ນ​ທີ່​ດັ່ງກ່າວ​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂື້ນ ແລະ ​ໃຫ້​ຍືນ​ຍົງ. ກອງ​ປະຊຸມ​ຍັງ​ໄດ້​​ເປັນ​ເອກະ​ພາບໃນການສົ່ງເສີມ ໃຫ້ມີ​ການ​ປຸງ​ແຕ່ງຜະລິດ​ຕະພັນ​ປາ ​ແລະ ກໍ​ໄດ້​ສຳ​ເລັດ​ປຶ້ມ​ຄູ່​ມື​ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ປາ ນ້ຳ​ຈືດ​ເພື່ອ​ເພີ່ມ​ມູນ​ຄ່າພ້ອມ​ກັນ​ນັ້ນ ກໍ​ໄດ້​ສຳ​ເລັດ​ການ​ສ້າງ​ຄູ່​ມື​ກ່ຽວ​ກັບ​ມາດຕະຖານ​ການ​ນຳ​ໃຊ້​ສານ​ເຄມີ​ໃນ​ການ​ລ້ຽງ​ປາ​ຂອງ​ອາ​ຊຽນນຳອີກ.

No comments:

Post a Comment