Ad

Ad

4 July 2014

ດິນ​​ສຳຄັນ​ແນວ​ໃດຕໍ່​ການ​ພັດທະນາ​ປະ​ເທດ​ຊາດ ?



      ທ່ານ ຄຳ​ອ້ວນ ບຸບຜາ ອະ ດີດ​ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະ ມົນຕີ ທັງ​ເປັນ​ອະດີດ​ຫົວໜ້າ​ອົງການ​ຄຸ້ມ​ຄອງ​ທີ່​ດິນ​ແຫ່ງ​ຊາດ ​ໃນ​ເມື່ອ​ກ່ອນ ເຄີຍ​ເວົ້າວ່າ: ທີ່​ດິນ ​ແລະ ຊັບພະ ຍາກອນ​ທຳ​ມະ​ຊາດ​ຢູ່ ສປປ ລາວ ​ແມ່ນ​ມໍລະດົກ​ອັນ​ລ້ຳຄ່າ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອຸດົມສົມບູນ ແລະ ຄວາມ​ສວຍ​ງາມ​ຂອງ​ປ່າ​ໄມ້, ຫ້ວຍ​ນ້ຳລຳ​ເຊ, ພູ​ເຂົາ, ຮ່ອງຮອຍ​ປະຫວັດສາດ, ​ແຮ່​ທາດ ​ແລະ ​ແຫ​ລ່ງຊີວະ​ນາໆ​ພັນ​ຕ່າງໆ ອັນ​ເປັນ​ບໍ່​ເກີດ​ຂອງ​ຄວາມ​ອຸດົມ​ຮັ່ງມີ ​ແລະ ​ເປັນ​ທຶນ ຮອນ​ອັນ​ປະ​ເສີດ​ຂອງ​ຄວາມ​ຍືນ​ຍົງ​ຄົງ​ຕົວ​ຂອງ​ປະ​ເທດ.
      ຕະຫລອດ​ໄລຍະ​ຜ່ານ​ມາ, ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ແລະ ພາ​ໃຫ້​ປະ​ເທດ​ຊາດ​ຫລຸດ​ພົ້ນ ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ​ເປັນ​ກ້າວໆ ​ໂດຍ​ອີງ​ໃສ່​ຈຸດ​ພິ​ເສດທີ່​ຕັ້ງຂອງ ສປປ ລາວ ​ແລະ ຄວາມ​ອຸດົມສົມບູນ​ຂອງ​ຊັບພະ ຍາ ກອນ​ທຳ​ມະ​ຊາດ​ທີ່​ມີ ຈຶ່ງ​ເຮັດ​ໃຫ້​ມີ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ປະ​ເທດ​ໃນ​ອະນຸ​ພາກ ພື້ນກໍ​ຄື​ໃນ​ໂລກ​ມີ​ຄວາມ​ສົນ​ໃຈ​​ຢາກ​ເຂົ້າມາ​ລົງທຶນຢູ່ ສປປ ລາວ​ໃນ​ຫລາຍ​ຂະ​ແໜງ​ການ​ເຊັ່ນ: ກະສິກຳ-ປ່າ​ໄມ້, ອຸດສາຫະກຳ, ພະລັງງານ-ບໍ່​ແຮ່, ການ​ພັດທະ ນາ​ທີ່​ດິນ ​ແລະ ອື່ນໆ ອັນ​ເຮັດ​ໃຫ້​ທີ່​ດິນ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​ເກີດ​ມີ​ມູນ​ຄ່າ ​ແລະ ລາ ຄາ​ແພງ​
ຂຶ້ນ​ເລື້ອຍໆ. ດັ່ງນັ້ນ, ພັກ ​ແລະ ລັດ ຈຶ່ງ​ໄດ້​ກຳນົດ​ນະ​ໂຍ ບາຍ​ກ່ຽວ​ກັບ​ທີ່​ດິນ ​ແລະ ຊັບພະ ຍາກອນ​ທຳ​ມະ​ຊາດ​ແຫ່ງ​ຊາດ, ໄດ້​ວາງ​ຍຸດ​ທະ​ສາດ ​ແລະ ລະ ບຽບ​ກົດໝາຍ​ເປັນ​ເຄື່ອງມື​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ທີ່​ດິນ​ຢ່າງ​ມີ​ປະສິດທິພາບ ​ແນ​ໃສ່​ນຳ​ເອົາ​ຜົນ​ປະ​ໂຫຍ​ດອັນ​ສູງ​ສຸດ​ແບບ​ຍືນ​ຍົງ​ມາ​ໃຫ້​ປະ​ເທດ​ຊາດ ​ແລະ ປະ ຊາຊົນ ທັງ​ຮັບປະກັນ​ບໍ່​ໃຫ້ນຳ​ໃຊ້​ທີ່​ດິນ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​ມີ​ຜົນ​ກະທົບ​ທາງ​ລົບ​ຕໍ່​ສິ່ງ​ແວດ​ລ້ອມ-ສັງຄົມ, ​ໄດ້​ສ້າງ​ຫລາຍ​ປັດ​ໄຈ​ສະດວກ​ໃຫ້​ທ້ອງ​ຖິ່ນ​ມີ​ທຶນຮອນ​ໃນ​ການ​ພັດທະນາ ​ແລະ ​ແກ້​ໄຂ​ຄວາມ ທຸກ​ຍາກ​ຂອງ​ປະຊາຊົນ​ໄດ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ແຕ່​ແນວ​ໃດ​ກໍ​ຕາມ​ໃນ​ຜ່ານ ຍັງ ສັງ​ເກດ​ເຫັນ​ວ່າ: ​ການ​ປະຕິບັດ​ລະບຽບ​ກົດ ໝາຍ​ທີ່​ພົວພັນ​ກັບ​ທີ່​ດິນ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​ມີ​ການ​ຊ້ຳຊ້ອນ​ກັນ ທັງ​ກະ​ໂຕ​ໃນ​ຂະ​ແໜງ​ການ​ພາຍ​ໃນ​ທີ່​ດິນ ຈຶ່ງ​ເປັນ​ຊ່ອງ​ຫວ່າງ​ໃຫ້​ຄົນ​ສວຍ​ໃຊ້​ໄປ​ໃນ​ທາງ​ທີ່​ບໍ່​ດີ ​ແລະ ເຮັດ​ໃຫ້​ລະບຽບ​ກົດໝາຍ​ບໍ່​ມີ​ຄວາມ​ສັກສິດ ​ແລະ ບໍ່​ມີ​ຜົນ​ບັງ ຄັບ​ໃຊ້​ຢ່າງ​ເປັນ​ເອກະ​ພາບ​ຢູ່​ໃນ​ສັງຄົມ, ບາງ​ທ້ອງ​ຖິ່ນ​ຍັງ​ສວຍ​ໃຊ້​ກົດໝາຍ​ຫລາຍ​ບ່ອນ​ທີ່​ມີ​ຊ່ອງ​ຫວ່າງ ​ເພື່ອ​ກອບ​ໂກຍ​ເອົາ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຕົນ​ເອງ ​ເຊິ່ງ​ເຮັດ​ໃຫ້​ມີ​ຜົນ​ສະທ້ອນ​ຕໍ່​ບົດບາດ​ການ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ​ດ້ວຍ​ກົດໝາຍ ແລະ ກາຍ​ເປັນ​ປາກົດການ​ຫຍໍ້​ທໍ້​ບໍ່​ດີ​ຂອງ​ສັງຄົມ. ນອກຈາກ​ນີ້, ເຖິງ​ວ່າ​ໄດ້​ມີ​ກົດໝາຍ ​ແລະ ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ທຸກໆ​ປີ​ຕໍ່​ບັນຫາ​ການ​ຄຸ້ມ​ຄອງ​ທີ່​ດິນ​ກະສິກຳ ​ແລະ ປ່າ​ໄມ້, ​ແຕ່​ຄວາມ​ຈິງ​ມາ​ຮອດ​ປັດຈຸບັນ ຍັງ​ມີ​ການ​ບຸກລຸກ​ປ່າ​ໄມ້​ທຳ​ມະ​ຊາດ​ເປັນ​ບໍ ລິ​ເວນ​ກວ້າງ, ມີ​ບາງ​ເຂດ​ໄດ້​ຖາງ​ປ່າ​ໄມ້​ທຳ​ມະ​ຊາດ​ແລ້ວ​ໄປ​ປູກ​ພືດ ຫລື ປູກ​ໄມ້​ອຸດສາຫະກຳ​ຕ່າງໆ​ແທນ ໂດຍ​ບໍ່​ມີ​ການ​ສຶກ ສາຄົ້ນຄວ້າ​ເຖິງ​ຜົນ​ກະທົບ​ຕໍ່​ລະ ບົບ​ນິ​ເວດ ​ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ຄຽງ​ຄູ່​ກັນນັ້ນ ການ​ບໍ່​ສາມາດ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ທີ່​ດິນ​ກະສິກຳ (ປູກຝັງ-ລ້ຽງສັດ) ໄດ້​ຢ່າງ​ເປັນ​ລະບົບ​ເປັນຕົ້ນດິນ​ນາ​ປູກ​ເຂົ້າຢູ່​ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ ຈຶ່ງ​ເກີດ​ມີ​ການ​ຖົມ ແລະ ຫັນປ່ຽນ​ດິນ​ນາ​ໄປ​ນຳ​ໃຊ້​ເປັນ​ດິນ​ປຸກ​ສ້າງ​ໂຮງ​ຈັກ-​ໂຮງ ງານ ຫລື ​ເຮືອນ​ຢູ່​ອາ​ໄສ ​ແລະ ອື່ນໆ ອັນ​ເຮັດ​ໃຫ້​ພື້ນທີ່​ດິນ​ນາ ຫລື ດິນ​ກະສິກຳ​ໃນ​ເຂດ​ທີ່​ມີ​ລະ ບົບ​ຄອງ​ຊົນລະປະທານ​ນັບ​ມື້ ຫລຸດ​ໜ້ອຍ​ລົງ ​ເປັນ​ການ​ສູນ​ເສຍ​ດ້ານ​ທຶນຮອນ ​ແລະ ງົບປະມານ​ທີ່​ພັກ-ລັດ​ໄດ້​ລົງທຶນ​ກໍ່ສ້າງ​ເປັນ​ຈຳນວນ​ບໍ່​ໜ້ອຍ. ພ້ອມ​ກັນນີ້ ຍັງ​ເກີດ​ມີ​ສະພາບ​ການ​ບຽດ​ຍຶດ​ເອົາ​ທີ່​ດິນ​ຂອງ​ລັດ​ໄປ​ເປັນ​ຂອງ​ບຸກ ຄົນ​ໂດຍ​ບໍ່​ຖືກ​ລະບຽບ​ນຳ​ອີກ. ຕໍ່​ກັບ​ບັນຫາທີ່​ກ່າວ​ມານີ້, ພັກ-ລັດ ໄດ້​ມີ​ຜົນ​ເສຍ​ຫລາຍ​ກວ່າ​ຜົນ​ໄດ້ ແລະ ຈະ​ມີ​ຄວາມ​ສ່ຽງ​ໄພ​ອັນຕະ ລາຍ​ເກີດ​ຂຶ້ນ​ໃນ​ອະນາຄົດ​ເຊັ່ນ: ການ​ຜະລິດ​ສະບຽງ​ອາຫານ​ບໍ່​ພຽງພໍ, ສາຍ​ນ້ຳທຳ​ມະ​ຊາດ​ບົກ​ແຫ້ງ, ດິນ​ເຊື່ອມ​ໂຊມ​ເຊາະ​ເຈື່ອນ, ​ເກີດ​ນ້ຳຖ້ວມ, ​ແຫ້ງ​ແລ້ງ ​ແລະ ປະຊາຊົນ​ຂາດ​ທີ່ຢູ່​ອາ​ໄສ ແລະ ບ່ອນ​ທຳ​ມາ​ຫາ​ກິນ​ແບບ​ຖາວອນ​ເຫລົ່ານີ້​ເປັນຕົ້ນ.

No comments:

Post a Comment