Ad

Ad

4 July 2014

ກອງປະຊຸມຜູ້ບໍລິຫານງານການສຶກສາປະຈຳສົກປີ 2013- 2014 ໄຂຂຶ້ນ​ຢູ່​ແຂວງ​ອັດ​ຕະປື


      ຜູ້ບໍລິຫານການສຶກສາຈາກ 17 ແຂວງ, ນະຄອນຫລວງ ແລະ ສະຖາບັນການ ສຶກສາທັງພາກລັດ ແລະ ເອກະຊົນກວ່າ 100 ທ່ານທີ່ເຂົ້າຮ່ວມກອງປະຊຸມ ຜູ້ບໍລິ ຫານງານການສຶກສາປະຈຳ ສົກປີ 2013- 2014 ທີ່ໄຂຂຶ້ນວານ ນີ້ວັນທີ 3 ກໍລະກົດ 2014 ຢູ່ ແຂວງອັດຕະປືພາຍໃຕ້ການເປັນປະທານຂອງທ່ານ ນາງ ແສງ ເດືອນ ຫລ້າ ຈັນທະບູນ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ ໂດຍທ່ານ ຄຳພັນ ພົມມະທັດ ເຈົ້າແຂວງ ອັດຕະປື ເຂົ້າຮ່ວມນັ້ນຕ່າງກໍເຫັນວ່າສົກປີຜ່ານມາ, ຂະແໜງການຂອງຕົນຍັງປະສົບຫລາຍບັນຫາ ແລະ ສິ່ງທ້າທາຍຫລາຍປະການຕໍ່ ການພັດທະນາການສຶກສາຂັ້ນພື້ນຖານເຖິງວ່າຄຸນນະພາບການສຶກສາແຕ່ລະຊັ້ນ ຮຽນດີຂຶ້ນ.  
    ທ່ານ ລີຕູ້ ບົວປາວ ລັດຖະ ມົນຕີຊ່ວຍວ່າການກະຊວງສຶກ ສາທິການ ແລະ ກິລາລາຍງານ ຕໍ່ກອງປະຊຸມດັ່ງກ່າວ ໂດຍ ຍົກ ໃຫ້ເຫັນວ່າ: ໂດຍລວມແລ້ວ, ການພັດທະນາການສຶກສາຂັ້ນ ພື້ນຖານໃນທົ່ວປະເທດສຳລັບ ສົກປີ 2013-2014 ບັນ ລຸໄດ້ຕາມເປົ້າໝາຍທີ່ວາງໄວ້ເປັນຕົ້ນການ ການສຶກສາກ່ອນໄວຮຽນໄດ້ຮັບການພັດທະນາ ແລະ ມີທ່າກ້າວ ທີ່ດີດັ່ງນັກຮຽນ,
ຄູ ແລະ ຫ້ອງຮຽນເພີ່ມຂຶ້ນ, ແຕ່ການພັດທະນາຍັງບໍ່ທັນສົມສ່ວນກັນຢູ່ແຕ່ລະເຂດ, ແຕ່ລະແຂວງໂດຍສະເພາະອັດຕາເຂົ້າ ຮຽນ ຂອງເດັກໃນເກນອາຍຸ 3-5 ປີຢູ່ 9 ແຂວງ ບໍ່ບັນລຸຕາມແຜນການປີອັນ ເນື່ອງຈາກນັກຮຽນຫ້ອງກຽມ ປະຖົມມີຫລາຍ ຊ່ຳອາ ຍຸມາຮຽນຮ່ວມກັນ. ຂະນະທີ່ຜູ້ບໍລິຫານ ຫານສຶກສາຂັ້ນໂຮງຮຽນ ແລະ ຄະນະພັດທະນາການສຶກສາ ແລະ ກິລາຂັ້ນ ບ້ານຍັງບໍ່ ທັນເຂົົ້າ ໃຈຕໍ່ການຈັດຕັ້ງການຮຽນການສອນທັງບໍ່ມີເຕັກນິກວິຊາສະ ເພາະການສອນລວມທັງການປະກອບສ່ວນ ຂອງປະຊາຊົນ ແລະ ພາກສ່ວນຕ່າງໆຍັງບໍ່ທັນຫລາຍສຳລັບຊັ້ນປະຖົມສຶກສາກໍເຊັ່ນ ດຽວກັນເຖິງວ່າລັດຖະບານໄດ້ລົງທຶນ ຢ່າງມະຫາ ສານເຂົ້າໃສ່ການກໍ່ສ້າງ ແລະ ສ້ອມແປງຫ້ອງຮຽນ, ອົບຮົມຄູ, ຊື້ອຸປະກອນຮັບໃຊ້ການຮຽນການສອນລວມທັງ ການສະໜອງ ເງິນບໍລິຫານໃຫ້ທຸກໂຮງຮຽນໃນທົ່ວປະເທດ, ແຕ່ກໍຍັງມີບາງແຂວງບໍ່ບັນລຸອັດຕາການເຂົ້າຮຽນສຸດທິທີ່ເປັນ ຄາດໝາຍແຫ່ງ ຊາດເທື່ອລວມທັງປະສິດທິພາບຍັງຕ່ຳໂດຍເຫັນໄດ້ອັດຕາການຄ້າງຫ້ອງ, ປະລະການຮຽນຊັ້ນປ.1 ຍັງຫລາຍ ແລະ ອັດຕາ ລອດເຫລືອບັນລຸພຽງແຕ່ 77,5% ເທົ່ານັ້ນເຊິ່ງເຮັດໃຫ້ບາງໂຕຊີ້ວັດບໍ່ບັນລຸຕາມຄາດໝາຍອັນເປັນຜົນມາ ຈາກຫ້ອງຄວບຍັງ ກວມອັດຕາສ່ວນເປັນສ່ວນຫລາຍ, ຂະນະທີ່ວິທີການສິດສອນຂອງຄູບໍ່ທັນໄດ້ດີ,ການສັບຊ້ອນຄູ ໄປສອນຢູ່ເຂດຫ່າງໄກບໍ່ໄດ້ຕາມແຜນ ແລະ ທີ່ສຳຄັນອຳນວຍ ການໂຮງຮຽນ ແລະ ພໍ່ແມ່ນັກຮຽນຍັງຂາດການປະສານງານ ເຊິ່ງກັນ ແລະ ກັນ. ໃນສ່ວນຂອງຊັ້ນມັດທະຍົມຕົ້ນນັ້ນເຖິງວ່ານັກຮຽນ, ຫ້ອງຮຽນ, ຄູ ແລະ ອັດຕາເຂົ້າຮຽນເພີ່ມຂຶ້ນຫລັງ ລັດຖະບານໄດ້ສຸມທຶນຮອນ ພັດທະນາຢ່າງຕໍ່ເນື່ອງກໍດີ, ແຕ່ຍັງພົບຫລາຍບັນຫາ ແລະ ສິ່ງທ້າທາຍ ເປັນຕົ້ນຄູສອນບາງວິຊາ ບໍ່ພໍກັບການຂະຫຍາຍໂຮງຮຽນກໍຄືຫ້ອງຮຽນ, ຄູສອນວິຊາຊີບຂັ້ນພື້ນຖານກໍຂາດເຂີນ,  ງົບປະມານການຈັດຊື້ອຸປະກອນ ການຮຽນການສອນບໍ່ພຽງພໍ ແລະ ຄູບໍ່ສາມາດນຳໃຊ້ອຸປະກອນທົດລອງວິທະຍາສາດ ແລະ ການສື່ ສານຕໍ່ການຮຽນການ ສອນ. ແນວໃດກໍດີ, ລັດຖະມົນຕີ ຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ກໍໄດ້ເນັ້ນຕໍ່ຜູ້ບໍລິຫານການສຶກສາທົ່ວປະ ເທດວ່າ:ນີ້ແມ່ນກອງປະຊຸມທີ່ສຳຄັນ ຫລາຍເນື່ອງຈາກຖ້າການສະ ຫລຸບຄີລາຄາ ແລະ ການວິໄຈ ບັນຫາບໍ່ຖືກກັບຄວາມເປັນ ຈິງກໍຈະເຮັດໃຫ້ການວາງແຜນ, ການ ກຳນົດມາດຕະການ ແລະ ວິທີ ການແກ້ໄຂບັນຫາບໍ່ຖືກກັບໂຕ ຈິງຈຳເປັນຕ້ອງໄດ້ພ້ອມ ກັນພິຈາລະນາຢ່າງເລິກເຊິ່ງ ເຖິງ ຖອງ ແລະ ຖືກຕ້ອງກັບບັນຫາ ຢ່າງພາວະວິໄສເພື່ອສາມາດກຳນົດແຜນພັດທະນາ ການສຶກສາ ແລະ ກິລາສົກປີ 2014-2015 ລວມ ທັງກຳນົດມາດຕະການ, ວິທີການຈັດຕັ້ງປະຕິບັດແຜນສົກຮຽນ ດັ່ງກ່າວ ເຊິ່ງເປັນສົກຮຽນໄລຍະທ້າຍຂອງການຈັດຕັ້ງປະຕິບັດ ຍຸດທະສາດການປະຕິຮູບລະບົບກາສຶກສາແຫ່ງຊາດໄລຍະທີ 2 ສົກປີ 2011- 2015.

No comments:

Post a Comment