Ad

Ad

7 July 2014

ອອນຊອນຄຳຂວັນ : ລາວເຮັດ ລາວໃຊ້ ( ຄຳລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ມີຄຳຂວັນປະໂຫຍກໜຶ່ງ ເຊິ່ງ ຟັງເທື່ອໃດກໍກິນໃຈເທື່ອນັ້ນ... ເປີດບໍ່ເປັນຈັກເທື່ອ ເພາະມັນເປັນ ຄຳຂວັນມີເນື້ອໃນຮັກ ຊາດ, ຮັກ ຄວາມເປັນເຈົ້າ, ຮັກຄວາມເປັນ ລາວ, ແທດເໝາະກັບເປົ້າໝາຍ ພັດທະນາໃນທຸກຍຸກທຸກສະໄໝ. ຄຳຂວັນນັ້ນເວົ້າ ວ່າ: “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ”. ເຄີຍມີຜູ້ເວົ້າໃຫ້ຈານແຍ່ຟັງວ່າ: ຄຳ ຂວັນນີ້ເກີດຂຶ້ນໃນສະໄໝລັດ ຖະບານປະ ສົມ ເຊິ່ງເປັນຜົນງານຂອງການໂຮມລາວ ຄັ້ງທີ 1 ໃນປີ 1957. ຖ້າຫາກເປັນຄືວ່າແທ້ ກໍ ແປວ່າຄຳຂວັນນີ້ມີອາຍຸເກືອບ 60 ປີ ແລ້ວ. ການທີ່ຄຳຂວັນໜຶ່ງໆຢູ່ຍືນມາໄດ້ກວ່າເຄິ່ງສະຕະວັດນັ້ນມັນບໍ່ແມ່ນເລື່ອງທຳມະດາພໍປານໃດ. ເຖິງວ່າຜ່ານມາຍັງບໍ່ທັນມີ ໃຜຄົ້ນຄວ້າສຶກສາວ່າອິດທິພົນ ຂອງຄຳຂວັນນີ້ມີໜ້ອຍຫລາຍຊ່ຳ ໃດໃນການປຸກລະດົມໃຫ້ຄົນລາວ ຊົມໃຊ້ສິນຄ້າພາຍໃນທີ່ ເຮັດດ້ວຍມືຄົນລາວເຮົາເອງ. ຈານແຍ່ເຄີຍ ເວົ້າຫລິ້ນແກມອີ່ຫລີວ່າ: “ຖ້າຄົນ ລາວເຮົາຊົມໃຊ້ຜະລິດຕະພັນ ຂອງລາວເອງຄື
ດື່ມເບຍລາວນີ້, ພວກເຮົາຄົງມີເງິນຄ້າງຖົງບັກ ຫລາຍໆ ເພາະເງິນຕາບໍ່ຮົ່ວໄຫລ ໄປຕ່າງປະເທດ”. ແລ້ວຫວ່າງບໍ່ ດົນມານີ້ ມີເພື່ອນນັກຄິດຄົນໜຶ່ງ ເວົ້າກັບຈານແຍ່ ເຂົາມີຄຳຂວັນ ໃໝ່ ເພື່ອສົ່ງເສີມຜະລິດຕະພັນ ລາວອອກສູ່ໂລກພາຍນອກໃນ ຍຸກ ລາວເຊື່ອມໂຍງກັບພາກພື້ນ ແລະ ສາກົນຄືສູ່ມື້ນີ້. ຄຳຂວັນ ເດັດໆຂອງເຂົາມີເນື້ອໃນວ່າ: “ລາວເຮັດ ລາວຂາຍ ເຂົາໃຊ້ ລາວ ຮັ່ງ”. ເຂົາອະທິບາຍຕື່ມວ່າ: ດຽວນີ້ບໍ່ແມ່ນວ່າປະເທດໃດຜະ ລິດອີຫຍັງກໍຕ້ອງເພື່ອຊົມໃຊ້ເອງ. ບາງປະເທດນັບຖືສາສະ ໜາ ເຢຊູ ແຕ່ກໍຜະລິດອາຫານ “ຮາລານ” ສົ່ງອອກໃຫ້ຊາວມຸດສະລິມກິນ, ບາງປະເທດໃນເອີຣົບບໍ່ກິນກົບ, ເຫັນກົບກໍຕົກໃຈປານ ເຫັນເສືອ ແຕ່ກໍລ້ຽງກົບເພື່ອສົ່ງໄປຂາຍຢູ່ ຝຣັ່ງ. ເສດຖະກິດໃນຍຸກນີ້ມັນ ເວົ້າເຖິງການເຈາະຕະຫລາດ, ເວົ້າເລື່ອງການແຂ່ງ ຂັນ. ຈານແຍ່ໂຕ້ຄືນໄປວ່າ: ແນວໃດຄຳຂວັນ “ລາວເຮັດ ລາວໃຊ້ ລາວ ໄດ້ ລາວຈະເລີນ” ກໍຍັງຊົງຄຸນຄ່າ ສູງຢູ່ຄືເກົ່າສຳລັບສັງ ຄົມລາວ ເຮົາ ເພາະຖ້າຄົນລາວບໍ່ກິນບໍ່ໃຊ້ ຜະລິດຕະພັນຂອງໂຕເອງແລ້ວ ມັນກໍຍາກທີ່ສຸດທີ່ຈະໃຫ້ຄົນຊາດ ອື່ນເຊື່ອໝັ້ນສິນ ຄ້າລາວ. ເບຍ ລາວໄດ້ຮັບຄວາມນິຍົມຈາກຕ່າງ ປະເທດກໍແມ່ນຍ້ອນຄົນພາຍໃນ ເອງນິຍົມ. ຈານແຍ່ວ່າຄວາມນິ ຍົມແບບນີ້ກໍ ຄວນສົມດູນໄປສູ່ຜະ ລິດຕະພັນຊະນິດອື່ນໆທີ່ເປັນປາຍ ແຫລມເຈາະຕະຫລາດຕ່າງປະ ເທດອື່ນ. ເວົ້າມາແລ້ວ ຈານແຍ່ ອອນຊອນນຳ ສ.ເກົາຫລີ, ຢູ່ນະ ຄອນຫລວງເຊອູນ ແລະ ເມືອງ ຕ່າງໆທີ່ຈານແຍ່ໄປເຫັນມານັ້ນ ເກືອບວ່າບໍ່ເຫັນລົດ ຍີ່ຫໍ້ ຕ່າງປະ ເທດແລ່ນຕາມເສັ້ນທາງ,ຖ້າເຫັນ ກໍແມ່ນລົດທູດເປັນສ່ວນໃຫຍ່. ນັກການທູດລາວທ່ານໜຶ່ງບອກ ຈານແຍ່ວ່າ: ລົດທີ່ ເກົາຫລີນຳ ເຂົ້າຈາກຍີ່ປຸ່ນນັ້ນມີແຕ່ຍີ່ຫໍ້ “Lexus” ເທົ່ານັ້ນ. ຈຶ່ງຄິດໄດ້ວ່າ: ຍ້ອນແນວນີ້ບໍ ລົດເກົາຫລີຈຶ່ງ ຂາຍໄດ້ດີປານ ເທນ້ຳ ເທທ່າຢູ່ ຕ່າງປະເທດ. ເມື່ອປະມານ 15 ປີ ຜ່ານມາ, ຈານແຍ່ໄດ້ຍິນຄຳເວົ້າ ຂອງຄົນຕ່າງປະເທດຄົນໜຶ່ງ ຜ່ານຫລາຍປາກຕໍ່ ປາກວ່າ: “ຖ້າ ຢາກຊີມອາຫານ ແລະ ເຄື່ອງດື່ມ ທ້ອງຖິ່ນແລ້ວ ໃຫ້ໄປງານລ້ຽງຢູ່ ສະຖານທູດຫວຽດນາມ, ຖ້າຢາກ ຊີມ ເຫລົ້າດີໆຈາກຕ່າງປະເທດ ເພິ່ນໃຫ້ໄປງານລ້ຽງຢູ່ສະຖານ ທູດລາວ” ໄດ້ຍິນທຳອິດຈານແຍ່ ກໍຍິ້ມອອກ ຄິດວ່າເຂົາຍ້ອງ, ແຕ່ ສຸດທ້າຍກໍເປັນຍິ້ມແຫ້ງໆ ເພາະຮູ້ ວ່າເຂົາເວົ້າໃສ່. ເຂົາຄົງຢາກວິ ຈານວ່າ: ຖ້າສະຖານທູດລາວມີ ເງື່ອນໄຂໃຊ້ຜະລິດຕະພັນ ລາວຫລາຍເທົ່າໃດ ກໍຍິ່ງຈະເປັນຜົນດີໃນການໂຄສະນາສິນຄ້າເຫລົ່ານັ້ນ, ຖ້າມີແຕ່ໂຄ ແຕ່ຕົວຈິງພັດ ຍັງນິຍົມຂອງ ນອກຢູ່ກໍ ຍາກທີ່ຈະດຶງດູດຜູ້ຊົມໃຊ້ຕ່າງປະເທດໄດ້. ແຕ່ເລື່ອງນີ້ໄດ້ຍິນມາ 15 ປີແລ້ວ, ດຽວນີ້ ຈານແຍ່ເຊື່ອວ່າເບຍເຂົ້າ ໄກ່ນ້ອຍ, ກວນ ໝາກນັດປາກເຊ, ເຂົ້າໜົມໝາກຂາມຂອງກະສິ ກອນລາວຄົງປາກົດໂຕຢູ່ງານ ລ້ຽງຂອງທູດລາວຢູ່ຕ່າງປະເທດ ແລ້ວ. ເປັນ ອັນວ່າຄຳຂວັນ “ລາວ ເຮັດ ລາວໃຊ້ ລາວໄດ້ ລາວຈະ ເລີນ” ນັ້ນ ຍັງເປັນໄມ້ງັດຕົ້ນຕໍ ເພື່ອເຈາະຕະຫລາດຕ່າງແດນສຳ ລັບສິນ ຄ້າລາວ.

No comments:

Post a Comment