ໃນຄືນຂອງວັນທີ 4-5 ກໍລະກົດນີ້, ວາລະສານເວົ້າ
(Wow Magazine Society) ໄດ້ຈັດງານ ສະເຫລີມສະຫລອງ ວັນສ້າງຕັ້ງວາລະສານດັ່ງກ່າວຄົບຮອບ
1 ປີ, ພາຍຫລັງໄດ້ມີການສະເຫລີມສະຫລອງທີ່ປະເທດໄທມາແລ້ວເມື່ອບໍ່ດົນຜ່ານມາ,
ເຊິ່ງ ງານສະເຫລີມສະຫລອງໃນຄັ້ງນີ້ໄດ້ຈັດໃຫ້ມີການຍ່າງສະແດງ ຮູບແບບ ເສື້ອຜ້າຊັ້ນນຳຂອງ
ລາວ-ໄທ, ຢູ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ, ໂດຍນັກສະແດງ, ນັກຮ້ອງທີ່ມີຊື່ສຽງຂອງລາວ
ແລະ ໄທ ພ້ອມແຂກເຂົ້າຮ່ວມ ຊົມເປັນຈຳນວນຫລາຍ.
ເພື່ອເປັນການແລກປ່ຽນ ດ້ານວັດທະນະທຳການນຸ່ງຖື
ແລະ ເສື້ອຜ້າອາພອນລະຫວ່າງລາວ-ໄທ, ວາລະສານເວົ້າຈຶ່ງມີ ແນວຄວາມຄິດຈັດງານນີ້ຂຶ້ນ
ໂດຍມີຊື່ວ່າ: ເວົ້າແຟຊັນວິກ 2014 ( Wow Fashion Week 2014) ເພື່ອຊີ້ໃຫ້ເຫັນຮູບ ແບບ
ທາງດ້ານວັດທະນະທຳການນຸ່ງຖື ແລະ ການພັດທະນາຮູບແບບ ເສື້ອຜ້າຊັ້ນນຳຂອງລາວ-ໄທ ບໍ່ວ່າຈະເປັນ
Glam
Glow, Nittha ya, Dittawat Wedding, dVIS, Tyna ແລະ Dittawat Moulage
Fashion, ແລະ ການເດີນແຟຊັ່ນໂຊຈາກຍີ່ຫໍ້ເສື້ອຜ້າຊັ້ນນຳໄດ້ແກ່ Rock
Express, Ep, LTD, ES PADA ແລະ ESP ພ້ອມນາງແບບ-ຊາຍແບບ ແລະ ເຊເລບີຕີ້ ລາວ-ໄທ
ມາຍ່າງງົດງາມ ຂອງ ຮູບແບບເສື້ອຜ້າແຕ່ລະຍີ່ຫໍ້.
ວາລະສານເວົ້າແມ່ນວາລະ ສານສອງພາສາ ລາວ-ໄທ
ມີເນື້ອຫາສາລະຄວບຄຸມທາງດ້ານແຟຊັນ, ພ້ອມນຳສະເໜີທຸ ລະກິດຕ່າງໆ, ປະຫວັດ,
ຄຳສຳ ພາດຂອງຄົນດັງທັງສອງປະເທດ ແລະ ໄດ້ແນະນຳເລື່ອງລາວທາງດ້ານວັດທະນະທຳ
ຂອງສອງຊາດ, ພ້ອມນຳສະເໜີ ແຫລ່ງທ່ອງທ່ຽວຕ່າງໆທັງລາວ ແລະ ໄທ ທີ່ໜ້າສົນໃຈນຳອີກ.

No comments:
Post a Comment